ຢາເສພຕິດ ສາມຫຼ່ຽມຄໍາ ຍັງ ຂຍາຍໂຕ

ສິດນີ
2018.02.02
F-drug ຮູປພາບນີ້ ຄືສ່ວນນຶ່ງທີ່ ກຸ່ມຄ້າ ກຸ່ມຜລິດ ຢາເສບຕິດ ທີ່ຖືກເຈົ້າໜ້າທີ່ ພະມ້າ ເຂົ້າປາບປາມ ບ່ອນຜລິດ ຢາເສບຕິດ ທີ່ມີທັງຄວາມ ເປິເປື້ອນ ໃນກາງປ່າ.
Tholakhong/Tonamcha

ອົງການປາບປາມຢາເສບຕິດ ແລະອາຊຍາກັມສະຫະປະຊາຊາດ ຫລື UNODC ໄດ້ອອກບົດຣາຍງານຄັ້ງຫລ້າສຸດ ກ່ຽວກັບ ການຜລິດຝິ່ນ ໃນພະມ້າ ແລະ ສປປລາວ ວ່າ, ເລີ້ມແຕ່ປີ 2015 ເປັນຕົ້ນມາ ພື້ນທີ່ປູກຝິ່ນ ໃນເຂດຊານ ແລະເຂດກາຈີນ ຂອງ ພະມ້າ ໄດ້ຫລຸດລົງ ປະມານ 25% ມາເປັນ 41 ພັນເຮັກຕາ ແຕ່ໃນຂນະດຽວກັນ ການຈັບກຸມ ແລະຍຶດເຮໂຣອິນ ໃນຈີນ ກຳພູຊາ ແລະໄທ ໃນຣະຍະເວລາ ດຽວກັນ ກໍເພີ້ມຂຶ້ນ.

ກອງບັນຊາການຕຳຣວດແຫ່ງຊາດໄທ ຣາຍງານວ່າທາງການໄທ ໄດ້ຈັບກຸມແລະຍຶດ ເຮໂຣອິນໃນປີ 2017 ໄດ້ 264 ກິໂລກຣາມ ເພີ້ມຂຶ້ນ 278% ຈາກປີທີ່ຜ່ານມາ. ການສຳຣວດ ຂອງອົງການປາບປາມ ຢາເສບຕິດແລະອາຊຍາກັມ ສະຫະປະຊາຊາດ ພົບວ່າ ໂດຍທົ່ວໄປພື້ນທີ່ ປູກຝິ່ນໃນ ພະມ້າ ສາມາດຜລິດຝິ່ນໄດ້ຫລາຍກວ່າ 15% ຖ້າທຽບໃສ່ການປູກໃນປີ 2015; ດັ່ງນັ້ນການຫຼຸດລົງຂອງພື້ນທີ່ປູກຝິ່ນໃນພະມ້າ ບໍ່ໄດ້ສົ່ງຜົລກະທົບ ຕໍ່ການສົ່ງເຮໂຣອິນໃຫ້ປະເທດ ທີ່ຕ້ອງການດັ່ງຈີນ, ໄທແລະອອສເຕຣເລັຽນັ້ນເລີຍ ຊຶ່ງກຸ່ມອັນຕະພານ ຄ້າຢາເສບຕິດ ຈາກສາມຫລ່ຽມຄຳ ໃນປະເທດລາວແລະພະມ້າ ຍັງນາບຂູ່ຕໍ່ກົດຫມາຍ ຄຳສັ່ງ ແລະສະຖຽນຣະພາບ ໃນຂົງເຂດຢູ່.

ການຫລຸດລົງຂອງພື້ນທີ່ປູກຝິ່ນໃນພະມ້າ ເປັນການປ່ຽນຕັກຕິກຂອງກຸ່ມຄ້າຢາເສບຕິດ ທີ່ຫັນໄປຜລິດຢາເສບຕິດ ປະເພດອື່ນຫລາຍຂຶ້ນ ເປັນຕົ້ນຢາບ້າ ຢາກະຕຸ້ນປະສາດ ແລະຢາໄອສ ຍ້ອນມັນຜລິດງ່າຍ ມີໄດ້ກຳໄຣສູງ ຍາກໃນການຈັບກຸມ ແລະກວດກາ ຂອງເຈົ້າຫນ້າທີ່.

