ຂ.ບໍ່ແກ້ວ ສືບຫາທີ່ມາ ຢາໄອ໋ຊ
2018.05.21

ທາງການແຂວງບໍ່ແກ້ວ ກຳລັງສືບຫາທີ່ມາຂອງຢາໄອ໋ຊ ຈຳນວນ 651 ກິໂລກຣາມ ມູນຄ່າກວ່າ 600 ລ້ານບາດ ທີ່ຍຶດໄດ້ຢູ່ບ້ານຫ້ວຍຫະ, ເມືອງຕົ້ນເຜິ້ງ ຂນະທີ່ຄົນຮ້າຍກຳລັງຂົນສົ່ງຢາເສພຕິດດັ່ງກ່າວ ໄປແຂວງຫຼວງນໍ້າທາ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 18 ພຶສພາ ນີ້ວ່າ ປັດຈຸບັນກຳລັງສືບສວນຂໍ້ມູນ ຈາກພວກກ່ຽວຢູ່ ເພື່ອນຳຫາຜູ້ເປັນເຈົ້າຂອງຢາໄອ໋ຊຈຳນວນດັ່ງກ່າວ. ສ່ວນຣາຍລະອຽດນັ້ນຍັງບໍ່ສາມາດ ເປີດເຜີຍໄດ້:
“ຕາມການເກັບກຳຂໍ້ມູນຂອງໄທເຮົາ ນິເນາະ ກໍ່ເຫັນວ່າ ມັນບໍ່ສາມາດຢັ້ງຢືນໄດ້ ວ່າແມ່ນຂອງບຸກຄົນໃດ ຢາຫັ່ນນະເນາະ ຖືວ່າຕອນນີ້ ໄທເຮົາ ແມ່ນໄດ້ເກັບກັບຂໍ້ມູນຢູ່ ບໍ່ທັນເປີດເຜີຍໄດ້ບໍ່ສາມາດບົ່ງບອກໄດ້ ວ່າຂອງທ້າວນີ້ທ້າວນີ້ ຍັງບໍ່ສາມາດບົ່ງບອກໄດ້.”
ຢາໄອ໋ຊ ຊຸດດັັ່ງກ່າວນີ້ ຕຳຣວດຜແນກສະກັດກັ້ນ ແລະຕ້ານຢາເສພຕິດ ແຂວງບໍ່ແກ້ວ ຈັບໄດ້ໃນວັນທີ 11 ພຶສພາ ທີ່ຜ່ານມາ ເວລາ 9 ໂມງເຊົ້າ ຫຼັງຈາກໄດ້ຮັບແຈ້ງຈາກ ພົລເມືອງດີ ວ່າຈະມີການຂົນສົ່ງ ຢາໄອ໋ຊ ທີ່ມີຈຳນວນຫຼາຍທີ່ສຸດ ຈາກເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄປທີ່ແຂວງຫຼວງນໍ້າທາ.
ການຈັບພວກຄ້າຢາເສພຕິດໃນຄັ້ງນີ້ ເຈົ້າໜ້າທີ່ສາມາດຍຶດຂອງກາງ ເປັນຢາໄອ໋ຊ 651 ກິໂລກຣາມ, ຣົດປຣາຣາໂດ ທີ່ໃຊ້ໃນການຂົນສົ່ງ 3 ຄັນ, ເງິນສົດຈຳນວນ 2 ແສນ 3 ໝື່ນບາດ ແລະເງິນກີບເກືອບ 5 ລ້ານກີບ ພ້ອມກັບໂທຣະສັບມືຖື 11 ໜ່ວຍ ແລະຊັບສິນມີຄ່າອີກ ຈຳນວນນຶ່ງ.
ສຳລັບກຸ່ມຜູ້ຕ້ອງຫາ ໃນຄະດີນີ້ນັ້ນ ມີທັງໝົດ 4 ຄົນໃນນັ້ນ 2 ຄົນ ມີອາຊີບເຮັດໄຮ່ເຮັດນາ ແລະອີກ 2 ຄົນ ອາຊີບຄ້າຂາຍ. ໃນຂນະທີ່ ຖືກຈັບ ພວກກ່ຽວທັງ 4 ພຍາຍາມໃຫ້ສິນບົນ ແກ່ເຈົ້າໜ້າທີ່ 2 ລ້ານບາດ ແຕ່ເຈົ້າໜ້າທີ່ ບໍ່ຮັບເອົາເງິນ ດັ່ງກ່າວ.
ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ໄດ້ຕັ້ງຂໍ້ຫາກັບຄົນຮ້າຍທັງ 4 ແລ້ວ ຄື ມີຄວາມຜິດຖານເຈຕນາ ຮ່ວມກັນຂົນສົ່ງຢາເສພຕິດ. ສ່ວນຂໍ້ມູນອື່ນ ທີ່ພວກກ່ຽວສາຣະພາບນັ້ນ ເຈົ້າໜ້າທີ່ຍັງບໍ່ສາມາດເປີດເຜີຍໄດ້ເທື່ອ ເນື່ອງຈາກຕ້ອງໃຊ້ໃນການຂຍາຍຜົນ ສືບຫາຜູ້ຮ່ວມຂະບວນການນີ້ ຕໍ່ໄປ.