ຜູ້ຕ້ອງສົງໄສ ກໍ່ອາສຍາກັມ ຖືກຈັບ


2013.05.21

 

ຜູ້ຕ້ອງສົງໄສ ກໍ່ ອາສຍາກັມ ກ່ຽວກັບ ຢາເສບຕິດ ທັງໝົດ 812 ຄົນ ຖືກຈັບ ໃນການ ປະຕິບັດ ງານຮ່ວມ ຕໍ່ຕ້ານ ຢາເສບຕິດ ຣະຫວ່າງ ຈີນ ລາວ ພະມ່າ ແລະໄທ ໃນເຂດ ແມ່ນໍ້າຂອງ.

ຕາມຣາຍງານ ຂ່າວ ຊີນຫົວ ເມື່ອວັນທີ 20 ພຶສພານີ້. ທີ່ສໍານັກງານ ແຂວງຍຸນນ່ານ ທາງພາກ ຕາເວັນຕົກ ສ່ຽງໃຕ້ ຂອງຈີນ ໂຄສົກ Lan Weihong ກ່າວວ່າ ໃນຊຸດ ປາບປາມ ຢາເສບຕິດ ຣະຍະ 2 ເດືອນ ທີ່ເລີ່ມຂຶ້ນ ເມື່ອວັນທີ 19 ເມສາ ຜ່ານມາ ຍັງຍຶດ ຢາເສບຕິດ ໄດ້ອີກ 1930 ກິໂລກຣາມ ພ້ອມອາວຸດປືນ ແລະ ດິນຣະເບີດ. ຜູ້ຕ້ອງສົງສັຍ ນັ້ນ ມີທັງ ຈາກຈີນ ຈາກລາວ ພະມ່າ ໄທ ແລະ ວຽດນາມ.

ການຄ້າ-ການລໍາລຽງ ຢາເສບຕິດ ມີມາ ດົນນານແລ້ວ ໃນເຂດ ແມ່ນໍ້າຂອງ ເຂດ ສາມຫລ່ຽມຄໍາ ທີ່ຮູ້ກັນດີ ໃນນາມ ເຂດຜລິດຝີ່ນ. ຊຸດປະຕິບັດ ການຮ່ວມ 2 ເດືອນນັ້ນ ມີຂຶ້ນ ພາຍຫລັງການ ສັງຫານ ລູກເຮືອ ຈີນ 13 ຄົນ ໂດຍແກ້ງ ຢາເສບຕິດ ໃນເຂດນ່ານນໍ້າ ຂອງໄທ ເມື່ອປີ 2011 ຊຶ່ງຍັງມີ ຄວາມກັງວົນ ກັນຢູ່ ຕລອດ ເຣື່ອງຄວາມ ປອດພັຍ ໃນເສັ້ນທາງ ການຄ້າ ຜ່ານ ແມ່ນໍ້າຂອງ.

ທັງ 4 ປະເທດ ຈີນ ລາວ ພະມ່າ ແລະໄທ ທໍາການ ລາດຕະເວນ ເປັນປະຈໍາ ໃນແມ່ນໍ້າຂອງ ຕາມຖແລງການ ຮ່ວມ ສະບັບ ວັນທີ 31 ຕຸລາປີ 2011 ໂດຍໃຫ້ ຄໍາໝັ້ນ ສັນຍາ ກັນວ່າ ຈະປາບປາມ ອາສຍາກັມ ຂ້າມຊາຍແດນ ແລະ ຮັບປະກັນ ຄວາມປອດພັຍ ໃນການ ຄົມນາຄົມ ຕາມລໍາ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.