ດ່ານພາສີບໍ່ເຕັນ ຍຶດຢາບ້າ
2017.07.30
ເຈົ້າໜ້າທີ່ຕໍາຣວດສະເພາະກິດ ດ່ານພາສີບໍ່ເຕັນ ແຂວງຫຼວງນໍ້າທາ ກວດຄົ້ນຣົດ ຂົນສົ່ງສິນຄ້າ 6 ລໍ້ ຊຶ່ງທ້າວຕ້າວຫວັນຊູ ສັນຊາດຈີນ ເປັນຜູ້ຂັບ ແລະ ພົບຢາບ້າ 362 ຫໍ່ມີ 2 ລ້ານ 1 ແສນ 7 ໝື່ນ 2 ພັນເມັດ, ເງິນຕຣາຕ່າງປະເທດອີກ ທີ່ຊຸກເຊື່ອງໄວ້ໃນຣົດ ແຕ່ຄົນ ຂັບຣົດຄັນດັ່ງກ່າວ ຫຼົບໜີໄປໄດ້ ຂນະທີ່ຍື່ນໜັງສືອອກປະເທດ ໃນວັນທີ 27 ກໍຣະກະດາ ນີ້. ແຕ່ຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບເຣື່ອງນີ້ ເທື່ອ, ດັ່ງເຈົ້າໜ້າທີ່ ຕໍາຣວດ ແຂວງຫລວງນໍ້າທາ ທ່ານນຶ່ງກ່າວວ່າ:
"ພວກເຮົາກໍຍັງບໍ່ທັນລະອຽດ ປານໃດເນາະ ແຕ່ວ່າມີຢູ່ 2 ລ້ານກວ່າເມັດ ຂອງລາວ ພາສີລາວ ຄົນຫັ້ນ ຍັງບໍ່ທັນໄດ້ ແມ່ນລະເປັນຣົດ 6 ລໍ້".
ທ່ານກ່າວຕື່ມວ່າຂນະທີ່ ຣົດບັນທຸກ ຂົນສົ່ງສິນຄ້າດັ່ງກ່າວ ກໍາລັງຈອດ ຢູ່ດ່ານຊາຍແດນ ທີ່ອອກປະເທດລາວ ໄປຈີນນັ້ນ ເຈົ້າໜ້າທີ່ລາວ ເຫັນວ່າມີພິລຸດ ຫລາຍຢ່າງ ຈຶ່ງຂໍກວດ ຄົ້ນ ໃນຂນະທີ່ ທ້າວຕ້າວຫວັນຊູ້ ໄປແຈ້ງໜັງສື ຜ່ານອອກນອກປະເທດ ນັ້ນພົບວ່າ ໃນຣົດມີໄມ້ ແປ້ນຂນາດໃຫຍ່ ທີ່ຕອກຕະປູ ຕັນສິ່ງໃດສິ່ງນຶ່ງໄວ້ ເບິ່ງແລ້ວຈຶ່ງໄດ້ ງັດແປ້ນ ນັ້ນອອກ ແລະພົບຢາບ້າ ຈໍານວນດັ່ງກ່າວ ແລະເງິນຢັວນ 35 ພັນຢັວນ, ເງິນໂດລາ ສະຫະຣັຖ 100 ໂດລາ ເງິນດົງ 5 ພັນດົງ ແລະບັດ ATM 20 ບັດ ແລະ ຂໍກະແຈຣົດ ຍີ່ຫໍ້ ຮຸນໄດ 1 ອັນ.
ຕາມການສືບສວນເບື້ອງຕົ້ນ ຄາດວ່າຢາບ້າແລະເງິນທີ່ວ່ານັ້ນ ຈະເປັນຂອງຂະບວນການ ຄ້າຢາເສບຕິດຂ້າມຊາດ ແຕ່ຍັງບໍ່ຮູ້ວ່າ ທ້າວຕ້າວ ຫວັນຊູ້ ຄົນຂັບຣົດ ນັ້ນ ໄປຮັບ ຢາບ້າ ມາຈາກບ່ອນໃດ ກັນແທ້.
ປັດຈຸບັນເຈົ້າໜ້າທີ່ ກໍາລັງຕິດຕາມຈັບ ຜູ້ກ່ຽວຢູ່ ຊຶ່ງຄາດວ່າ ອາຈຈະຍັງຫລົບ ຢູ່ໃນແຂວງຫລວງນໍ້າທາ ເພື່ອລໍຖ້າ ທີ່ຈະຫຼົບໜີອອກນອກ ປະເທດແລະຊອກຫາ ຜູ້ທີ່ຮ່ວມມື ໃນຂະບວນການນັ້ນນໍາດ້ວຍ.