ເຈົ້າໜ້າທີ່ລາວສືບສວນ ທີ່ມາ ຢາເສພຕິດ

ສຸພັດຕາ
2018.04.12
F-Drug ຢາເສບຕິດ ທີ່ ເຈົ້າໜ້າທີ່ໄທ ຍຶດໄດ້ຮວມມູນຄ່າ 1,7 ຕື້ບາດ ທີ່ພວກຄ້າຢາເສບຕິດ ລັກຂົນຂ້າມໄປຈາກ ຝັ່ງລາວ ແຂວງບໍ່ແກ້ວ ເມື່ອວັນທີ 02 ເມສາ 2018
Screen captured laothai.org

ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ກຳລັງສືບສວນສອບສວນ ຣາຍລະອຽດຂອງຢາບ້າ 9 ລ້ານ 4 ແສນເມັດ ແລະ ຢາໄອສ໌ ຢາເຄ ເກືອບ 1 ພັນກິໂລກຣາມ ທີ່ຕຳຣວດໄທຍຶດໄດ້ ໃນວັນທີ 2 ເມສາ ທີ່ຜ່ານມາ. ການສືບສວນຄັ້ງນີ້ ທາງການລາວ ໄດ້ລົງເກັບກຳ ຂໍ້ມູນຂອງເຮືຶອ ທີ່ຈອດຢູ່ເຂດບ້ານດອນສະຫວັນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຕາມທີ່ທາງການໄທ ອອກຖແລງການ ຫຼັງຈາກ ການຈັບຢາເສພຕິດ ຊຸດນີ້ໄດ້ ເມື່ອວັນທີ 3 ເມສາ ຜ່ານມາ, ດັ່ງຄຳເວົ້າຂອງ ເຈົ້າໜ້າທີ່ຕຳຣວດ ປາບປາມຢາເສພຕິດ ກອງ ບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 12 ເມສາ ນີ້ວ່າ:

“ລະຍະທີ່ວ່າ ເຂົາຂົນສົ່ງຢາເສບຕິດຫັ້ນນະເນາະ ມັນຈະແມ່ນດ້ວຍການເຮືອບໍ ຫຼືວ່າດ້ວຍທາງໃດ ເພາະວ່າເຮືອນັ້ນທາງໄທ ກໍ່ສາມາດຍຶດ ໄດ້ ຖືວ່າຕອນນີ້ ໄທເຮົາແມ່ນໄດ້ ລົງເກັບກຳຂໍ້ມູນຂອງເຮືອ ວ່າມັນເຮືອຂອງໃຜແທ້ເນາະ ເພາະເຮືອມັນເປັນຈຳນວນ ຫຼາຍເດ້ ເພາະວ່າຢູ່ ບ້ານຫັ້ນ ດອນສະຫວັນຫັ້ນ ມີຢູ່ 33 ລຳເຮືອ ສິແມ່ນລຳໃດແທ້ ຂອງໃຜແທ້ ຈະແມ່ນຂອງໃຜແທ້ກໍຍັງເກັບກຳຂໍ້ມູນຢູ່ ໂຕນີ້ນະຍັງສືບສວນ ສອບສວນ ຢູ່ໂຕນີ້ຫັ້ນນະ.”

ທ່ານກ່າວຕື່ມວ່າ ຢາເສພຕິດຈຳນວນດັ່ງກ່າວ ທີ່ຖືກຍຶດໄດ້ນັ້ນ ແມ່ນເຈົ້າໜ້າທີ່ໄທ ເປັນຜູ້ກວດຍຶດໄດ້ ຢູ່ແຂວງຊຽງຣາຍຂອງໄທ.

ກ່ຽວກັບເຣື້ອງນີ້ ນຶ່ງໃນເຈົ້າໜ້າທີ່ ທີ່ຈັບຢາເສພຕິດຈຳນວນດັ່ງກ່າວໄດ້ໃຫ້ສັມພາດ ຕໍ່ວິທຍຸເອເຊັຍເສຣີໃນວັນທີ 4 ເມສາ ວ່າ: ຢາເສພຕິດ ຈຳນວນດັ່ງກ່າວຜລິດໂດຍກຸ່ມວ້າແດງ ຢູ່ຣັດສານຕອນເໜືອຂອງປະເທດພະມ້າ ມີການລຳລຽງແລະຂົນຖ່າຍໃສ່ ເຮືອມາທາງ ສາມຫຼ່ຽມຄຳ ຜ່ານເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ແລ້ວມາພັກຢູ່ເຂດ ບ້ານດອນສະຫວັນ, ເມືອງຫ້ວຍຊາຍ ກ່ອນທີ່ຈະເອົາຂ້າມມາຝັ່ງໄທ ແບບບໍ່ຜ່ານດ່ານ ສາກົລ ເຂດບ້ານຫ້ວຍລຶກ ເມືອງວຽງແກ່ນ ແຂວງຊຽງຣາຍ ຫຼັງຈາກຄົນຮ້າຍ ຂົນຢາຂຶ້ນຣົດ ເພື່ອເດີນທາງໄປແຂວງອື່ນ ກໍຖືກເຈົ້າໜ້າທີ່ ຕຳຣວດໄທ ຈັບໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.