ເລີ້ມແຕ່ປີ 2015 ເປັນຕົ້ນມາ ເອເຊັຽຕາເວັນອອກ ແລະເອເຊັຽຕາເວັນອອກສ່ຽງໃຕ້ ກາຍເປັນພື້ນທີ່ຜລິດຢາບ້າ ແລະຢາກະຕຸ້ນປະສາດ ຣາຍໃຫຍ່ໃນໂລກ. ບົດຣາຍງານກ່ຽວກັບ ການຄ້າຢາເສບຕິດ ໃນໂລກ ປີ 2017 ຂອງອົງການປາບປາມຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ຫລື UNODC ເປີດເຜີຍວ່າ ກຸ່ມອັນຕະພານ ຄ້າຢາເສບຕິດ ໃນລາວແລະພະມ້າ ເປັນກຸ່ມທີ່ສຳຄັນ ໃນການຜລິດ ຢາເສບຕິດ ປະເພດຢາບ້າ ສົ່ງໄປຂາຍໃນຫລາຍປະເທດໃນໂລກ. ພື້ນທີ່ສາມຫລ່ຽມຄຳ ເຂດປອດ ບ່ອນຕິດຈອດຊາຍແດນ ຊຶ່ງເປັນບ່ອນ ທີ່ບໍ່ແມ່ນ ດິນຂອງຣັຖບານປະເທດໃດ ກາຍເປັນບ່ອນ ທີ່ກຸ່ມອັນຕະພານ ໃຊ້ໃນການຜລິດຢາເສບຕິດ ຂນາດແຮງຣາຍໃຫຍ່ ຊຶ່ງເຈົ້າຫນ້າທີ່ ກໍບໍ່ສາມາດ ເຂົ້າໄປຈັບກຸມໄດ້.

ຢາເສບຕິດຣະດັບຕ່ຳ ດັ່ງຢາບ້າຖືກຜລິດ ແລະສົ່ງໄປຂາຍຢູ່ໃນຂົງເຂດ ປະເທດອາຊຽນ ແລະຣະດັບສຸງ ສົ່ງຂາຍໄປໃນຫລາຍປະເທດ ເປັນຕົ້ນ ອອສເຕຣເລັຽແລະອື່ນໆ ຈາກກຸ່ມຄ້າຢາເສບຕິດ ໃນຂົງເຂດ ສ້າງຣາຍໄດ້ອັນມະຫາສານ ໃຫ້ແກ່ກຸ່ມ ອັນຕະພານ ຄ້າຢາເສບຕິດ ດ້ວຍການຜລິດຢ່າງຫລວງຫລາຍ ຫລາຍລ້ານເມັດ ໃນແຕ່ລະຄັ້ງ.

ໃນປີ 2016 ຕຳຣວດໄທ ໄດ້ຍຶດຢາບ້າໄດ້ 215 ລ້ານເມັດ ນອກຈາກຢາບ້າແລ້ວ ກຸ່ມດັ່ງກ່າວຍັງຜລິດຢາກະຕຸ້ນປະສາດ ເພື່ອສົ່ງໄປຈີນ ແລະອອສເຕຣເລັຽ ຊຶ່ງຕລາດດັ່ງກ່າວໄດ້ຫລຸດລົງ ວ່າງປີຫລັງໆມານີ້ ແຕ່ປະເພດຢາບ້າ ແລະເຮໂຣອິນ ເພີ້ມຂຶ້ນ.

