ເຈົ້າໜ້າທີ່ຄົ້ນຫາພັກພວກ ທ.ໄຊຊະນະ

ສິດນີ
2017.01.27
F-Sirinya ທ່ານ ສີຣິນຍາ ສິດທິໄຊ ເລຂາທິການ ປປສ ປະເທດໄທ
RFA/PN

ທ່ານ ສິຣິນຍາ ສິດທິໄຊ ເລຂາທິການ ສຳນັກງານ ປາບປາມ ແລະປ້ອງກັນ ຢາເສບຕິດ ແຫ່ງຊາດໄທ ໄດ້ກ່າວເຖິງ ການຂຍາຍ ຜົລການ ສອບສວນ ພາຍຫລັງການ ຈັບກຸມ ທ້າວ ໄຊຊະນະ ຜູ້ຕ້ອງຫາ ຄ້າຢາເສບຕິດ ຈາກ ສປປລາວ ວ່າ  ປປສ ໄທ ໄດ້ຍຶດຊັພ ຜູ້ຕ້ອງຫາ 4 ຄົນ ແລະຜູ້ທີ່ກ່ຽວຂ້ອງ ຄົນອື່ນໆ ໃນໄທ ໄປແລ້ວ ກວ່າ 100 ລ້ານບາດ.

ຊັພສິນສ່ວນໃຫຍ່ ເປັນທີ່ດິນ ແລະ ຣົດຫລູ ນອກຈາກນັ້ນ ຍັງໄດ້ປະສານ ກັບ ເຈົ້າຫນ້າທີ່ ລາວ ໃຫ້ຍຶດຊັພ ຂອງທ້າວ ໄຊຊະນະ ໃນ ແຂວງ ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ ຮວມທັງໄດ້ ຂໍຄວາມຮ່ວມມື ຈາກ ທາງການລາວ ໃຫ້ຊ່ອຍຕິດຕາມ ຜູ້ຕ້ອງຫາ ທີ່ຫຼົບໜີ ໝາຍຈັບອີກ 5 ຄົນ ຊຶ່ງ ເປັນຄົນໄທ 4 ຄົນ ແລະ ຜູ້ຍິງລາວ 1 ຄົນ ຄາດວ່າ ກຸ່ມດັ່ງກ່າວ ໄດ້ຮັບການ ຊ່ອຍເຫລືອ ຈາກເຄືອຂ່າຍ ຂອງທ້າວ ໄຊຊະນະ ໃນລາວ.

ດັ່ງທ່ານ ສິຣິນຍາ ສິດທິໄຊ ເລຂາທິການ ປປສ ປະເທດໄທ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 26 ມົກຣາ ນີ້ວ່າ:

"ຕຳຣວດປາບປາມ ຢາເສບຕິດຂອງໄທ ກັບ ສຳນັກງານ ປປສ ກໍໄດ້ສົ່ງຂໍ້ມູນ ໃຫ້ກັບ ທາງລາວ ຊຶ່ງເຮົາກໍໄດ້ ຮັບຄວາມຮ່ວມມື ຢ່າງດີ ຈາກ ປປສ ລາວ ກັບ ກົມສະກັດກັ້ນ ຕ້ານ ຢາເສບຕິດໃຫ້ຊ່ອຍສະກັດກັ້ນ ຈັບກຸມ ຜູ້ທີ່ຫລົບຫນີ ເຂົ້າໄປ".

ທ່ານກ່າວຕື່ມວ່າ ຊັພສິນ ທີ່ຍຶດມາໄດ້ ທັງຫມົດນັ້ນ ຂື້ນຢູ່ກັບ ກົດໝາຍ ຂອງ ແຕ່ລະປະເທດ ສ່ວນຊັພສິນ ທີ່ຍຶດໄດ້ ໃນປະເທດໄທ ຈຳນວນ 74 ຣາຍການ ມູລຄ່າປະມານ 100 ລ້ານບາດນັ້ນ ເຈົ້າຫນ້າທີ່ໄທ ຮຽກຮ້ອງ ໃຫ້ເຈົ້າຂອງ ມາສະແດງ ຫລັກຖານ ຖ້າພົບວ່າ ໄດ້ມາແບບ ຜິດກົດຫມາຍ ກໍຈະຖືກ ຍຶດເອົາໄວ້ ໃນກອງທຶນ ປາບປາມ ຢາເສພຕິດ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.