ຊົນເຜົ່າພາກເໜືອຍັງລັກ ປູກຝິ່ນ

ໄມຊູລີ
2019.01.16
f-poppies ຮູປຖ່າຍ ທົ່ງປູກຝິ່ນ ໂດຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຫລື UNODC
Poppy field. Photo: UNODC

ສປປລາວ ຍັງມີການລັກປູກຝິ່ນ ຫລາຍພັນເຮັກຕ່າ ໂດຍສະເພາະໃນເຂດຫ່າງໄກສອກຫລີກ ເທິງພູສູງເຂດພາກເໜືອ, ສ່ວນຫຼາຍຈະເປັນ ຊົນເຜົ່າທີ່ຍັງນິຍົມປູກຝິ່ນ ເນື່ອງຈາກພວກເຂົາເຈົ້າ ຍັງເຊື່ອວ່າ ຝິ່ນຈະຊ່ວຍບໍາບັດ ສຸຂພາບຮ່າງກາຍ ແລະບາງຄົນ ປູກຝີ່ນເພື່ອເອົາເບັ້ຍ ໄປຂາຍ ໃຫ້ຄົນບ້ານອື່ນ ແລະຂາຍຢູ່ຕາມຊາຍແດນ ລາວ-ວຽດນາມ ຫຼືຂາຍໃຫ້ນາຍໜ້າ. ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 16 ມົກກະຣາ ນີ້ວ່າ:

“ປູກຝິ່ນມີລະເບາະ ຖືວ່າປີນີ້ຂ້ອນຂ້າງຫຼາຍ ສ່ວນຫລາຍກໍແມ່ນເຜົ່າມົ້ງ ຫັ້ນຫລະ ສ່ວນຫລາຍເຂົາປູກ ເຂົາຮັບໃຊ້ຄອບຄົວເຂົາ ອັນນັ້ນ ເບັ້ຽມັນເຂົາເຈົ້າໄປລັກລອບຂາຍ ເລາະໄປເນາະ ມັນຈະໄປຕາກຂາຍຢູ່ໃນຕລາດ ມັນຈະເລາະຂາຍໄປແຕ່ລະເຮືອນ ຫັ້ນນະ”

ທ່ານກ່າວຕື່ມວ່າ ສາເຫດທີ່ ສປປລາວ ຍັງມີການປູກຝີ່ນຢູ່ຫລາຍກໍຍ້ອນວ່າ ເຈົ້າໜ້າທີ່ ກວດກາມີນ້ອຍ ງົບປະມານບໍ່ພຽງພໍ ເຮັດໃຫ້ການ ກວດກາບໍ່ທົ່ວເຖິງ ໃນຫຼາຍພື້ນທີ່. ຜ່ານມາ ການລົງກວດກາພື້ນທີ່ປູກຝີ່ນ ຈະໄດ້ຮັບທຶນຈາກອົງການຕ່າງປະເທດ ເປັນຕົ້ນທະນະຄານ ພັທນາເອເຊັຍ ຫຼື (ADB) ແລະ ສະຫະພາບຢູໂຣບ (The European Union).

ໜັງສືພິມ ປກສ ຣາຍງານເມື່ອວັນທີ່ 11 ມົກຣາ ນີ້ວ່າໃນສົກປີ 2017-18 ມີປະຊາຊົນບໍ່ໜ້ອຍ ຍັງລັກປູກຝີ່ນ ຕາມສະຖານທີ່ຕ່າງໆ ທີ່ ໄກຈາກ ສາຍຕາຂອງເຈົ້າໜ້າທີ່, ແລະວ່າຈາກຂໍ້ມູນ ພາບຖ່າຍຈາກດາວທຽມ ກ່ຽວກັບພື້ນທີ່ປູກຝີ່ນຂອງ ທາງການຈີນ ມີປະມານ 5,008 ເຮັກຕ່າ ໃນຂນະທີ່ ເຈົ້າໜ້າທີ່ລາວ ກວດກາ ແລະ ພົບເຫັນມີພຽງແຕ່ 486 ເຮັກຕ່າ.

ນັບແຕ່ປີ 2005 ສປປລາວ ໄດ້ສັ່ງຫ້າມປະຊາຊົນປູກຝີ່ນ ແລະເຂັ້ມງວດ ໃນການກວດກາ ແລະ ສະກັດກັ້ນ ການປູກຝີ່ນຢູ່ແຂວງຕ່າງໆ ໃນນັ້ນຮວມເຖິງ ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ໄຊຍະບູຣີ ຫລວງພຣະບາງ ແລະສົ່ງເສິມໃຫ້ຊາວບ້ານ ປູກພຶດເສຖກິດອື່ນ ແທນການປູກຝີ່ນ ແຕ່ກໍຍັງບໍ່ ປະສົບຜົນສໍາເຣັດ ເທົ່າທີ່ຄວນ.

ປີ 2017 ສໍານັກງານປ້ອງກັນຢາເສບຕິດ ແລະປາບປາມອາຊຍາກັມ ສະຫະປະຊາຊາດ ຫຼື UNODC ຣາຍງານເຣື້ອງການ ສໍາຣວດຝີ່ນ ໃນເຂດເອເຊັຍ ຕະເວັນອອກສຽງໃຕ້ ປະຈໍາປີ 2016 ຣະບຸວ່າ ລາວມີພື້ນທີ່ປູກຝີ່ນ ໃນທົ່ວປະເທດ 5,700 ເຮັກຕ່າ ແລະ ເປັນປະເທດ ທີ່ປູກຝີ່ນ ຫລາຍເປັນອັນດັບ 3 ຂອງໂລກຮອງຈາກ ອັຟການິສຖານ ແລະ ພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.