ຣາຍງານວ່າເຫດຜົລ ທີ່ຍັງມີການຜລິດຢາເສບຕິດ ຫລາຍຢູ່ໃນເຂດສາມຫລ່ຽມຄຳ ເປັນຍ້ອນວ່າ ການໃຫ້ສິນບົນ ແລະຊື້ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ີ່ຣັດ ໃນປະເທດນັ້ນໆ ແລະການຂາດຄວາມຮ່ວມມື ໃນການປະຕິບັດງານ ປາບປາມກຸ່ມດັ່ງກ່າວ ໃນຫລາຍພື້ນທີ່ ຈຶ່ງເຮັດ ໃຫ້ມີການຄ້າ ແລະສົ່ງຢາເສບຕິດ ຜ່ານປະເທດດັ່ງກ່າວໄດ້ໂດຍງ່າຍ ຮ່ວມດ້ວຍພື້ນທີ່ ໃນການປູກຝິ່ນ ແລະຜລິດຢາເສບຕິດ ໃນເຂດສາມ ຫລ່ຽມຄຳ ຍາກໃນການເຂົ້າໄປຈັບກຸມ ແລະກວດຄົ້ນ ກຸ່ມດັ່ງກ່າວ ຈະຍ້າຍສະຖານທີ່ ການຜລິດໄປເລື້ອຍໆ ແລະມີການຄວບຄຸມ ແລະ ປ້ອງກັນຢ່າງຫນາແຫນ້ນ.

ໃນການປາບປາມແລະປ້ອງກັນບັນຫາດັ່ງກ່າວ ປະເທດທີ່ກ່ຽວຂ້ອງຕ້ອງໄດ້ ເຮັດວຽກຮ່ວມກັນ ໃນການຮ່ວມຂໍ້ມູນຂ່າວສານ ການຈັບກຸມ ກວດກາແລະຈັບກຸມລົງໂທດ ຮ່ວມກັບອົງການສະຫະປະຊາຊາດ ຫນ່ວຍງານຕ້ານຢາເສບຕິດ ບໍ່ດັ່ງນັ້ນບັນຫາ ຢາເສບຕິດຈະບໍ່ສິ້ນສຸດ ຈັກເທື່ອ.

ຣາຍງານວ່າ ບັນຫາຢາເສບຕິດເກີດຂຶ້ນ ຍ້ອນຄວາມທຸກຍາກ ຂອງປະຊາຊົນ ແລະການຊື້ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ທ້ອງຖິ່ນ ປະຊາຊົນ ໃນເຂດຊົນນະບົດບາງເຂດ ຂອງລາວແລະພະມ້າ ຍັງພາກັນປູກຝິ່ນຢູ່ ແລະກຸ່ມອັນຕະພານ ຍັງພາກັນຜລິດ ຢາເສບຕິດ ແລະຢາກະຕຸ້ນປະສາດຢູ່ ຍ້ອນມັນໄດ້ຣາຄາດີ ແລະຂາດການຈັບກຸມແລະລົງໂທດ ຢ່າງຈິງຈັງ ແລະກວດກາຈາກເຈົ້າຫນ້າທີ່ ຊຶ່ງໃນ ບາງເຂດ ເຈົ້າຫນ້າທີ່ ບໍ່ສາມາດເຂົ້າໄປເຖິງໄດ້.

ອີງຕາມການສຳຣວດ ຂອງຫ້ອງການປາບປາມຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ໃນຕົ້ນປີ 2012 ພົບວ່າ ການປູກຝິ່ນ ໃນເຂດສາມຫລ່ຽມຄຳ ເຊັ່ນ; ລາວ,ໄທແລະພະມ້າ ເພີ້ມຂຶ້ນ 22% ຈາກປີກ່ອນຫນ້ານັ້ນ, ທີ່ພະມ້າເພີ້ມຂຶ້ນ 76% ແລະ ທີ່ ສປປລາວ ເພີ້ມຂຶ້ນ 58%.

