ຕໍາຣວດໄທຂໍຮ່ວມສອບ ປາກຄໍາ ສີສຸກ
2017.04.19

ຕຳຣວດປາບປາມຢາເສບຕິດໄທ ທີ່ໄດ້ຕິດຕໍ່ໄປຍັງ ທາງການ ສປປລາວ ໃນມື້ວັນທີ 5 ເມສາ 2017 ເພື່ອຂໍຮ່ວມສອບປາກຄຳ ທ້າວສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ຢູ່ລາວ ທີ່ຖືກຈັບໄດ້ເມື່ອວັນທີ 1 ເມສາ ທີ່ເມືອງຫລວງພຣະບາງ ນັ້ນ, ຍັງລໍຖ້າຄຳຕອບ ຈາກທາງການລາວຢູ່.
ກ່ຽວກັບເຣຶ່ອງນີ້ ນາຍພົນຕຳຣວດຕຣີ ທີຄະໂຊກ ສຸວັນນາຄົມ ຜູ້ບັນຊາການຕຳຣວດ ປາບປາມຢາເສບຕິດ 2 ຂອງໄທ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ:
"ທ່ານກ່າວວ່າ ຕອນນີ້ເຮົາຍັງຖ້າຄຳຕອບ ຈາກທາງການລາວ ລາວມີຂັ້ນຕອນຫລາຍ ຍັງຢູ່ໃນຣະຫວ່າງ ປະສານຢູ່ ເຮົາຍັງຕອບບໍ່ໄດ້ ຕ້ອງລໍຖ້າເຂົາຢ່າງດຽວ ທາງໂຄສົກ ເຂົາຄົງຈະຕ້ອງແຈ້ງໄປວ່າ ເຮົາອາດຈະມີການກວດສອບ ຊັບສິນຜູ້ກ່ຽວຂ້ອງ ສ່ວນນຶ່ງ ໃນໄວໆນີ້".
ກ່ອນຈະຈັບທ້າວ ສີສຸກ ດາວເຮືອງ ທາງການລາວ ແຈ້ງການໃຫ້ຜູ້ກ່ຽວມາໃຫ້ປາກຄຳ ເຣຶ່ອງການພົວພັນ ກັບການຄ້າຢາເສບຕິດ ແຕ່ເຂົາ ບໍ່ມາຕາມ ໝາຍນັດ. ໃນທີ່ສຸດກໍ ອອກໝາຍຈັບ ແລະ ຈັບເຂົາ.
ພົນຕຣີ ທີຄະໂຊກ ກ່າວຕື່ມອີກວ່າ ທາງການໄທໄດ້ຂໍ້ມູນ ຈາກເຄືອຂ່າຍຄ້າຢາເສບຕິດຂອງ ທ້າວ ໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາຄ້າ ຢາເສບຕິດ ຣາຍໃຫຍ່ຂອງລາວ ທີ່ຖືກ ທາງການໄທຈັບ ແລະສອບສວນ ທີ່ມີການຊັດທອດ ໄປຫາ ທ້າວ ສີສຸກ ແລະຄາດວ່າຫລັງຈາກ ສອບປາກຄໍາແລ້ວ ໜ້າຈະມີຄໍາຕອບຊັດແຈ້ງຂຶ້ນ ກ່ຽວກັບປະວັດ ແລະຂໍ້ມູນ ອື່ນໆຂອງ ທ້າວ ສີສຸກ.
ມີການກວດພົບວ່າ ທ້າວສີສຸກ ຟອກເງິນໃນລັກສນະດຽວກັນກັບ ທ້າວໄຊຊະນະ ຊຶ່ງຂນະນີ້ຍັງຢູ່ໃນຂັ້ນຕອນ ການຮວບຮວມຂໍ້ມູນ ຫຼັກຖານ ແລະ ຈະມີການກວດສອບ ຊັບສິນ ຂອງເຄືອຂ່າຍ ຄ້າຢາເສບຕິດຂອງ ທ້າວ ໄຊຊະນະ ແລະ ທ້າວ ສີສຸກ ໃນບາງສ່ວນຕື່ມອີກ.