ຕໍາຣວດລາວວ່າຢາເສພຕິດ ເປັນຂອງ ກຸ່ມວ້າແດງ

ໄຊຍາ
2018.04.09
F-DRUG ເຈົ້າໜ້າທີ່ຕຳຣວດ ປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ຢືນຢັນວ່າ ຢາເສບຕິດ ທີ່ເຈົ້າໜ້າທີ່ຕຳຣວດໄທ ຍຶດໄດ້ເມື່ອວັນທີ 2 ເມສາ 2018 ເປັນຂອງກຸ່ມວ້າແດງ ພະມ້າ
Screen captured : MCOT HD

ຕຳຣວດປ້ອງກັນຄວາມສງົບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຢືນຢັນວ່າ ຢາເສພຕິດ ທີ່ເຈົ້າໜ້າທີ່ຕຳຣວດໄທ ຍຶດໄດ້ ເມື່ອວັນທີ 02 ເມສາ 2018 ເປັນຂອງກຸ່ມວ້າແດງ ພະມ້າ ທີ່ເຮືອລາວຂົນສົ່ງມາຕາມລຳ ແມ່ນໍ້າຂອງ ມາຈາກປະເທດພະມ້າ ໂດຍໃຊ້ປະເທດລາວ ເປັນທາງ ຜ່ານ. ດັ່ງເຈົ້າໜ້າທີ່ ຕຳຣວດ ປະຈຳດ່ານກວດຄົນເຂົ້າເມືອງ ເມືອງຕົ້ນເຜິ້ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ເມສາ ນີ້ວ່າ:

"ຢານິ້ແມ່ນເປັນຢາຂອງພະມ້າ ແຕ່ວ່າເຂົາໃສ່ເຮືອລ່ອງມາຜ່ານເຮົານີ້ໄປ ມາພັກຢູ່ນີ້ກະບໍ່ດົນດອກ ເພາະວ່າເຂົາກະຢ້ານ ເຈົ້າໜ້າທີ່ ຕຳຣວດລາວກວດ ເຂົາມາຈອດແບບພັກກິນເຂົ້າ ກິນນໍ້ານີ້ໜ່າ ແລະເຂົາກະມີຄົນຂອງເຂົາ ມາຮັບເອົາຢູ່ຝັ່ງໄທ."

ທ່ານກ່າວວ່າ ການທີ່ເຈົ້າໜ້າທີ່ຕຳຣວດໄທ ຍຶດຢາເສບຕິດຮວມທັງຢາບ້າ ແລະຢາໄອສ ເປັນຈຳນວນຫລາຍໄດ້ ກໍ່ຍ້ອນມີການແຈ້ງຂ່າວ ຈາກເຈົ້າໜ້າທີ່ ປະເທດພະມ້າ ວ່າຈະມີການຂົນສົ່ງ ຢາເສບຕິດ ຄັ້ງໃຫຍ່ ເຂົ້າປະເທດໄທ. ຈົນເຮັດໃຫ້ຕຳຣວດໄທ ສາມາດຈັບກຸມ ຄົນ ຂົນສົ່ງ ແລະຍຶດ ຢາເສບຕິດໄດ້.

ເຫດການໃນເທື່ອນີ້ ຖືເປັນການຍຶດຢາເສບຕິດ ໄດ້ຄັ້ງທີ່ໃຫຍ່ທີ່ສຸດ ຊຶ່ງຮວມມີຢາບ້າ ທັງໝົດເຖິງ 10 ລ້ານເມັດ, ຢາເຄ ແລະຢາໄອສ ເກືອບ 1 ພັນກິໂລກຣາມ. ເຈົ້າໜ້າທີ່ຕຳຣວດ ປະຈຳດ່ານກວດຄົນເຂົ້າເມືອງ ເມືອງຕົ້ນເຜິ້ງຢືນຢັນວ່າ ຢາເສບຕິດ ທີ່ທາງ ເຈົ້າໜ້າທີ່ໄທ ຍຶດໄດ້ນັ້ນ ບໍ່ແມ່ນຢາເສບຕິດຂອງຄົນລາວ.

ປັດຈຸບັນ ເຈົ້າໜ້າທີ່ີຮັກສາຄວາມສງົບຊາຍແດນ ລຽບຕາມແມ່ນໍ້າຂອງ ຂອງລາວ ໄດ້ເພີ່ມຄວາມເຂັ້ມງວດກວດກາ ເຮືອບັນທຸກສິນຄ້າ ທີ່ແລ່ນຜ່ານເຂດແດນຂອງຕົນ ຍ້ອນທາງການໄທຂໍຄວາມຮ່ວມມື ເພື່ອສະກັດກັ້ນການຂົນສົ່ງ ຢາເສບຕິດຂ້າມຊາດ ໃນລະຍະບຸນປີໃໝ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.