ຢາເສບຕິດ ຣະບາດແຮງຂຶ້ນຢູ່ລາວ

ອາວາຣີ
2018.09.20
F-drug ຮູປພາບນີ້ ຄືສ່ວນນຶ່ງທີ່ ກຸ່ມຄ້າ ກຸ່ມຜລິດ ຢາເສບຕິດ ທີ່ຖືກເຈົ້າໜ້າທີ່ ພະມ້າ ເຂົ້າປາບປາມ ບ່ອນຜລິດ ຢາເສບຕິດ ທີ່ມີທັງຄວາມ ເປິເປື້ອນ ໃນກາງປ່າ.
Tholakhong/Tonamcha

ບັນຫາຢາເສບຕິດ ທັງການຜລິດ ການຄ້າ ການເສບແລະການຕິດຢາເສບຕິດ ຮ້າຍແຮງຂຶ້ນຢູ່ລາວ. ພົນຈັດຕະວາ ສົມແກ້ວ ສີລາວົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ຣາຍງານຕໍ່ກອງປະຊຸມສະພາແຫ່ງຊາດລາວ ເມື່ອເດືອນມິຖຸນາປີນີ້ວ່າ ການຜລິດຝິ່ນ ການຄ້າ ການເສບ ແລະ ການຕິດຢາເສບຕິດຢູ່ລາວ ກຳລັງແຜ່ຣະບາດຢ່າງແຮງ ແລະມີທ່າວ່າຈະເພິ້ມຂຶ້ນ ເຖິງຣັຖບານ ໄດ້ພະຍາມສະກັດກັ້ນ ແລ້ວກໍຕາມ.

ໃນດ້ານການຜລິດ ຣັຖບານລາວປະກາດ ສປປລາວ ເປັນປະເທດປອດຢາຝິ່ນເມື່ອປີ 2006 ແຕ່ຫລັງຈາກປີນັ້ນ ເປັນຕົ້ນມາ ຫ້ອງການ ຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ຣາຍງານວ່າ ການຜລິດຝິ່ນຢູ່ລາວເພິ້ມຂຶ້ນທຸກໆປີ ຕົວຢ່າງເມື່ອປີ 2009 ການປູກຝິ່ນ ຢູ່ລາວ ເພິ້ມຂຶ້ນເປັນ 3,000 ເຮັກຕາຣ໌; ປີ 2015 ເພິ້ມຂຶ້ນເປັນ 5,700 ເຮັກຕາຣ໌. ນອກຈາກຝິ່ນແລ້ວ ປະເທດລາວ ຍັງຜລິດກັນຊາ. ເຈົ້າໜ້າທີ່ໄທຍຶດກັນຊາໄດ້ປີນຶ່ງຫລາຍຕັ່ນ ທີ່ພວກຄ້າຢາເສບຕິດລັກຂົນສົ່ງຂ້າມແມ່ນ້ຳຂອງຈາກລາວເຂົ້າໄທ.

ໃນດ້ານການຄ້າຢາເສບຕິດ ລາວເປັນປະເທດທາງຜ່ານການຄ້າຢາເສບຕິດເກືອບທຸກຊະນິດ ເປັນຕົ້ນຢາບ້າ ເຮໂຣອິນ ແລະຝິ່ນ. ເຈົ້າໜ້າທີ່ ຫ້ອງການຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ຣາຍງານເມື່ອສອງປີກ່ອນວ່າ ປະເທດລາວ ເປັນທາງຜ່ານ ການຄ້າຢາເສບຕິດ. ຊົນເຜົ່າຢູ່ຣັດສານ ປະເທດພະມ້າ ຜລິດຢາເສບຕິດເປັນຕົ້ນຢາບ້າແລະເຮໂຣອິນ ແລ້ວຂົນເຂົ້າລາວ ທາງພາກເໜືອ ຂົນອອກໄປ ວຽດນາມ ແລະ ຈີນ; ທາງພາກໃຕ້ ຂົນລົງຕາມລຳແມ່ນ້ຳຂອງ ອອກໄປປະເທດໄທ.

ຕຳຣວດວຽດນາມແລະໄທ ຈັບພວກຄ້າຢາເສບຕິດລາວໄດ້ເລື້ອຍໆ. ເຖິງວ່າ ພວກຄ້າຢາເສບຕິດຣາຍໃຫຍ່ ເຊັ່ນ ໄຊຊະນະ ແກ້ວພິມພາ, ຄອນປະສົງ ສຸກຂະເສີມ ແລະສີສຸກ ດາວເຮືອງ ຈະຖືກຈັບແລ້ວກໍຕາມ ແຕ່ການລັກລອບຢາເສບຕິດ ຈາກລາວ ໄປປະເທດເພື່ອນບ້ານ ກໍຍັງ ເພິ້ມຂຶ້ນເລື້ອຍໆ.

