ຄົນລາວສົ່ງຢາບ້າໃຫ້ ຕໍາຣວດ ໄທ

ອຸ່ນແກ້ວ ສຸກສະຫວັນ
2017.06.20
f-drug ກຸ່ມຄ້າຢາບ້າ ລາວ-ໄທ ທີ່ເຈົ້າໜ້າທີ່ຕໍາຣວດໄທ ວາງແຜນໃຫ້ສົ່ງຂາຍຢາບ້າ ຕໍາຣວດເອງ
RFA/PN

ເຈົ້າໜ້າທີ່ຕຳຣວດໄທ ໄດ້ຈັບນາງ ພຸດທະສອນ ກິ່ງສະດາ ອາຍຸ 34 ປີ ຈາກ ແຂວງຄຳມ່ວນ ໃນເວລາມອບຢາບ້າຈໍານວນ 30 ພັນເມັດ ຈາກການລໍ້ຊື້ ຂອງເຈົ້າໜ້າທີ່ຕຳຣວດ ເຂດສູນການຄ້າຟິວເຈີ ຣັງສິດ ແຂວງປະທຸມທານີ ປະເທດໄທ ໃນວັນທີ 17 ມິຖຸນາ. ພົນຕໍາຣວດ ສຸຣະເຊດ ຫັກພານ ຜູ້ບັງຄັບສາຍກວດ ປະເທດໄທ ໄດ້ໃຫ້ ຣາຍລະອຽດວ່າ:

"ເປັນການຄ້າຢາເສບຕິດ ຂ້າມຊາດ ຊຶ່ງຢູ່ປະເທດເພື່ອນບ້ານ ໄດ້ນຳເອົາຂອງກາງ ຕາມທີ່ໄດ້ນັດ ທີ່ເຮົາໄດ້ ລໍ້ຊື້ເອົາໄວ້ ໂດຍໃຊ້ເງິນ ສອງລ້ານບາດ ມາສົ່ງຂອງ ບໍຣິເວນ ຖະໜົນຣັງສິດ ປະທຸມທານີ ນຳຜູ້ສົ່ງຂອງ ໄປຕິດຕາມ ຈັບກຸມກຸ່ມຄົນ ທີ່ເຫລືອຢູ່ເຂດ ຊາຍແດນ ແຂວງນະຄອນພະນົມ".

ກ່ອນທີ່ຈະຈັບ ນາງພຸດທະສອນ ເຈົ້າໜ້າທີ່ ສືບຮູ້ວ່າ ທ້າວໄຂ່ ຈາກປະເທດລາວ ມີພຶດຕິກັມ ລັກລອບຈຳໜ່າຍຢາເສບຕິດ ໂດຍມີ ທ້າວ ປະໂມດ ສັນຊາດໄທ ເປັນຄົນຕິດຕໍ່ ຫາລູກຄ້າ ໃນປະເທດໄທ ເຈົ້າໜ້າທີ່ ຈຶ່ງວາງແຜນລໍ້ຊື້ ປອມຕົວເປັນ ທ້າວປາໂມດ ພໍເຖິງເວລາ ນັດໝາຍ ນາງພຸດທະສອນ ກໍນຳຢາບ້າ ຈຳນວນ ດັ່ງກ່າວ ມາສົ່ງໃຫ້ ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ ກໍເຂົ້າຈັບກຸມ ທັນທີ.

ຫລັງຈາກນັ້ນ ເຈົ້າໜ້າທີ່ ກໍຈັບກຸມ ຜູ້ຕ້ອງຫາອີກ 2 ຄົນ ຄື ທ້າວ ສຸຣະກິດ ແຖບທອງ ອາຍຸ 30 ປີ ແລະ ທ້າວມານິດ ວ່ອງໄວ ອາຍຸ 32 ປີ ທັງສອງເປັນຄົນໄທ ຊຶ່ງເປັນເຄືອຂ່າຍ ຂອງນາງພຸດທະສອນ ແລະເຈົ້າໜ້າທີ່ ຍັງຢຶດຂອງກາງ ເປັນຢາໄອສເຄິ່ງກິໂລ, ໂທຣະສັບ ມືຖື 3 ໜ່ວຍ ແລະ ຣົດກະບະ ມັສດາ 1 ຄັນ ຢູ່ແຂວງ ນະຄອນພະນົມ ປະເທດໄທ.

ເຈົ້າໜ້າທີ່ຕຳຣວດ ກ່າວວ່າ ເບື້ອງຕົ້ນ ຜູ້ຕ້ອງຫາ ໃຫ້ການ ຮັບສາຣະພາບ ວ່າໄດ້ຮັບເງິນ ຄ່າຈ້າງຄັ້ງລະ 2 ຫມື່ນບາດ ຖືກຕັ້ງຂໍ້ຫາ ຮ່ວມກັນມີ ຢາເສບຕິດ ໃຫ້ໂທດ ປະເພດນຶ່ງ ໄວ້ຄອບຄອງ ແລະຈຳໜ່າຍ ໂດຍບໍ່ໄດ້ຮັບ ອະນຸຍາດ ຊຶ່ງທາງຝ່າຍ ເຈົ້າໜ້າທີ່ ກໍຕຽມ ຈະຂຍາຍຜົນ ຕິດຕາມຜູ້ຮ່ວມ ຂະບວນການ ມາດຳເນີນຄະດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.