ທາງການສອບສວນຜູ້ຕ້ອງຫາ ຄ້າຢາ
2015.08.12

ຜແນກ ປ້ອງກັນ ຄວາມສງົບ ແຂວງ ບໍຣິຄຳໄຊ ກຳລັງ ສືບສວນ ສອບສວນ ຜູ້ຕ້ອງຫາ ຄ້າ ສານ ຜລິດ ຢາເສບຕິດ 11 ຄົນ, ພາຍຫລັງ ທີ່ ໄດ້ຮ່ວມມື ກັບ ເຈົ້າໜ້າທີ່ ວຽດນາມ ທີ່ ເຂົ້າຍຶດ ຈັບໄດ້ ເມື່ອ ເດືອນ ຜ່ານມາ. ໃນ ຈຳນວນ ຜູ້ ຕ້ອງຫາ ນັ້ນມີ ຄົນລາວ 10 ຄົນ ແລະ ຄົນໄທ 1 ຄົນ ທີ່ ເປັນ ຫົວໜ້າ. ທັງໝົດ ຈະຖືກ ຕັດສິນ ລົງໂທດ ໃນ ສປປ ລາວ. ດັ່ງ ເຈົ້າໜ້າທີ່ ຜແນກ ປ້ອງກັນ ຄວາມສງົບ ປະຈໍາ ແຂວງ ທ່ານນຶງ ກ່າວວ່າ:
"ຍັງຢູ່ໃນ ຂັ້ນຕອນ ດໍາເນີນ ການ ສືບສວນ ສອບສວນ ບໍ່ທັນ ຈະແຈ້ງ ເຂົາບໍ່ທັນ ໄດ້ ຮາຍງານ, ບໍ່ທັນສົ່ງ ເອກສານ ມັນມີ ຂັ້ນຕອນ ຢູ່ນຳພີ້ ເຂົາ ພາຍຫລັງ ຣະອຽດ ແລ້ວ ຈຶ່ງສົ່ງຂຶ້ນ ເມືອ ອັຍການ ອັຍການຈຶ່ງ ຖແລງຂຶ້ນ ເມືອສານ ສານ ຈຶ່ງຕັດສິນ".
ທ່ານ ກ່າວຕື່ມວ່າ ຄະດີນີ້ ຖືວ່າ ເປັນຄະດີ ໃຫຍ່ ຣະດັບຊາດ, ເພາະ ຜູ້ຕ້ອງຫາ ທັງໝົດ ໄດ້ຮ່ວມກັນ ຂົນ ສານ ທີ່ສາມາດ ເອົາໄປ ຜລິດເປັນ ຢາເສບຕິດ ນ້ຳໜັກ ທັງໝົດ 5 ຕັນ ເຄິ່ງ, ຖືວ່າ ເປັນຄະດີ ຮ້າຍແຮງ ທີ່ ທ້າທາຍ ກົດໝາຍ ລາວ, ຊຶ່ງ ອາຈ ມີໂທດ ສູງສຸດ ເຖິງຂັ້ນ ປະຫານ ຊີວິດ ກໍເປັນໄດ້.
ການຈັບກຸມ ຜູ້ຕ້ອງຫາ ໄດ້ ເທື່ອນີ້ ແມ່ນ ຢູ່ເຂດ ຊາຍແດນ ແຂວງ ບໍຣິຄຳໄຊ ກັບ ແຮງຮາຕິນ ຂອງ ວຽດນາມ, ເມື່ອ ວັນທີ 23 ກໍຣະກະດາ 2015, ໂດຍ ທີ່ທາງ ເຈົ້າໜ້າທີ່ ວຽດນາມ ໄດ້ປ່ອຍ ໃຫ້ ທາງການ ແຂວງ ບໍຣິຄຳໄຊ ເປັນຜູ້ ດຳເນີນ ຄະດີ ເພາະ ຈັບໄດ້ ຢູ່ເບື້ອງລາວ.
ຜ່ານມາ ສປປລາວ ຈິງຈັງ ກັບ ການ ປາບປາມ ພວກຄ້າ ຢາເສບຕິດ ແລະ ສາມາດ ຈັບໄດ້ ຫຼາຍຣາຍ, ຊຶ່ງ ສ່ວນຫຼາຍ ກໍເປັນ ຣາຍຍ່ອຍ. ສ່ວນວ່າ ການ ຕັດສິນ ລົງໂທດ ໜັກ ທີ່ສຸດ ນັ້ນ ກໍແມ່ນການ ປະຫານ ຊີວິດ. ໃນຣະຍະ ຫຼັງໆມານີ້ ປາກົດ ວ່າບໍ່ມີ ການ ປະຫານ ຊີວິດ ນັກໂທດ ,ໂດຍ ລົດໂທດ ໃຫ້ເປັນ ຈຳຄຸກ ຕລອດຊີວິດ.