ໄທຍ ຈັບກັນຊາໄປຈາກ ລາວ

ຈໍາປາທອງ
2020.11.13
F-marijuana ຕໍາຣວດ ເມືອງຫວ້ານໃຫຍ່ ແຂວງ ມຸກດາຫານ ຂອງໄທຍ ຍຶດກັນຊາອັດແທ່ງ 610 ກິໂລ ຢູ່ແຄມນໍ້າຂອງ ຝັ່ງໄທຍ ໃນວັນທີ 10 ພຶສຈິກາ ນີ້.
ນັກຂ່າງພົລເມືອງ

ເຈົ້າໜ້າທີ່ຕໍາຣວດ ເມືອງຫວ້ານໃຫຍ່ ແຂວງມຸກດາຫານ ຂອງໄທp ຍຶດກັນຊາອັດແຫ້ງໜັກ 610 ກິໂລ ຢູ່ແຄມແມ່ນໍ້າຂອງຝັ່ງໄທ ເມື່ອ ວັນທີ 10 ພຶສຈິກາ ນີ້. ກັນຊາຈໍານວນດັ່ງກ່າວ ທີ່ຖືກລັກຂົນໄປຈາກລາວ ມີຣົດຄັນນຶ່ງໄປລໍຖ້າຂົນເອົາ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕໍາຣວດແຂວງມຸກດາຫານ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ພຶສຈິກາ ນີ້:

“ຈັບກັນຊາໄດ້ 610 ກິໂລກຣັມ ແລ້ວກໍກວດຍຶດຣົດ Toyota Fortuner 1 ຄັນ ທີ່ແຄມແມ່ນໍ້າຂອງ ເມືອງຫວ້ານໃຫຍ່ ແຂວງມຸກດາຫານ. ມີຄົນຂັບເຮືອຂ້າມາຈາກປະເທດເພື່ອນບ້ານ ເມື່ອເຮືອບັນທຸກມາເຖິງ ແຄມຝັ່ງ ກໍມີຣົດຄັນດັ່ງກ່າວ ແລ່ນເຂົ້າໄປ ຈະມີກຸ່ມຄົນ ຂົນຂຶ້ນໄປໃສ່ ຣົດ ເຮົາໄປກວດພົບ ພວກເຂົາກໍແລ່ນຫລົບໜີໄປ ໃນຄວາມມືດ.”

ທ່ານກ່າວຕື່ມວ່າ ເຈົ້າຂອງຣົດຄັນດັ່ງກ່າວ ເປັນຄົນໄທຍ ແຕ່ຜູ້ທີ່ຂັບເຮືອຂ້າມມານັ້ນ ຍັງບໍ່ຂໍຢືນຢັນວ່າເປັນຄົນລາວ ຫລື ບໍ່ ຊຶ່ງໃນມື້ນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ນໍາຂອງກາງ ທີ່ກວດຍຶດໄດ້ໄປກວດ ເພື່ອຂຍາຍຜົລ ຫາຕົວຜູ້ກະທໍາຜິດ ຕໍ່ໄປ.

ທາງເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ໄດ້ຮັບຂ່າວ ກ່ຽວກັບເຣື່ອງນີ້ ຍ້ອນສ່ວນຫລາຍ ເພິ່ນຈະແລກປ່ຽນຂໍ້ມູລຜ່ານທາງ ກະຊວງເທົ່ານັ້ນ, ເຈົ້າໜ້າທີ່ທ້ອງຖິ່ນ ຈະບໍ່ຄ່ອຍຮູ້ຂໍ້ມູລ ແຕ່ສໍາລັບການ ລັກລອບ ຂົນຢາເສບຕິດຂ້າມຊາດນັ້ນ ສ່ວນຫລາຍ ລາວ ມັກຈະຖືກໃຊ້ເປັນທາງຜ່ານ ຈາກແຫລ່ງຜລິດ ໄປຍັງປະເທດທີ 3 ຫລາຍກວ່າ ຍ້ອນການເຮັດວຽກຮັກສາ ຄວາມສງົບ ບໍ່ຄ່ອຍເຂັ້ມງວດ ປານໃດ, ດັ່ງທີ່ທ່ານກ່າວວ່າ:

