ຢາບ້າຜ່ານລາວໄປເພື່ອນບ້ານ
2014.05.23

ລາວ ຍັງເປັນ ປະເທສ ທາງຜ່ານ ຂອງ ຢາບ້າ. ຕາມ ຄໍາເວົ້າ ຂອງ ຫ້ອງການ ສະຫະ ປະຊາຊາດ ຕ້ານ ຢາເສບຕິດ ແລະ ອາສຍະກັມ ຫລື UNODC. ແລະ ໜັງສືພິມ Vientiane Times ຂອງ ທາງການ ລາວ ກໍຣາຍງານ ໃນວັນ ພະຫັດ ນີ້ວ່າ ການໃຊ້ ຢາບ້າ ແລະ ການຂົນສົ່ງ ຢາບ້າ ເປັນພັຍ ຂົ່ມຂູ່ ຕໍ່ ສຸຂພາບ ຂອງ ມວນຊົນ ແລະ ຄວາມໝັ້ນຄົງ ຢູ່ປະເທສ ລາວ ຫຼາຍຂຶ້ນ.
ບົດຄວາມ ໃນ ໜັງສືພິມ ນັ້ນ ມີຂຶ້ນ ພາຍຫລັງ ທີ່ ຫ້ອງການ ສະຫະ ປະຊາຊາດ ຕ້ານ ຢາເສບຕິດ ແລະ ອາສຍະກັມ ອອກ ຖແລງຂ່າວ ທີ່ ອ້າງວ່າ ສປປລາວ ຍັງເປັນ ປະເທສ ທາງຜ່ານ ທີ່ ສໍາຄັນ ຂອງ ຢາບ້າ ຊນິດເມັດ, ສານເຄມີ ປະກອບ ແລະ ມີສ່ວນ ພົວພັນ ກັບ ສະຖານທີ່ ການຜລິດ ຢາເສບຕິດ ຢູ່ເຂດ ສາມ ຫລ່ຽມຄໍາ.
ຄວາມ ຕ້ອງການ ຢາເສບຕິດ ຢູ່ໃນ ຂົງເຂດນີ້ ເພີ້ມຂຶ້ນ ນໍາໄປສູ່ ການຂຍາຍ ຕົວ ຂອງ ການຜລິດ ໃນທົ່ວໂລກ ແລະ ມີການ ຂົນສົ່ງ ຢາບ້າ ຫລາຍຂຶ້ນ ເຮັດໃຫ້ ຢາບ້າ ຢູ່ ໃນ ຣະດັບ ສູງທີ່ສຸດ ຕໍ່ໄປ ໃນ ທົ່ວໂລກ. ຢູ່ທະວີບ ເອເຊັຍ ຊຶ່ງ ເປັນຕລາດ ຢາບ້າ ຊນິດກະຕຸ້ນ ປະສາດ ໃຫຍ່ທີ່ສຸດ ໃນໂລກ ຢາບ້າ ເພີ່ມຂຶ້ນ ສາມເທົ່າ ໃນ 5 ປີ ທີ່ຜ່ານ ມານີ້ ຄືມີ ປະມານ 36 ຕັນ.
ເມື່ອວັນທີ 13 ພຶສພາ ມີການ ຂົນສົ່ງ ຢາເສບຕິດ ຜິດ ກົດໝາຍ ເປັນ ຈໍານວນ ຫລວງຫລາຍ ຈາກ ປະເທສ ລາວ ຂ້າມ ແມ່ນໍ້າຂອງ ໄປໄທ. ຢາເສບຕິດ ທີ່ ວ່ານັ້ນ ມີທັງ ຢາບ້າ ຊນິດ ເມັດ ປະມານ 380,000 ເມັດ ແລະ ຢາບ້າ ຊນິດ crystal ອີກ 1 ກິໂລກຣາມ. ຕາມການ ຄາດຄະເນ ຖ້າຂາຍ ຢາບ້າ ທີ່ວ່ານັ້ນ ຕາມ ທ້ອງຖນົນ ຈະມີມູນຄ່າ ເຖິງ 29.8 ຕື້ ກີບ ຫລື ປະມານ 3 ລ້ານ 7 ແສນ ໂດລາ ສະຫະຣັຖ.