ລາວ-ວຽດນາມ ຈັບກຸ່ມຄ້າຢາ ຂ້າມຊາດ
2016.03.23
ລາວ ແລະ ວຽດນາມ ໄດ້ຈັບ ກຸ່ມຄ້າ ຢາເສພຕິດ ຂ້າມຊາດ ຣາຍໃຫຽ່ 3 ກຸ່ມ ຍຶດ ຢາເສບຕິດ ໄດ້ກວ່າ 46 ກິໂລກຣາມ ເຈົ້າຫນ້າທີ່ ຍາມດ່ານ ທີ່ ແຂວງທັນຮົວ ຂອງ ວຽດນາມ ອອກຖແລງ. ພັນໂທ ເລກາກວງ ຮອງ ຜູ້ບັນຊາການ ດ່ານ ກວດຄົນ ເຂົ້າເມືອງ ທີ່ ແຂວງ ທັນຮົວ ເວົ້າວ່າ, ກຸ່ມຄ້າ ຢາເສພຕິດ ດັ່ງກ່າວ ຖືກຈັບ ດ້ວຍຄວາມ ຮ່ວມມື ໃນການ ປະຕິບັດງານ ຣະຫວ່າງ ເຈົ້າຫນ້າທີ່ ລາວ ແລະ ວຽດນາມ ຣະຫວ່າງ ເດືອນ ກຸມພາ ຫາ ເດືອນ ມິນາ 2016 ນີ້.
ທ່ານວ່າ ກຸ່ມຄ້າ ຢາເສພຕິດ ກຸ່ມນີ້ ນຳໂດຍ ຊົນເຜົ່າ ວຽດນາມ ຜູ້ທີ່ອາສັຍ ຢູ່ເຂດພູດອຍ ແຂວງ ທັນຮົວ ໃກ້ກັບ ຊາຍແດນລາວ. ກຸ່ມ ດັ່ງກ່າວ ສ່ວນໃຫຍ່ ຈະໄປຊື້ ເຮໂຣອີນ ແລະ ຢາເສພຕິດ ຊນິດອື່ນໆ ຈາກ ສາມຫລ່ຽມຄຳ ແລ້ວ ມາປຸງແຕ່ງ ໃນເຂດນີ້ ກ່ອນຈະສົ່ງ ອອກໄປ ຂາຍໃຫ້ ຜູ້ຄ້າ ຣາຍຍ່ອຍ ຕາມເຂດຕ່າງໆ ແລະ ກຸ່ມຄ້າ ຢາເສພຕິດ ທີ່ຖືກຈັບໄດ້ ເທື່ອນີ້ ສ່ວນໃຫຍ່ ເປັນ ຄົນວຽດນາມ.
ໃນຂນະດຽວກັນ ໃນການກວດລ້າງ ຮ່ວມກຳລັງ ເຈົ້າຫນ້າທີ່ ຕຳຣວດ ວຽດນາມແລະລາວ ໃນ ວັນທີ 11 ມິນາ ຜ່ານມາ ຫນ່ວຍກວດກາ ກໍສາມາດ ຈັບ ຜູ້ຄ້າ ຢາເສບຕິດ ທີ່ ເປັນຄົນລາວ ໄດ້ສາມຄົນ ພ້ອມຂອງກາງ ທີ່ເປັນ ຢາເສພຕິດ ຫຼາຍກິໂລ ທີ່ດ່ານ ເຂົ້າອອກ ສວັນ-ລາວບາວ.