ໃນດ້ານການເສບ ພົນຈັດຕະວາ ສົມແກ້ວ ສີລາວົງ ຣາຍງານວ່າ ເດັກນັກຮຽນ ແລະ ຊາວໜຸ່ມໄວລຸ້ນລາວ ໃນທຸກຊົນຊັ້ນ ຊົນເຜົ່າ ແລະ ທຸກຫົນແຫ່ງເສບ ແລະ ຕິດຢາເສບຕິດຫລາຍຂຶ້ນ. ເຈົ້າໜ້າທີ່ທາງການລາວ ກວດປັດສະວະນັກຮຽນເລື້ອຍ ແລະພົບວ່່າ ນັກຮຽນ 10 ສ່ວນຮ້ອຍເສບຢາບ້າ. ຄນະກັມມາທິການກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດລາວ ຣາຍງານເມື່ອປີ 2013 ວ່າ ທົ່ວປະເທດລາວ ມີຄົນຕິດຢາເສບຕິດ 55,000 ຄົນ. ປີກາຍ ຫ້ອງການຢາເສບຕິດແລະອາຊຍາກັມສະຫະປະຊາຊາດ ປະເມີນວ່າ ຄົນລາວຕິດຝິ່ນ 15,000 ຄົນ ແລະຕິດຢາບ້າ 50,000 ຄົນ ລວມທັງໝົດ 65,000 ຄົນ.

ຜ່ານມາ ຣັຖບານລາວ ກໍໄດ້ເອົາໃຈໃສ່ປາບປາມພວກຄ້າຢາເສບຕິດຢູ່ ເຊັ່ນເມື່ອປີ 2013 ທ່ານ ກຸ ຈັນສີມາ ໃນເວລານັ້ນ ເປັນຫົວໜ້າ ຄນະກັມມາທິການກວດກາ ແລະ ຄວບຄຸມຢາເສບຕິດ ແຫ່ງຊາດລາວ ກໍໃຫ້ສຳພາດແກ່ນັກຂ່າວວ່າ:

“ຕ່າງປະເທດ ເຂົາເຈົ້າມາຊ່ວຍ ຈັດຕັ້ງປະຕິບັດໂຄງການ ປູກພືດທົດແທນການປູກຝິ່ນ ຫລືໂຄງການ ຫັນເອົາປະຊາຊົນ ໄປປະກອບ ອາຊີບອື່ນ ແທນການປູກຝິ່ນ ແລະພວກເຮົາ ກໍໄດ້ເອົາໃຈໃສ່ ການບຳບັດ ປິ່ນປົວສຸກຂະພາບ ແລະຝຶກວິຊາອາຊີບໃຫ້ແກ່ ຜູ້ທີ່ຕົກ ເປັນທາດຢາເສບຕິດ.”

ພົນຈັດຕະວາ ສົມແກ້ວ ສີລາວົງ ກ່າວໃນສະພາແຫ່ງຊາດອີກວ່າ ການປາບປາມຢາເສບຕິດບໍ່ໄດ້ຜົນ ຍ້ອນຫລາຍສາເຫດ: ສາເຫດທີ່ 1. ກຳລັງຕຳຣວດປາບປາມຢາເສບຕິດ ບໍ່ພຽງພໍ; 2. ເຈົ້າໜ້າທີ່ຕຳຣວດຫລາຍຄົນ ໃຊ້ອຳນາດ ເກີນຂອບເຂດ ເພື່ອຜົນປະໂຍດສ່ວນຕົວ ເວົ້າງ່າຍໆ ສໍ້ຣາສບັງຫລວງ; ແລະ 3. ການລົງໂທດພວກຄ້າຢາເສບຕິດເບົາເກີນໄປ ຕົວຢ່າງ ສານຕັດສິນປະຫານຊີວິດ ພວກຄ້າເສບຕິດ ຫລາຍສິບຄົນ ໃນຣະຍະສອງປີທີ່ຜ່ານມາ ແຕ່ບໍ່ໄດ້ປະຫານຊີວິດຈິງຈັກຄົນ.