“ອັນນີ້ຫັ້ນ ແຕ່ເຮົາບໍ່ຄ່ອຍມີເດ໋ ຍ້ອນເພິ່ນຣາຍງານເຖິງກະຊວງ ຕາມຮູ້ຕາມຂໍ້ມູລກໍາໄດ້ ສ່ວນຫລາຍມັນກໍຈະແມ່ນ ຈາກລາວຂ້າມໄປໄທ ເພາະຕລາດຈະຢູ່ໄທ ມັນຈະມາແຕ່ຈຸດມັນຜລິດ ມັນຈະມາລາວ ເພາະວ່າ ຢູ່ລາວສ່ວນຫລາຍນີ໋ ແມ່ນການເຮັດວຽກ ຮັກສາຄວາມສງົບ ອິສັງຕ່າງໆນີ໋ ມັນສິບໍ່ເຂັ້ມງວດປານໃດ ເຂົາຈະສວຍໂອກາດ ມາທາງນີ້ ເພື່ອຂ້າມໄປໄທ.”

ທ່ານກ່າວຕື່ມວ່າ ຢູ່ແຂວງສວັນນະເຂດ ກໍມີບັນຫາເຣື່ອງຢາເສບຕິດຢູ່ແດ່ ແຕ່ບໍ່ໜ້າເປັນຫ່ວງເທົ່າກັບແຂວງທາງພາກເໜືອ ຊຶ່ງທີ່ຜ່ານມາຢູ່ ແຂວງສວັນນະເຂດ ທີ່ຈັບໄດ້ສ່ວນຫລາຍ ສິເປັນຜູ້ຄ້າຣາຍຍ່ອຍ ແລະຜູ້ເສບຢາບ້າເທົ່ານັ້ນ.

ຊາວແຂວງສວັນນະເຂດ ນາງນຶ່ງ ໃຫ້ຄວາມເຫັນກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສ່ວນຫລາຍເທົ່າທີ່ເບິ່ງຂ່າວ ສິແອບ ລັກລອບຂົນທາງເຮືອ ຂ້າມໄປຝັ່ງປະເທດໄທຍ ອາດຍ້ອນວ່າ ການກວດກາ ຂອງ ເຈົ້າໜ້າທີ່ທາງການ ເພິ່ນບໍ່ຄ່ອຍເຂັ້ມງວດ:

“ເທົ່າທີ່ເບິ່ງຂ່າວ ສ່ວນຫລາຍເພິ່ນສິຂົນໄປທາງເຮືອ ລັກຂ້າມໄປໄທຍ ກໍບໍ່ຄ່ອຍຮູ້ປານໃດດອກ ອາດສິແມ່ນການກວດກາ ບໍ່ຄ່ອຍເຂັ້ມງວດ.”  

ອີງຕາມຣາຍງານຂ່າວທ້ອງຖິ່ນຂອງໄທຍ ເມື່ອວັນທີ 11 ພຶສຈິກາ 2020, ເຈົ້າໜ້າທີ່ທະຫານ ແລະ ຕໍາຣວດ ແຂວງມຸກດາຫານ ໄດ້ຮັບ ແຈ້ງວ່າ ຈະມີຂະບວນການຄ້າຢາເສບຕິດ ຂ້າມຊາດລັກນໍາກັນຊາ ຈາກ ແຂວງສວັນນະເຂດ ສປປ ລາວ ຂ້າມແມ່ນໍ້າຂອງ ສົ່ງມາໃຫ້ກຸ່ມ ນາຍທຶນ ຄ້າຢາເສບຕິດ ຊາວໄທຍ ທີ່ແຄມຝັ່ງແມ່ນໍ້າຂອງ ເຂດເມືອງຫວ້ານໃຫຍ່ ແຂວງມຸກດາຫານ ແລະ ເຈົ້າໜ້າທີ່ໄທຍໄດ້ ຍຶດກັນຊາ ອັດແທ່ງ ຈໍານວນດັ່ງກ່າວ ແຕ່ພວກຄົນທີ່ລັກຂົນກັນຊານັ້ນ ທັງໝົດປະຖິ້ມຂອງກາງ ແລະ ຫລົບໜີໄປໄດ້. ຂອງກາງທີ່ຍຶດໄດ້ ມີກັນຊາ 610 ແທ່ງ ນໍ້າໜັກ 610 ກິໂລ ແລະຣົດໃຫຍ່ Toyota Fortuner 1 ຄັນ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ໄທຍ ກໍາລັງສືບສວນ ຂຍາຍຜົລເພື່ອ ຕິດຕາມ ຫາຜູ້ກະທໍາຄວາມຜິດ ມາດໍາເນີນຄະດີ ຕາມຣະບຽບກົດໝາຍໄທຍ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.