ຢາເສພຕິດຢູ່ ຂ.ສວັນນະເຂດ
2013.05.16

ການຊື້ຂາຍ ຈໍາໜ່າຍ ຢາເສພຕິດ ຢູ່ແຂວງ ສວັນນະເຂດ ຢູ່ ໃນສະພາບ ທີ່ໜ້າເປັນຫ່ວງ ເພາະນັບມື້ ເພີ້ມຂຶ້ນ.
ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ເປີດເຜີຍວ່າ ປັດຈຸບັນ ແຂວງ ສວັນນະເຂດ ຖືວ່າເປັນ ແຂວງນຶ່ງ ທີ່ໜ້າເປັນຫ່ວງ ໃນເຣື່ອງຂອງ ຢາເສພຕິດ ຍ້ອນວ່າ ຂະບວນ ຂົນສົ່ງ ຢາເສພຕິດ ໃຊ້ແຂວງນີ້ ເປັນທາງຜ່ານ ຈາກ ປະເທສໄທ ໄປວຽດນາມ ແລະ ຢາເສພຕິດ ຍັງຣະບາດ ຢູ່ພາຍໃນແຂວງ ອີກດ້ວຍ:
"ໃນຣະຍະ 5-6 ເດືອນ ນີ້ແຫລະ ສະຖິຕິທົ່ວໄປ ໃນການສັງລວມ ໃນການເຄື່ອນໄຫວ ນີ້ ໃນປີ 2012-2013 ຢູ່ແຕ່ລະເຂດ ຫັ້ນແຫລະ ແຕ່ລະເຂດ ໂດຍສະເພາະ ກໍແມ່ນ ຊາຍແດນ ລາວ-ໄທ ບໍ່ ຈຸດຫລໍ່ແຫລມ ຫັ້ນແຫລະ ຕາມຊາຍແດນ ຫັ້ນ ຄືສູງ ຄືວ່າຫລາຍແທ້".
ຕາມຂໍ້ມູນ ຈາກກອງປະຊຸມ ກ່ຽວກັບການ ກວດກາ ແລະ ແກ້ໄຂບັນຫາ ຢາເສພຕິດ ຣະຫວ່າງ ແຂວງ ສວັນນະເຂດ ແລະ ດານັງ ຂອງວຽດນາມ ວ່າ ໃນຣະຍະ 6 ເດືອນ ຄືແຕ່ເດືອນ ຕຸລາ 2012 ຫາເດືອນ ມິນາ 2013 ແຂວງ ສວັນນະເຂດ ຈັບຜູ້ມີ ສ່ວນ ກ່ຽວຂ້ອງກັບ ຢາເສພຕິດ ໄດ້ 900 ກວ່າຄົນ, ໃນນັ້ນ ຈັບໄດ້ ຣາຍໃຫຍ່ 76 ຄົນ. ພ້ອມກັນນັ້ນ ກໍໄດ້ກວດພົບ ຜູ້ຕິດ ຢາເສພຕິດ 2,000 ກວ່າຄົນ. ໃນນັ້ນ ມີເດັກນ້ອຍ ອາຍຸ ຕໍ່າກວ່າ 14 ປີ 400 ກວ່າຄົນ. ຢາເສພຕິດ ທີ່ຈັບໄດ້ຫລາຍ ທີ່ສຸດ ແມ່ນຢາບ້າ, ຮອງລົງມາ ກໍແມ່ນ ກັນຊາ ແຫ້ງ.
ເຈົ້າໜ້າທີ່ ເວົ້າຕື່ມອີກວ່າ ບັນຫາ ຢາເສພຕິດ ຖືວ່າເປັນ ບັນຫາສໍາຄັນ ແລະ ໜ້າເປັນຫ່ວງ ສໍາລັບແຂວງ ນີ້ ເປັນຕົ້ນຢູ່ ຕາມບໍຣິເວນ ຊາຍແດນ ຊຶ່ງ ຍັງບໍ່ສາມາດ ຄວບຄຸມໄດ້ ເທົ່າທີ່ຄວນ.