ຊາວລາວຂໍໃຫ້ຢາເສບຕິດ ຖືກປາບ
2017.02.16
ການຖແລງຂ່າວ ຂອງທາງການລາວ ເມື່ອວັນທີ 15 ກຸມພາ 2017 ກ່ຽວກັບ ການຈັບເຄື່ອຂ່າຍ ກຸ່ມເປົ້າໝາຍ ຊື້-ຂາຍ ຢາເສບຕິດ ຢູ່ ສປປລາວ ແຕ່ພາກເໜືອ ຮອດພາກໃຕ້ 5 ກຸ່ມ ຮວມທັງກຸ່ມ ຂອງ ທ້າວ ໄຊຊະຊະ ແກ້ວພິມພາ ທີ່ເປັນຜູ້ຖືກ ກ່າວຫາ ທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ. ໃນຈຳນວນນັ້ນ ມີຄົນຕ່າງປະເທດ 2 ຄົນ.
ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ ຕຳຣວດ, ກະຊວງປ້ອງກັນ ຄວາມສະຫງົບ ຖະແຫລງກ່ຽວກັບ ເຣຶ່ອງນີ້ວ່າ ແຕ່ວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມົກຣາ 2017 ເຈົ້າໜ້າທີ່ ຕຳຣວດຈັບໄດ້ 5 ກຸ່ມຄ້າ ຢາເສບຕິດ ໃນລາວ. ໃນນັ້ນ ຮວມທັງກຸ່ມ ທ້າວ ຄອນປະສົງ ສຸກກະເສີມ ຢູ່ນະຄອນຫຼວງ ວຽງຈັນ ຊຶ່ງເປັນກຸ່ມ ໃຫຍ່ກວ່າ ກຸ່ມຂອງ ໄຊຊະນະ ແກ້ວພິມພາ ຢູ່ແຂວງ ຄໍາມ່ວນ.
ຄຳຖແລງຂອງທາງການລາວ ກ່ຽວກັບ ການຈັບເຄືອຂ່າຍ ຄ້າຢາເສບຕິດ ຣາຍໃຫຍ່ຄັ້ງນີ້ ເຮັດໃຫ້ ມວນຊົນລາວ ທົ່ວໄປ ໝົດຄວາມສົງໃສ ໄດ້ສ່ວນໃດ ສ່ວນນຶ່ງ ແລະ ກໍຫວັງຢາກ ໃຫ້ທາງການ ເຮັດແທ້ທໍາຈິງ. ຕາມຄໍາເວົ້າ ຂອງຊາວ ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 16 ກຸມພາ ນີ້:
"ມີແຕ່ເຂົາວ່າຢາກໃຫ້ເພິ່ນ ເຮັດແທ້ທໍາຈິງຫັ້ນລະ ອັນໃດກະດາຍ ເພິ່ນສິເຮັດໄດ້ແທ້ຫລືບໍ່ ເຂົາກະຍັງ ບໍ່ເຊື່ອໝັ້ນ ປານໃດດອກ ໄປຕິດ ຜູ້ໃຫຍ່ ບໍ່ເຫັນຂ່າວ ບໍ່ຈັກ".
ທ່ານກ່າວຕື່ມວ່າ ການທີ່ທາງການໄທ ຈັບທ້າວໄຊຊະນະ ມວນຊົນລາວ ຕັ້ງຂໍ້ສົງໃສ ມາຕລອດວ່າ ຈັບໄດ້ແນວໃດ ບໍ່ມີຫລັກຖານໃດໆ ມັດຕົວຜູ້ກ່ຽວ ຫລືວ່າຈັບແບບລອຍໆ. ແຕ່ແລ້ວເຣື່ອງ ກໍຈະແຈ້ງເມື່ອ ນາຍພົລຈັດຕະວາ ທອງເຫລັກ ມັງໜໍ່ເມກ ໄດ້ກ່າວເຖິງ ເຣື່ອງທີ່ ທາງການລາວ ຜູ້ໃຫ້ຂໍ້ມູນ ຕ່າງໆແກ່ ທາງການໄທ ຕອນຖແລງຂ່າວ.
ແລະວ່າ ການຖແລງ ຂອງທາງການລາວ ນັ້ນ ເປັນທີ່ເຂົ້າໃຈວ່າ ທາງຕໍາຣວດລາວ ໄດ້ປະຕິບັດ ການກວາດລ້າງ ກຸ່ມຄ້າ ຢາເສບຕິດ ໄດ້ຫຼາຍກວ່າເຄິ່ງ ແລ້ວ ແລະ ອີກຢ່າງນຶ່ງ ກໍຢາກອອກ ມາໃຫ້ ຄວາມກະຈ່າງແຈ້ງ ກ່ຽວກັບ ຂ່າວທີ່ວ່າ ທາງການລາວ ເປັນຫຍັງຈຶ່ງ ມິດເສີຍ.
ສໍາລັບມູນຄ່າຊັບສິນ ທີ່ຍຶດໄດ້ໃນການຈັບ 5 ກຸ່ມຄ້າຢາເສບຕິດ ດັ່ງກ່າວທາງການລາວ ບໍ່ໄດ້ໃຫ້ ຣາຍລະອຽດໃດໆ. ຕາມຄວາມເຂົ້າໃຈ ຂອງຊາວລາວທ່ານນີ້ ແລ້ວແມ່ນວ່າ ອາດເປັນ ຍ້ອນຍັງກຳລັງ ຮວບຮວມຢູ່, ແຕ່ກໍເຊື່ອວ່າ ເພິ່ນຈະປະກາດ ໃຫ້ຮູ້ໃນ ອີກບໍ່ດົນນີ້.