ທາງການເພີ່ມການຄຸ້ມຄອງ ຕລາດ ຊັ່ງຈ້ຽງ
2018.02.08

ປັດຈຸບັນທາງການນະຄອນຫລວງວຽງຈັນ ໄດ້ເພີ່ມການເອົາໃຈໃສ່ຄຸ້ມຄອງ ຕລາດຊັງຈ່ຽງ ເມືອງສີໂຄດຕະບອງ ຫຼາຍຂື້ນກວ່າເກົ່າ ຫລັງຈາກກວດພົບວ່າ ຢູ່ຕລາດແຫ່ງດັ່ງກ່າວ ມີປະກົດການຫຍໍ້ທໍ້ ເກີດຂຶ້ນເລື້ອຍໆ ເປັນຕົ້ນບັນຫາການຊິງຊັບ, ຄ້າຂາຍ ຢາເສພຕິດ, ຄ້າຂາຍຂອງເຖີື່ອນ ຊຶ່ງປະຊາຊົນທົ່ວໄປ ຢ້ານວ່າ ບ່ອນນີ້ກຳລັງ ຈະກາຍເປັນແຫຼ່ງມົ້ວສຸມ ອາຊຍາກັມ ນັບມື້ນັບຫຼາຍຂຶ້ນ, ດັ່ງເຈົ້າໜ້າທີ່ ເມືອງສີໂຄດຕະບອງ ທ່ານນຶ່ງກ່າວວ່າ ຕໍ່ວິທຍຸເອເຊັຽເສຣີວ່າ:
"ເອີ້ເຄັ່ງຄັດຫລາຍເພາະວ່າ ມັນຂຶ້ນກັບເມືອງເຮົາເດ້ວ່າຊັນສະ ເພິ່ນໄດ້ເອົາເຈົ້າໜ້າທີ່ພຸ້ນແຫລະລົງໄປ ປະຈຳຫັ້ນນະ ຢູ່ສະຖານທີ່ນັ້ນບໍ່ວ່າ ອີຫຍັງຕ່າງໆ ແຫລະວ່າຊັ້ນສະ ການເຄື່ອນໄຫວເພາະວ່າມັນ ຢູ່ຫັ້ນມັນມີຄົນຕ່າງປະເທດເນາະ ຄືຈີນຄືຫຍັງຫັ້ນນະ ມັນມັກຊິງຊັບກັນຫັ້ນະ."
ເມື່ອວັນທີ 30 ມົກຣາຜ່ານມານີ້່ ເຈົ້າໜ້າທີ່ສະກັດກັ້ນ ແລະຕ້ານຢາເສບຕິດ ກົມໃຫຍ່ຕຳຣວດ ໄດ້ຈັບຜູ້ຄ້າຢາເສພຕິດ ທີ່ເປັນ ຊາວພະມ້າ 2 ຄົນ ແລະ ຊາວເມືອງສິງ ແຂວງຫລວງນໍ້າທາ ອີກ 1 ຄົນ ຈັັບໄດ້ຢູ່ທີ່ຕລາດຊັງຈ່ຽງ ພ້ອມກັບຍຶດຂອງກາງເປັນ ເຮໂຣອີນຈຳນວນ 26 ແທ່ງ ນໍ້າໜັກ 10 ກິໂລ ພວກກຽ່ວສາຣະພາບ ວ່າໄດ້ກຽມເຮໂຣອີນ ຈຳນວນດັ່ງກ່າວ ເພື່ອສົ່ງໃຫ້ແກ່ລູກຄ້າ ປັດຈຸບັນເຈົ້າໜ້າທີ່ ກຳລັງ ສືບສວນ ສອບສວນ ພວກກ່ຽວຢູ່, ດັ່ງເຈົ້າໜ້າທີ່ ກົມໃຫຍ່ຕຳຣວດ ທ່ານນຶ່ງກ່າວວ່າ:
"ມັນກະຜ່ານມາກະບໍ່ເຄີຍເກີດດອກ ເຂົາກາດຳເນີນຄະດີ ຕາມລະບຽບກົດໝາຍ ເຂົາຍັງພວມດຳເນີນ ແລ້ວເຂົາຈຶ່ງຊີອອກຂ່າວເປັນທາງການ ທາງໂທຣະພາບ."
ເມື່ອປີກາຍ ເຈົ້າໜ້າທີ່ອົງການຈັດຕັ້ງສາກົລ ທ່ານນຶ່ງກ່າວວ່າພວກນາຍໜ້າ ຄ້າມະນຸດ ທັງຄົນຈີນແລະຄົນລາວ ມັກໃຊ້ຕລາດຊັງຈ່ຽງ ເປັນ ສູນກາງ ໃນການພົບພໍ້ກັນ ແລ້ວນໍາແມ່ຍິງລາວ ທີ່ເປັນເຫຍື່ອຂອງພວກເຂົາເຈົ້າ ມາພັກເຊົາຢູ່ບ່ອນດັ່ງກ່າວ ເພື່ອໃຫ້ ກຸ່ມລູກຄ້າມາຊື້ຕົວໄປ ແລະເວັບໄຊ Sixth Tone ໄດ້ນໍາສເນີຂ່າວວ່າ ຕລາດຊັງຈຽງເປັນສະຖານທີ່ ຂາຍຂອງເຖີື່ອນຫຼາຍແນວເປັນຕົ້ນແມ່ນ ເຄື່ອງເອ້ຜລິຕພັນ ຈາກຊິ້ນສ່ວນສັດປ່າ ຂາຍໃຫ້ແກ່ ນັກທ່ອງທ່ຽວ ຕ່າງປະເທສ ແຕ່ເຈົ້າໜ້າທີ່ ຝ່າຍການຕລາດ ຂອງຕລາດຊັງຈຽງ ອອກມາປະຕິເສດວ່າ ບໍ່ມີສີ່ງທີ່ຜີດກົດໝາຍ ເກິດຂື້ນພາຍໃນຕລາດຊັງຈຽງ ແຕ່ຢ່າງໃດ.
ຕລາດຊັງຈ້ຽງ ຖືກໄຟໄໝ້ເມື່ອປີກາຍ ປັຈຸບັນເຈົ້າຂອງຕລາດ ກຳລັງສ້າງໃໝ່.