ລາວ-ໄທ ຕິດຕາມຜູ້ຫຼົບໜີ ຄະດີ

ມະນີຈັນ
2017.02.10
F-Sirinya ທ່ານ ສິຣິນຍາ ສິດທິໄຊ ເລຂາທິການ ສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ຫລື ປປສ ໄທ
RFA/PN

ທາງການລາວ ໃຫ້ຄວາມຮ່ວມມື ເປັນຢ່າງດີ ໃນການຕິດຕາມ ເຄືອຂ່າຍ ຂອງທ້າວ ໄຊຊະນະ 5 ຄົນ ທີ່ທາງການໄທ ອອກໝາຍຈັບ ຊຶ່ງເຊື່ອວ່າ ພວກເຂົາໄດ້ ຫລົບໜີ ເຂົ້າມາລາວ, ຮວມທັງການ ກວດຍຶດຊັບສິນ ຂອງທ້າວ ໄຊຊະນະ ຢູ່ແຂວງຄຳມ່ວນ ແລະ ນະຄອນ ຫຼວງວຽງຈັນ. ກະຊວງ ການຕ່າງປະເທດລາວ ຈະມີຖແລງຂ່າວ ໃນມໍ່ໆນີ້. ຕາມຄຳເວົ້າຂອງ ທ່ານ ສິຣິນຍາ ສິດທິໄຊ ເລຂາທິການ ສຳນັກງານ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຫລື ປປສ ໄທ, ໃນການຖແລງຂ່າວ ພາຍຫລັງ ກອງປະຊຸມ ປຶກສາຫາຣື ເພື່ອ ປະຕິບັດການ ຮ່ວມ ລາວ-ໄທ ໃນພື້ນທີ່ ແມ່ນ້ຳຂອງ ຕອນກາງ ຕາມແຜນ ປະຕິບັດການ ແມ່ນ້ຳຂອງ ປອດພັຍ ທີ່ໂຮງແຮມ Forra Resort ເມືອງແລະແຂວງ ເລີຍ ປະເທດໄທ ໃນວັນທີ 9 ກຸມພາ 2017:

"ກໍຣຽນວ່າເຂົາ ໃຫ້ຄວາມຣ່ວມມື ທີ່ອອກໝາຍຈັບໄປ 9 ຄົນຈັບແລ້ວ 4 ຄົນອີກ 5 ຄົນ ຫລົບໜີ ເປັນຄົນລາວ 1 ໄທ 4 ກໍສົ່ງຂໍ້ມູນ ໄປໃຫ້ທາງລາວສືບສວນ ກົມຕຳຣວດ ສະກັດກັ້ນແລະຕ້ານ ຢາເສບຕິດນີ້ ຜູ້ເປັນເຈົ້າພາບຫຼັກ ດຳເນີນການ ຊຶ່ງໂດຍສະເພາະ ເມື່ອ 2 ວັນກ່ອນ ກໍມີການຈັບກຸມ ພໍ່ຄ້າໃໝ່ ໃນລາວ".

ສ່ວນຊັບສິນ ຂອງທ້າວໄຊຊະນະ ນັກຄ້າຢາເສບຕິດ ຣາຍໃຫຍ່ ຊາວລາວ ທີ່ຖືກກວດຍຶດໄດ້ ຢູ່ປະເທດລາວນັ້ນ ທ່ານບອກວ່າ ມີຫຼາຍ ໃນແຂວງຄຳມ່ວນ ແລະ ນະຄອນຫຼວງ ວຽງຈັນ:

"ກໍໄປກວດຄົ້ນ ແລະຍຶດຊັບ ຂອງໄຊຊະນະ ໃນແຂວງວຽງຈັນ ແລະຄຳມ່ວນ ຢ່າງທີ່ໄດ້ຣຽນໄປ ບ້ານທີ່ຍຶດໄດ້ ກໍມີ 5 ຫລັງໃຫຍ່ໆ ສວນຢາງພາຣາ 1250 ກວ່າໄຣ່ ຣົດຫລູ 9 ຄັນ ແລະບັນຊີເງິນ ໃນທະນາຄານ ແຕ່ຕົວເລກນີ້ ຂໍໃຫ້ກະຊວງ ການຕ່າງປະເທດ ເປັນຄົນຖແລງ".

ສຳລັບທ້າວໄຊຊະນະ ທີ່ຖືກຝາກຂັງ ເທື່ອທຳອິດ 12 ວັນ ແລະຈະຝາກຂັງໄດ້ອີກ ບໍ່ເກີນ 7 ເທື່ອນັ້ນ ກໍຢູ່ໃນຣະຫວ່າງ ການສອບສວນ ເພີ່ມຕື່ມ ຂອງ ພະນັກງານ ສອບສວນ ກອງບັນຊາການ ຕຳຣວດ ປາບປາມ ຢາເສບຕິດ ເພື່ອຮວບຮວມ ຫລັກຖານ ພະຍານ ສົ່ງໃຫ້ ອັຍການ ສັ່ງຟ້ອງຕໍ່ສານ. ສ່ວນເຣື່ອງທີ່ ມີການກ່າວເຖິງ ການສົ່ງຜູ້ຮ້າຍ ຂ້າມແດນນັ້ນ ທ່ານ ສິຣິນຍາ ສິດທິໄຊ ກ່າວວ່າ ຕ້ອງໃຫ້ ສານໄທ ຕັດສິນແລ້ວ ກ່ອນ ຈຶ່ງວ່າກັນ:

"ສານຕັດສິນແລ້ວ ເຖິງຈະມາວ່າກັນວ່າ ເຮົາມີສັນຍາ ອາໄຣກັນໃມ ຣະຫວ່າງ ໄທກັບລາວ ໃນການທີ່ຈະແລກ ສົ່ງຜູ້ຮ້າຍ ຂ້າມແດນ ຫລືວ່າແລກປ່ຽນ ຜູ້ຕ້ອງຫາ ຊຶ່ງຣຽນວ່າ ການເອົາຜິດເຂົາ ມັນຢູ່ ໃນປະເທດໄທ ເປັນຫລັກ ກໍໃຊ້ ກົດໝາຍໄທ ເຫລືອຈາກນັ້ນໄປ ກໍຢູ່ໃນເຣື່ອງ ຂອງຣະຫວ່າງ ຕ່າງປະເທດ".

ການຈັບ ທ້າວໄຊຊະນະ ໄດ້ນຳໄປສູ່ ການຂຍາຍຜົລ ເອີ້ນຕົວ ຜູ້ຕ້ອງສົງໃສ ເປັນຕົ້ນດາຣາ ຊື່ດັງຂອງໄທ ຫຼາຍຄົນ ມາໃຫ້ຄຳຊີ້ແຈງ. ແລະ ຫລ່າສຸດ ເມື່ອວັນຈັນ ທີ່ຜ່ານມາ ຕຳຣວດ ມາເລເຊັຽ ກໍໄດ້ຈັບ ຜູ້ຊາຍ ມາເລເຊັຽ ຄົນນຶ່ງ ຖານສົງໃສ ເປັນເຄືອຂ່າຍ ໄຊຊະນະ ຊຶ່ງທາງການໄທ ຈະຖແລງຂ່າວ ກ່ຽວກັບເຣຶ່ອງນີ້ ໃນວັນທີ 10 ກຸມພາ ທີ່ ປປສ ໄທ ຢູ່ບາງກອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.