ຕາມຣາຍງານໃນປີ 2010 ການປູກຝິ່ນໃນລາວເພີ້ມຂຶ້ນ 19% ໃນປີ 2011 ເພີ້ມຂຶ້ນ 28% ແລະໃນປີນີ້ເພີ້ມຂຶ້ນ 58%. ພື້ນທີ່ປູກຝິ່ນ ສ່ວນໃຫຍ່ແມ່ນຢູ່ພາກເຫນືອຂອງລາວ ທີ່ປົກຫຸ້ມດ້ວຍພູຜາປ່າໄມ້ ເຈົ້າຫນ້າທີ່ບໍ່ສາມາດເຂົ້່າໄປປາບປາມໄດ້ ເຊັ່ນ ແຂວງຜົ້ງສາລີ ຫົວພັນ ແລະຊຽງຂວາງ ເປັນຕົ້ນ. ດ່ັງເຈົ້າຫນ້າທີ່ ປາບປາມຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ປະຈຳລາວ ເວົ້າໃນຣະຍະທີ່ ຜ່ານມາວ່າ:

"ລາວຖືກໃຊ້ເປັນທາງຜ່ານຂົນສົ່ງຢາເສບຕິດ ຈາກພະມ້າ ໂດຍມີເປົ້າໝາຍຜ່ານ ລາວໄປວຽດນາມ ພວກທ່ານຍັງເຫັນການເພີ້ມຂຶ້ນ ຂອງການເສບຢາເສບຕິດ ຂອງກຸ່ມຊົນເຜົ່າໃນລາວ ຫລາຍຂຶ້ນ."

ເຫດຜົລທີ່ມີການປູກຝິ່ນໃນລາວເພີ້ມຂຶ້ນ ກໍເປັນເພາະວ່່າ:

1-ສະພາບຄວາມວຸ້ນວາຍ ໃນພະມ້າ ໂດຍສະເພາະໃນເຂດຊານ ແລະເຂດກາຈີນ ບ່ອນທີ່ມີການປູກຝິ່ນຣາຍໃຫຍ່ ແລະສົງຄາມ ໃນອັຟການິສຖານ ເຮັດໃຫ້ຣາຄາຝິ່ນສູງຂຶ້ນ ຈຶ່ງກະຕຸ້ນໃຫ້ມີການປູກຝິ່ນ ຫລາຍຂຶ້ນໃນລາວ ແລະໃນປະເທດອ້ອມຂ້າງ

2-ຍ້ອນຣາຄາຜັກແລະພືດທົດແທນ ໃນແຜນການຂອງຣັຖບານ ຕົກຕ່ຳບໍ່ກຸ້ມຄ່າໃນການປູກ ເຮັດໃຫ້ປະຊາຊົນ ອຶດຢາກເພີ້ມຂຶ້ນ ຈຶ່ງພາກັນຫັນມາປູກ ຝິ່ນອີກໃຫມ່.

3-ຍ້ອນຄວາມທຸກຍາກ ຂອງປະຊາຊົນ ໃນເຂດຊົນນະບົດ ບ່ອນທີ່ເຄີຍປູກ ຝິ່ນມາກອ່ນ ເພາະຣາຄາອາຫານການກິນແພງ ບໍ່ສາມາດລ້ຽງຄອບຄົວໄດ້ ຈຶ່ງພາກັນປູກ ຝິ່ນ.

4-ຍ້ອນການຂາດອາຊີບທີ່ແນ່ນອນເພື່ອລ້ຽງຄອບຄົວ ການເຮັດໄຮ່ເຮັດນາ ກໍບໍ່ໄດ້ຜົລ ສະພາບອາກາດບໍ່ອຳນວຍ ຈຶ່ງຫັນໄປເຮັດ ແນວອື່ນທີ່ຕົນເຄີຍເຮັດ ເຊັ່ນການປູກຝິ່ນ.

