ລາວ ຖແລງຂ່າວຈັບນັກຄ້າ ຢາເສບຕິດ
2017.02.16

ທາງການລາວ ຖແລງຂ່າວ ກ່ຽວກັບ ການຈັບພວກຄ້າ ຢາເສບຕິດ ຣາຍໃຫຍ່. ກົມຕຳຣວດ ກະຊວງປ້ອງກັນ ຄວາມສງົບ ຂອງລາວ ປະກາດ ການຈັບຫົວໜ້າ ກຸ່ມຄ້າ ຢາເສບຕິດ ຣາຍໃຫຍ່ ສີ່ຄົນຄື:
1.ທ້າວ ກິນ້ອຍ ຜາໄຊ ຫລື ແອນ້ອຍ ຫລື ນ້ອຍອາກາດ.
2.ທ້າວ ຫວາດ ພິລາວັນ,
3.ທ້າວ ຄອນປະສົງ ສຸກກະເສີມ
4.ທ້າວ ໄຊຊະນະ ແກ້ວພິມພາ ວັນລົບ.
ພົນຈັດຕະວາ ທອງເລັກ ມັງຫນໍ່ເມກ ຫົວໜ້າກົມໃຫຍ່ ຕຳຣວດ ກະຊວງປ້ອງກັນ ຄວາມສະຫງົບ ຂອງລາວ ກ່າວກ່ຽວກັບ ການຈັບ ເທື່ອນີ້ວ່າ:
“ໃນວັນທີ 10 ເດືອນ ມັງກອນ ປີ 2017 ເຈົ້າໜ້າທີ່ ພວກເຮົາໄດ້ຈັບຕົວ ທ້າວ ຄອນປະສົງ ສຸຂກະເສີມ ຫລື ຊຽງເທີ ອາຍຸ 47 ປີ ເຊື້ອຊາດລາວ ສັນຊາດລາວ ຢູ່ນະຄອນຫຼວງວຽງຈັນ ພ້ອມດ້ວຍ ພ້ອມດ້ວຍ ພັກພວກ 3 ຄົນ ຊຶ່ງເປັນຜູ້ຊື້ຂາຍ ຢາເສບຕິດ ຖືວ່າຜູ້- ກ່ຽວນີ້ ເປັນຣາຍໃຫຍ່ກວ່າ ທ້າວ ໄຊຊະນະ ແກ້ວພິມພາ ຫລື ວັນລົບ.”
ຕໍ່ຄຳຖາມ ທີ່ວ່າ ທາງການລາວ ຈະຂໍໃຫ້ ທາງການໄທ ສົ່ງ ທ້າວໄຊຊະນະ ແກ້ວພິມພາ ກັບຄືນມາ ດຳເນີນຄະດີ ຢູ່ລາວ ຫລືບໍ່ນັ້ນ ພົນຈັດຕະວາ ທອງເລັກ ມັງໜໍ່ເມກ ຕອບວ່າ:
“ກ່ຽວກັບວ່າຈະນຳເອົາ ທ້າວໄຊຊະນະ ແກ້ວພິມພາ ມາພີ້ຫລືບໍ່ ອັນນັ້ນມັນຕ້ອງໄດ້ ເບິ່ງກົດໝາຍ ເພາະວ່າສອງປະເທດ ພວກເຮົາໄດ້ມີ ລະບົບ ກົດໝາຍເນາະ ໂດຍສະເພາະ ແມ່ນ ສາທາຣະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊອານາຈັກໄທ ນີ້ ຕ່າງຝ່າຍ ຕ່າງມີລະບົບ ກົດໝາຍ ຂອງຕົນແລ້ວ ແລະ ນອກຈາກນີ້ ພວກເຮົາມາເຖິງ ປັດຈຸບັນນີ້ ພວກເຮົາ ກໍບໍ່ໄດ້ຕັ້ງ ບັນຫາກ່ຽວກັບ ບັນຫານີ້ ໃຫ້ເຂົ້າໃຈ ຕາມນີ້.”
ນອກຈາກສີ່ຄົນນີ້ແລ້ວ ເຈົ້າໜ້າທີ່ລາວ ຍັງຈັບພວກຄ້າ ຢາເສບຕິດ ທີ່ເປັນສະມາຊິກ ຂອງກຸ່ມທັງສີ່ ຮວມທັງໝົດ 33 ຄົນ ໃນນັ້ນເປັນ ແມ່ຍິງ 11 ຄົນ ພ້ອມທັງຍຶດ ຂອງກາງ ຊຶ່ງມີທັງເງິນສົດ, ຄຳ, ເຮືອນ, ໂຮງແຮມ, ຕລາດ, ຮ້ານອາຫານ ແລະຣົດ ຮວມເປັນມູນຄ່າ ມະຫາສານ.