ທາງການຈະກວດຂັນ ຢາເສພຕິດ
2013.04.09

ຫ້ອງການ ຄວບຄຸມ ຢາເສພຕິດ ແຫ່ງຊາດລາວ ຮ່ວມກັບ ກະຊວງ ສາທາຣະນະສຸຂ ຈະເຂັ້ມງວດ ກວດຂັນ ເຣື້ອງ ຢາເສພຕິດ ທີ່ ອາຈມີການ ຈໍາໜ່າຍ ຊື້ຂາຍ ຫລື ນໍາເຂົ້າ ໃນຊ່ວງ ບຸນປີໃໝ່.
ທາງການລາວ ຈະຈັດໜ່ວຍງານ ຕັ້ງດ່ານກວດ ແລະ ຈຸດສະກັດ ກວດຄົ້ນຫາ ສາຣເສພຕິດ ໃນກຸ່ມຜູ້ຂັບຂີ່ ຍານພາຫານະ ແລະ ຜູ້ໂດຍສານ, ຍ້ອນວ່າ ມີຄວາມເປັນໄປໄດ້ ທີ່ ຈະມີການ ລັກລອບ ຊື້-ຂາຍ ຢູ່ພາຍໃນ ແລະ ສົ່ງໄປ ປະເທດ ເພື່ອນບ້ານ ຜ່ານຈຸດ ຊາຍແດນ ຕ່າງໆ. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ເວົ້າວ່າ:
"ທາງພວກເຮົາ ມີຄະນະ ກັມມະການ ແຫ່ງຊາດລາວ ເພື່ອກວດກາ ແລະ ຄວບຄຸມ ຢາເສພຕິດ ໂດຍສົມທົບ ກັບ ຕໍາຣວດ ປ້ອງກັນ ຢາເສພຕິດ ໃນກໍຣະນີ ຂະເຈົ້າ ມີບັນຫາ ກໍຊີ່ ປະສານງານ ມາກັບ ກະຊວງ ສາທາຣະນະສຸຂ ໃນ ກໍຣະນີ ທີ່ຂະເຈົ້າ ມັນມີບັນຫາ ເຣື່ອງວ່າ ເຂົ້າມາແລ້ວ ສົງສັຍວ່າ ສິ່ງນັ້ນເປັນ ຢາເສພຕິດ ຫລືບໍ່ ແລ້ວ ປະສານງານ ມາທາງ ກະຊວງສາທາ ພວກເຮົາ ແລະ ພວກເຮົາ ນໍາສົ່ງໄປວີຈັຍ ເພື່ອຢັ້ງຢືນ ວ່າຕົວນີ້ ແມ່ນ ຢາເສພຕິດ ແທ້".
ຍານາງ ເວົ້າຕໍ່ໄປວ່າ ມີການເພີ່ມ ຄວາມຮັດກຸມ ຫລາຍຂຶ້ນ ໃນການ ຄວບຄຸມ ຢາເສບຕິດ ໃນຊ່ວງ ບຸນປີໃໝ່ ແຕ່ວັນທີ 11 ຫາ 17 ເມສາ 2013 ນີ້. ບັນຫາ ຢາເສບຕິດ ຢູ່ລາວ ປັຈຈຸບັນ ມີທັງບັນຫາ ຜູ້ຊື້ ແລະ ຜູ້ຂາຍ ທັງຢູ່ພາຍໃນ ແລະ ລັກລອບ ສົ່ງອອກໄປ ປະເທດ ເພື່ອນບ້ານ, ແລະ ເຖິງມີມາຕການ ປ້ອງກັນ ປາບປາມ ແຕ່ບັນຫານີ້ ກໍຍັງ ບໍ່ໝົດໄປ ຈາກ ສັງຄົມ ໄດ້ຈັກເທື່ອ:
"ພວກເຮົາກໍຫວັງ ຢ່າງຍິ່ງວ່າ ຈະບໍ່ໃຫ້ມີ ຢາເສບຕິດ ຄັນວ່າ ເຮັດບໍ່ໄດ້ ກໍຂໍໃຫ້ ມັນຫລຸດໜ້ອຍ ຖອຍລົງໄປ ຕໍາຣວດ ທະຫານ ພວກເຮົາ ຂ້າຣາຊການ ພົລເຮືອນ ອີ່ຫຍັງ ພວກເຮົາ ປະສານ ສົມທົບກັນ ປ້ອງກັນ ເວນຍາມ ຄວາມ ປອດພັຍ".
ປັຈຈຸບັນ ລາວແລະໄທ ມີການຮ່ວມມື ໃນການ ປາບປາມ ຢາເສບຕິດ ຢ່າງຈິງຈັງ ແຕ່ຣາຍງານ ການຈັບກຸມ ຜູ້ຄ້າ ຢາເສບຕິດ ກໍຍັງປາກົດ ໃຫ້ເຫັນຢູ່ເລື້ອຍ ຕາມເຂດ ຊາຍແດນຕ່າງໆ.