ຊາວບ້ານບາງກຸ່ມຍັງປູກ ກັນຊາ
2016.12.06

ໃນຫຼາຍເມືອງ ຢູ່ແຂວງ ສະຫວັນນະເຂດ ເປັນຕົ້ນ ໃນເຂດເມືອງພີນ, ເມືອງສອງຄອນ ແລະເມືອງ ໄຊພູທອງ ຍັງມີຊາວບ້ານ ຈໍານວນນຶ່ງ ປູກກັນຊາ ເພື່ອສູບເອງ ແລະ ເພື່ອໄວ້ຂາຍ ແລະ ສົ່ງໄປຂາຍ ຕ່າງປະເທສ ຊຶ່ງເຈົ້າໜ້າທີ່ ກໍສັ່ງຫ້າມ ບໍ່ໃຫ້ປູກ ແຕ່ກໍຍັງມີຢູ່ ຍ້ອນວ່າ ທາງການ ຂາດງົບປະມານ ທີ່ຈະລົງໄປ ຕິດຕາມ ກວດກາ. ດັ່ງ ເຈົ້າໜ້າທີ່ ແຂວງ ສະຫວັນນະເຂດ ເປີດເຜີຍຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 5 ທັນວາ ນີ້ວ່າ:
"ຕົວນີ້ມັນກໍຍາກ ຂອງເຮົາຍາກ ການລໍ້ຊື້ ການຫຍັງ ມັນກໍບໍ່ຢາກ ໄດ້ຜົລ ເພາະວ່າ ອຸປກອນ ນີ້ຈະເວົ້າ ໂດຍລວມແລ້ວ ກໍບໍ່ທັນມີ ພຸ້ນແຫຼະ ເຊັ່ນພາຫະນະ ນີ້ຂາດ ຖືວ່ານຳໃຊ້ ອັນ ຈັກກະຍານຍົນ ຄືແນວນີ້ ແລ້ວກໍທຶນ ທີ່ວ່າເຮົາ ຈະນຳໃຊ້ ເຂົ້າໄປນີ້ ມັນກໍມີ ງົບ ນ້ອຍນະ ຕົວນີ້ ເພາະວ່າ ຄົນສ່ວນຫຼາຍ ບໍ່ຢາກຮ່ວມມື ນຳເຮົາ ມັນ ບໍ່ມີເງິນ ໃຫ້ເຂົາ ແລ້ວເຂົາ ບໍ່ຢາກຮ່ວມມື ເຮັດໃຫ້ ຫັ້ນນະ ເພາະວ່າ ເຂົາເຈົ້າ ສ່ຽງຊີວິດເດ ກັນຊານີ້ ສ່ວນຫຼາຍ ປູກເສບເອງ ເຂົາຈະປູກເອງ ຫຼາຍກວ່າ ອັນທີ່ວ່າ ຈະທຳເປັນ ກັນຊາ ຈຳໜ່າຍ ມັນມາຈາກ ເຂດອື່ນ ເຂດທາງພາກເໜືອ ພຸ້ນແຫຼະ".
ທ່ານເວົ້າວ່າ ກັນຊາຖືເປັນ ຢາເສພຕິດ ຜິດກົດໝາຍ ຄືກັນກັບຢາບ້າ. ຫາກຜູ້ໃດ ຄ້າຫລືເສພ ມີໂທດຈຳຄຸກ ຢ່າງໜ້ອຍແຕ່ 3 ເດືອນ ຫາ 6 ເດືອນ. ແຕ່ຖ້າວ່າ ປູກນຳ ບໍ່ວ່າຈະປູກ ເພື່ອເສພເອງ ຫລື ປູກເພື່ອການຄ້າ ຈະມີໂທດ ຈຳຄຸກ ແຕ່ 1 ປີ ຫາ 3 ປີ ຂຶ້ນໄປ ພ້ອມທັງ ຈະຖືກປັບໃໝ ຕາມຈຳນວນ ຂອງກັນຊາ ທີ່ຍຶດໄດ້ ນັ້ນອີກ.
ທ່ານກ່າວຕື່ມອີກວ່າ ເວົ້າເຖິງເຣຶ່ອງ ຄະດີ ຢາເສພຕິດ ຢູ່ແຂວງ ສະຫວັນນະເຂດ ໃນຣະຍະ ທີ່ຜ່ານມາ 90% ແມ່ນຄະດີ ຢາບ້າ. ສ່ວນ ຄະດີ ກັນຊາ ຍັງບໍ່ຫຼາຍ, ປີນຶ່ງ ປະມານ 5-6 ຄະດີ ທີ່ຊາວບ້ານ ລັກປູກ ຢູ່ຕາມໄຮ່ ຕາມສວນ. ກ່ຽວກັບ ເຣຶ່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ໄທ ປາບປາມ ຢາເສພຕິດ ຕາມລຳ ແມ່ນ້ຳຂອງ ຊຶ່ງ ທ່ານ ຄະນາກອນ ໂມສີ ຫົວໜ້າ ຝ່າຍຍຸທການ ແລະ ການຂ່າວ ໜ່ວຍເຮືອຮັກສາ ຄວາມສະຫງົບ ຕາມລໍາແມ່ນໍ້າຂອງ ກ່າວວ່າ ປະຈຸບັນ ຍັງມີການ ລັກລອບຂົນກັນຊາ ຈາກຝັ່ງ ປະເທສລາວ ຫຼາຍຢູ່:
"ທ່ານກ່າວວ່າ ກັນຊາປີນີ້ ກໍຈັບໄດ້ປະມານ 5-6 ພັນ ກິໂລກຣາມ ຊຶ່ງມີທັງ ກັນຊາ ແລະຢາບ້າ ຕາມລໍາ ແມ່ນໍ້າຂອງ ຕັ້ງແຕ່ ຊຽງຣາຍ ລົງມາຫາ ໜອງຄາຍ, ນະ ຄອນພະນົມ ແລະອຸບົນ, ພົບຢູ່ເລື້ອຍໆ ທີ່ລັກມາຈາກ ຝັ່ງລາວ. ອັນນີ້ມັນມີ ມານານແລ້ວ. ແມ່ນໍ້າຂອງ ນີ້ ບາງບ່ອນ ມັນກໍແຄບ, ບາງບ່ອນ ມັນກໍສະດວກ ໃນການ ຂ້າມມາ".
ກໍຣະນີການລັກຂົນ ກັນຊາ ຈາກ ສປປລາວ ຂ້າມໄປໄທ, ເມື່ອວັນທີ 2 ທັນວາ ເຈົ້າໜ້າທີ່ ໄທ ຈັບຊາວລາວ ໄດ້ 2 ຄົນ ທີ່ກໍາລັງ ໃຊ້ ເຮືອຫາງຍາວ ຂົນກັນຊາ ແຫ້ງຈໍານວນ 200 ກິໂລກຣາມ ຂ້າມ ແມ່ນໍ້າຂອງ ເພື່ອເອົາໄປ ຂາຍທີ່ແຂວງ ນະຄອນພະນົມ ຂອງໄທ ຊຶ່ງ ເບື້ອງຕົ້ນ ຮູ້ວ່າ ຜູ້ຕ້ອງຫາ ທັງ 2 ຄົນເປັນ ປະຊາຊົນ ແຂວງ ສະຫວັນນະເຂດ ສປປລາວ.