ນາຍົກຣັຖມົນຕຣີລາວ ປະກາດ ປາບປາມ ຢາເສບຕິດ

ໄຊຍາ
2018.04.02
F-thongloun (ກາງ) ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
RFA

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ໄດ້ກ່າວຕໍ່ເຈົ້າໜ້າທີ່ ຣັຖບາລຂອງຕົນ ທີ່ນະຄອນຫລວງວຽງຈັນ ເມື່ອຕົ້ນເດືອນ ມິນາ 2018 ວ່າບັນຫາຢາເສບຕິດ ແລະອາວຸດເຖື່ອນ ຈະຕ້ອງໄດ້ຮັບ ການແກ້ໄຂ, ທ່ານເວົ້າວ່າ ກະຊວງປ້ອງກັນຄວາມສງົບ ຕ້ອງໄດ້ປະຕິບັດ ງານ ຫລາຍຂຶ້ນ ແລະບັງຄັບໃຊ້ມາຕການຕ່າງໆ ຮຸນແຮງຂຶ້ນ ໃນການຕໍ່ສູ້ຕ້ານ ການຄ້າຢາເສບຕິດ ແລະການຄ້າອາວຸດ ຜິດກົດໝາຍ. ກ່ຽວກັບບັນຫາດັ່ງກ່າວ ກ່ອນໜ້ານີ້ ທ່ານ ທອງລຸນ ກໍໄດ້ກ່າວ ຢູ່ໃນກອງປະຊຸມສະພາ ແຫ່ງຊາດຊຸດທີ 8 ເທື່ອຫລ້າສຸດ ວ່າ:

"ການຄຸ້ມຄອງຈັດຣະບຽບການ ແລະການແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ເຖິງວ່າໄດ້ດໍາເນີນການ ຢ່າງເອົຈິງເອົາຈັງ ເພື່ອປ້ອງກັນ ແກ້ໄຂ ເປັນຕົ້ນແມ່ນບັນຫາຢາເສບຕິດ ການຄ້າຂາຍ ແລະດໍາເນີນທຸຣະກິດ ຜິດກົດໝາຍ."

ເມື່ອເດືອນທີ່ແລ້ວ ທ່ານກ່າວວ່າ: “ຕ້ອງມີການລົງໂທດ ຢ່າງຮຸນແຮງ ຕໍ່ຜູ້ທີ່ຖືກຈັບກຸມໃນຄະດີດັ່ງກ່າວ”.

ທ່ານເວົ້າຂ້ອນຂ້າງຈະແຈ້ງວ່າ ເປັນຫຍັງພັກປະຊາຊົນ ປະຕິວັດລາວ ຈຶ່ງຈໍາເປັນຕ້ອງບັນລຸເປົ້າໝາຍນັ້ນ ແລະວ່າ ອັນນີ້ຈະສ້າງຄວາມ ເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ພວກເຮົາຈະຕ້ອງສະແດງ ໃຫ້ຜູ້ຄົນເຫັນວ່າ ພວກເຮົາຈິງຈັງກັບເຣຶ່ອງນີ້.

ບັນຫາອັນບໍ່ດີທີ່ເກີດຂຶ້ນໃນສັງຄົມລາວ ຮວມທັງບັນຫາຢາເສບຕິດ, ການຄ້າເຖື່ອນ, ການຄ້າມະນຸດ, ການສໍ້ຣາສບັງຫລວງ, ບັນຫາທີ່ດິນ ແລະບັນຫາອັນບໍ່ດີອື່ນໆນັ້ນ ເຮັດໃຫ້ພາກສ່ວນນຶ່ງ ທີ່ເປັນຮາກຖານຂອງພັກ ເກີດຄວາມຢ້ານກົວເພີ້ມຂຶ້ນວ່າ ປະຊາຊົນລາວຈໍານວນນຶ່ງ ອາຈສູນເສັຍຄວາມໝັ້ນໃຈ ນໍາພັກປະຊາຊົນ ປະຕິວັດລາວ.

ຫລາຍຄົນເວົ້າວ່າ ຄວາມຮຽກຮ້ອງອັນສໍາຄັນຂອງພັກນັ້ນ ກໍາລັງສູນເສັຍບົດບາດ ຂອງຕົນໄປ ຍ້ອນຄ່າຄອງຊີບ ຖີບຕົວສູງຂຶ້ນ, ອັດຕຣາ ຜູ້ຕິດຢາເສບຕິດ ເພີ້ມຂຶ້ນ ແລະການສໍ້ຣາສບັງຫລວງ ຮຸນແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.