ວັນຕ້ານຢາເສພຕິດ ສາກົນ
2014.06.26
ເຈົ້າໜ້າທີ່ ທາງ ການລາວ ເຜົາ ຢາເສພຕິດ ທີ່ ຜິດ ກົດໝາຍ ທີ່ ຍຶດໄດ້ ໃນ ມູນຄ່າ 17 ລ້ານ 5 ແສນ ໂດລາ ສະຫະຣັຖ ໃນ ວັນພຸດ ນີ້ ໃນໂອກາດ ຄົບຮອບ ວັນ ຕ້ານ ຢາເສພຕິດ ສາກົນ ແລະ ການຄ້າ ທີ່ຜິດ ກົດໝາຍ.
ເຂົ້າຮ່ວມ ພິທີເຜົາ ຢາເສພຕິດ ທີ່ວ່າ ນີ້ມີ ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ບັນດາ ຣັຖມົນຕຣີ ຮອງ ຣັຖມົນຕຣີ ເຈົ້າໜ້າທີ່ ນະຄອນ ຫຼວງ ວຽງຈັນ ແລະ ບັນດາ ຜູ້ຕາງໜ້າ ຈາກ ອົງການ ຈັດຕັ້ງ ສາກົນ ຕ່າງໆ.
ໃນຄໍາກ່າວ ຕໍ່ພິທີ ນັ້ນ ທ່ານ ກຸ ຈັນສີມາ ປະທານ ຄະນະ ກັມມະການ ຄວບຄຸມ ແລະ ກວດກາ ຢາເສພຕິດ ແຫ່ງຊາດ ລາວ ໄດ້ເນັ້ນ ເຖິງການ ເອົາໃຈໃສ່ ແລະ ມຸ້ງໝັ້ນ ຢ່າງ ຕໍ່ເນື່ອງ ແລະ ແຂງແກ່ນ ຂອງ ຣັຖບາລ ລາວ ໃນການ ຕ້ານ ຢາເສພຕິດ ທີ່ ຜິດ ກົດໝາຍ.
ທ່ານ ກຸ ກ່າວອີກວ່າ ການມີໜ້າ ມາຮ່ວມ ຂອງ ພນະທ່ານ ໃນທີ່ນີ້ ສະແດງ ເຖິງຄວາມ ມຸ້ງໝັ້ນ ຂອງ ພັກ ແລະ ຣັຖບາລ ລາວ ທີ່ ມີມາ ຍາວນານ ແລະ ການສນັບ ສນູນ ທີ່ ຊັດແຈ້ງ ໃນການ ຕໍ່ຕ້ານ ການຜລິດ, ການເສບ ແລະ ການຄ້າ ຢາເສພຕິດ.
ຢາເສພຕິດ ທີ່ ຖືກນໍາມາ ເຜົານັ້ນ ມີທັງ ຢາບ້າ ກະຕຸ້ນເສັ້ນ ປະສາດ ຫລາຍກວ່າ 5 ລ້ານ 4 ແສນ 3 ໝື່ນ ເມັດ, ກັນຊາ 3,000 ກິໂລ ກຣາມ, ຢາບ້າຊນິດ crystal 49.2 ກຣາມ, ເຮໂຣອິນ 334 ກຣາມ ແລະ ຢາ Ameflu 32.2 ກິໂລກຣາມ.
ທ່ານ ກຸ ເວົ້າວ່າ ປີທີ່ ຜ່ານມາ ທາງການ ລາວ ໄດ້ແກ້ໄຂ ບັນຫາ ຫລາຍຢ່າງ ກ່ຽວກັບ ການ ສະກັດກັ້ນ ການຣະບາດ ຂອງ ຢາເສພຕິດ ທີ່ ຜິດ ກົດໝາຍ ຢູ່ ພາຍໃນ ປະເທສ. ໂຄງການ ສົ່ງເສີມ ຄວາມ ຮັບຮູ້ ຂອງ ປະຊາຊົນ ແລະ ການບໍາບັດ ຜູ້ຕິດ ຢາເສພຕິດ ກໍໄດ້ຮັບ ການ ຂຍາຍຕົວ.