ສາງຢາເສບຕິດຖືກ ຍຶດ ທໍາລາຍ
2015.08.11

ໜັງສືພິມ ທາງການ ວຽດນາມ ຣາຍງານ ໃນວັນຈັນ ນີ້ວ່າ, ເຈົ້າໜ້າທີ່ ຕຳຣວດ ລາວ ແລະ ວຽດນາມ ສາມາດ ເຂົ້າຍຶດ ສະຖານທີ່ ທີ່ ໃຊ້ເປັນສາງ ເກັບມ້ຽນ ຢາເສບຕິດ, ກ່ອນທີ່ ຈະນຳ ສົ່ງອອກ ຂາຍ ຕ່າງ ປະເທດ ເມື່ອ ເດືອນ ຜ່ານມາ ນັ້ນ, ກໍດ້ວຍ ການຮ່ວມມື ຂອງ ເຈົ້າໜ້າທີ່ ລາວ ແລະ ວຽດນາມ, ທີ່ໄດ້ ໃຊ້ເວລາ ຫຼາຍເດືອນ ໃນການ ສືບຄົ້ນຫາ ແລະ ຕິດຕາມ ກວາດລ້າງ ພວກ ຂະບວນການ ຄ້າ ຢາເສພຕິດ ທີ່ ໃຫ້ໂທດ.
ແລະ ໃນທີ່ສຸດ ທາງ ເຈົ້າໜ້າທີ່ ທັງ 2 ຝ່າຍ ຈຶ່ງຮວມທີມ ນຳເອົາ ກຳລັງ ຮ້ອຍ ກວ່າຄົນ, ເຂົ້າຍຶດ ສາງເກັບມ້ຽນ ຢາເສບຕິດ ດັ່ງກ່າວ ຢູ່ ເມືອງ ປາກຊັນ ແຂວງ ບໍຣິຄຳໄຊ, ເມື່ອວັນທີ 23 ກໍຣະກະດາ ຜ່ານມາ, ຮວມ ເປັນ ຢາເສພຕິດ ທັງໝົດ 5.5 ໂຕນ, ຊຶ່ງ ເປັນການ ຈັບແລະຍຶດ ຢາເສພຕິດ ຣາຍໃຫຽ່ ທີ່ສຸດ ໃນ ເອເຊັຽ ຕາເວັນອອກ ສ່ຽງໃຕ້.
ຣາຍງານ ວ່າ ນອກຈາກ ການຈັບ ຢາເສພຕິດ ຣາຍໃຫຽ່ ດັ່ງກ່າວ ນີ້ ໄດ້ແລ້ວ, ທາງ ເຈົ້າໜ້າທີ່ ຍັງ ສາມາດ ຈັບ ຜູ້ຕ້ອງຫາ ໄດ້ ທັງໝົດ 11 ຄົນ ຊື່ງ ມີ ນາຍ ລຳພູນ ສີລາຊາ ອາຍຸ 47 ປີ ເປັນ ຄົນໄທ ຢູ່ ແຂວງ ໜອງຄາຍ ທີ່ເປັນ ຫົວໜ້າ, ສ່ວນອີກ 10 ຄົນ ນັ້ນ ເປັນ ຄົນລາວ ທັງໝົດ.
ຢ່າງໃດ ກໍຕາມ ພາຍຫລັງ ການສືບສວນ ຈາກ ເຈົ້າໜ້າທີ່ ລາວ ແລະ ວຽດນາມ ແລ້ວ ຜູ້ຖືກຈັບ ສາຣະພາບ ວ່າ ຢາ ທັງໝົດ ທີ່ ຍຶດໄດ້ ເທື່ອນີ້ ຮວມທັງ ສານເຄມີ ເພື່ອນຳ ໄປປະສົມ ຜລິດ ຢາບ້າ ແລະ ຢາເສບຕິດ ປະເພດ ອື່ນໆ ເພື່ອນຳສົ່ງ ອອກຂາຍ ຕ່າງປະເທດ ຮວມທັງ ປະເທດ ໃກ້ຄຽງ ເຊັ່ນ: ປະເທດໄທ, ວຽດນາມ ແລະ ຢູໂຣບ.