ອີກສາເຫດນຶ່ງ ຫ້ອງການຢາເສບຕິດແລະອາຊຍາກັມສະຫະປະຊາຊາດຣະບຸວ່າ ຣັຖບານລາວ ຂາດເຂີນງົບປະມານ; ຈົນເຖິງປັດຈຸບັນ ໃນພາກເໜືອ ມີສູນບຳບັດຢາເສບຕິດພຽງແຕ່ແຫ່ງດຽວ. ຖ້າອີງຕາມຄວາມຕ້ອງການແລ້ວ ແຕ່ລະແຂວງກໍຢາກມີສູນບຳບັດຂອງຕົນ ແຕ່ເປັນໄປບໍ່ໄດ້ ເພາະຣັຖບານລາວ ບໍ່ມີເງິນ ຕົວຢ່າງແຂວງຜົ້ງສາລີ ກໍຕ້ອງການສູນບຳບັດຜູ້ຕິດຢາເສບຕິດ ເພາະຈຳນວນຜູ້ຕິດເພິ້ມຂຶ້ນ ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ແຂວງຜົ້ງສາລີທ່ານນຶ່ງ ທີ່ບໍ່ປະສົງບອກຊື່ກ່າວວ່າ:

“ຄົນຕິດຝິ່ນນີ້ຫລາຍຢູ່ ແລະສ່ວນຫລາຍເຂົາກໍຢາກບຳບັດຢາກຕັດ ເຂົາກໍຢາກສເນີໃຫ້ແກ້ໄຂປະກົດການຍໍ້ຫຍໍ້ ແຕ່ວ່າຂາດງົບປະມານເນາະ ຢາກຂໍງົບປະມານບຳບັດຂະເຈົ້າຫັ່ນ ເອົາບ້ານນຶ່ງ ເປັນສູນບຳບັດກ່ອນ ຫລືວ່າບ້ານນັ້ນ ເປັນຕົວຢ່າງກ່ອນ ແລ້ວກໍມີການບຳບັດ ເພາະວ່າ ເຮົາໄດ້ເກັບກຳຂໍ້ມູນແລ້ວເດ່ ແລ້ວບໍ່ມີງົບປະມານ ແລ້ວກໍຖືວ່າ ທາງເມືອງໄທເຮົາກໍມີມາດຕະການໃນການສະກັດກັ້ນຫັ່ນນາ.”

ທ່ານ Wai Maung Hia ທີ່ປຶກສາ ຫ້ອງການຢາເສບຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ກ່າວວ່າ ການຂາດເຂີນງົບປະມານ ເປັນ ບັນຫາໃຫຍ່. ແຕ່ປີ 2009 ຈົນເຖິງປີ 2013 ຣັຖບານລາວຕ້ອງການເງິນເຖິງ 72 ລ້ານດອນລ່າສະຫະຣັດ ເພື່ອບຳບັດປິ່ນປົວ ພວກຕິດຢາ ເສບຕິດ ແລະ ເພື່ອຊ່ວຍຊາວລາວ ປ່ຽນໄປປູກພືດຢ່າງອື່ນແທນຝິ່ນ ແຕ່ປະກົດວ່າ ຣັຖບານລາວ ໄດ້ຮັບເງິນຊ່ວຍເຫຼືອ ຈາກຕ່າງປະເທດ ພຽງ 20 ລ້ານດອນລ່າ. ເຖິງຈະໄດ້ຮັບການຊ່ວຍເຫຼືອ ແຕ່ປະຊາຊົນລາວ ຫລາຍຄົນ ກໍຍັງລັກປູກຝິ່ນຢູ່ ເພາະຣາຄາຝິ່ນແພງກວ່າພືດອື່ນໆ ຫຼາຍເທົ່າ ຕົວຢ່າງ ຖ້າຊາວສວນປູກສາລີ ຈະຂາຍໄດ້ກິໂລນຶ່ງ 3,000 ກີບ ແຕ່ຖ້າປູກຝິ່ນ ຈະຂາຍໄດ້ຫລາຍກວ່ານັ້ນເຖິງ 1,000 ເທົ່າ.

ເຖິງຢ່າງໃດກໍດີ ຣັຖບານລາວພ້ອມດ້ວຍອົງການຕ່າງປະເທດ ກໍໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາ ຊົນ ທີ່ຍັງປູກຝິ່ນ ໃຫ້ປ່ຽນໄປປູກກາເຟແທນ ເປັນຕົ້ນກາເຟອາຣາບິກກາ ຊຶ່ງເປັນກາເຟ ທີ່ມີຣາຄາສູງໃນຕລາດໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.