5-ລາຍໄດ້ຈາກການຂາຍຝິ່ນດີກວ່າ ການປະກອບອາຊີບແນວອື່ນ ເຊັ່ນ; ຕົວຢ່າງຣາຄາຝິ່ນ ຈະຕົກຢູ່ ກິໂລລະ ນຶ່ງພັນກວ່າ ໂດລາ ຖ້າຂາຍຍ່ອຍ ຖ້າຂາຍສົ່ງຈະຕົກຢູ່ປະມານ ກິໂລລະ 300 ກວ່າໂດລາ ແຕ່ຣາຄາຜັກທີ່ປູກ ໃນແຜນການປູກພືດທົດແທນ ຂອງຣັັຖບານ ຖ້າມີຕລາດ ກິໂລນຶ່ງບໍ່ຮອດ ນຶ່ງໂດລາ.

6-ການປາບປາມແລະການຈັບກຸມ ຂອງຣັຖບານກໍບໍ່ເຄັ່ງຄັດ ເທົ່າເຖິງປັດຈຸບັນ ຕາມຣາຍງານ ຜູ້ປູກຝີ່ນທີ່ຖືກຈັບໄດ້ນັ້ນ ມີນ້ອຍ ຖ້າມີກໍຈະລົງໂທດພຽງ ແຕ່ການບຳບັດເທົ່ານັ້ນ ແລ້ວກໍປ່ອຍໄປ.

7-ການຊ່ອຍເຫລືອຈາກຕ່າງປະເທດ ກໍບໍ່ພຽງພໍ ສຳລັບໃຊ້ໃນການຝຶກອາຊີບໃຫມ່ ໃຫ້ແກ່ປະຊາຊົນ ຜູ້ປູກຝີ່ນ ແລະຣັຖບານລາວ ກໍບໍ່ມີງົບປະມານ ໃນແຜນການດັ່ງກ່າວ.

"ລາວຕ້ອງຍົກຣະດັບການປ້ອງກັນຕາມແນວຊາຍແດນ ການປາບປາມ ຂອງເຈົ້າຫນ້າທີ່ ລາວ ຕໍ່ກຸ່ມດ່ັງກ່າວ ຕ້ອງເຂັ້ມງວດ ແລະ ການສືບສວນສອບສວນ ກ່ຽວກັບ ຢາເສບຕິດ ຕ້ອງເພີ້ມມາຕການຫລາຍຂື້ນ."

ສຳລັບ ສປປລາວ ແລ້ວການປູກຝິ່ນໄດ້ເພີ້ມຂຶ້ນໃນຣະຍະ 3 ປີຜ່ານມາແຕ່ບໍ່ມີຣາຍງານ ໃນປີນີ້ເພີ້ມຂຶ້ນ 58% ຈາກປີຜ່ານມາ ເພາະ ການປູກພືດທົດແທນ ຂອງຣັຖບານ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຕ່າງປະເທດ ບໍ່ໄດ້ຜົລ. ການປູກຝິ່ນໃນລາວ ມີແນວໂນ້ມຈະເພີ້ມຂຶ້ນ ໄປເລື້ອຍໆ ແລະສາເຫດອີກສ່ວນນຶ່ງ ກໍມີການສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ທ້ອງຖິ່ນ ຜູ້ທີ່ມີອຳນາດ ການຊື້ຈ້າງຈອບອອຍໃຫ້ສີນບົນແກ່ ເຈົ້າຫນ້າທີ່ ຫນ່ວຍງານທີ່ກ້ຽວຂ້ອງ ໃນປະເທດ ໃນຂົງເຂດເປັນຕົ້ນ ສປປລາວ, ໄທ ແລະ ພະມ້າ.

ກຸ່ມຕໍ່ຕ້ານຣັຖບານບາງກຸ່ມ ໃນພະມ້າ ໃຊ້ເງິນລາຍໄດ້ ຈາກການຄ້າ ຢາເສບຕິດ ຊື້ອາວຸດຍຸທໂທປະກອນ ຕໍ່ຕ້ານຣັຖບານ. ຢາເສບຕິດ ເປັນອັນຕະຣາຍ ຕໍ່ປະເທດຊາດ ແລະຊາວຫນຸ່ມ ເປັນອຸປສັກຕໍ່ການພັທນາ ເສຖກິດແລະສັງຄົມ ຂອງປະເທດຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.