ແມ່ຍິງໄທຖືກຈັບໂອນເງິນ ຄ້າຢາ
2015.08.24
ໃນ ມື້ວານ ນີ້ ຕຳຣວດ ໄທ ໄດ້ບຸກເຂົ້າ ຈັບກຸມ ກຸ່ມ ຄ້າ ຢາເສບຕິດ ໄດ້ 6 ຣາຍ, ໃນແຜນ ປາບປາມ ກຸ່ມ ຄ້າ ຢາເສບຕິດ ດ້ວຍການ ໂຈມຕີ ໃນ 38 ເປົ້າໝາຍ ແລະ ການກວດກາ ຕາມດ່ານ ເຂົ້າ-ອອກ 46 ແຫ່ງ ໃນ ທົ່ວ ປະເທດ. ພົລ ຕຳຣວດ ໂທ ສົມປອງ ຈິນດວງ ຮອງ ປະທານ ຄນະ ກັມມະການ ປາບປາມ ຢາເສບຕິດ ແຫ່ງຊາດ ໄທ ກ່າວວ່າ, ໃນການ ປະຕິບັດ ຕາມຂໍ້ມູນ ທີ່ ໄດ້ ມາຈາກ ການຈັບກຸມ ຄັ້ງກ່ອນ, ໃນ ຕອນເຊົ້າ ຂອງ ມື້ວານ ນີ້ ເຈົ້າຫນ້າທີ່ ຕຳຣວດ ໄດ້ ບຸກເຂົ້າໄປ ບ້ານ ຂອງ ນາງ ຈາໂຣຊາ ເຣືອງອຸໄລ ເຂດ ບາງຂຸນທຽນ, ແລະ ອີກ ຫລັງນຶ່ງ ໃນເຂດ ບາງແຄ ທີ່ ເປັນເຈົ້າຂອງ ໂດຍນາຍ ພິທັດ ທັມອິນ. ທັງສອງ ເປັນຜູ້ ສົ່ງເງິນ ໃຫ້ ແກ່ນັກ ຄ້າ ຢາເສບຕິດ ໃນລາວ.
ຂໍ້ມູນ ແລະ ຫຼັກຖານ ທີ່ ໄດ້ມາຈາກ ການຈັບກຸມ ຫົວຫນ້າ ຄ້າ ຢາເສບຕິດ ທີ່ ມີສູນກາງ ຢູ່ ແຂວງ ມິນບູຣີ, ນາຍ ອາທິດ ລາທຽນນັນ ໃນ ເດືອນ ມົກກະຣາ ຜ່ານມາ, ມີພ້ອມ ຂອງກາງ ທີ່ ເປັນ ຢາກະຕຸ່ນປະສາດ 1 ລ້ານ 7 ແສນ ເມັດ ແລະ ຢາບ້າ 36 ກິໂລກຣາມ ພ້ອມທັງ ຣົຖ ສອງຄັນ ຖືກ ຍຶດ.
ໃນການກວດ ບັນຊີ ເງິນຝາກ ທະນາຄານ 5 ແຫ່ງ ຂອງນາຍ ອາທິດ ທາງການ ຕຳຣວດ ພົບວ່າ ນາຍ ອາທິດ ໄດ້ ໂອນເງິນ ຜ່ານນາງ ຈາໂຣຊາ ໃຫ້ ແກ່ ນາງມອນ ເພັດທັນ ຜູ້ຄ້າ ຢາເສບຕິດ ຢູ່ ສປປລາວ ຜູ້ ຊຶ່ງຖືກ ຕຳຣວດ ລາວ ຈັບ ແລ້ວ ເປັນ ເງິນກວ່າ 800 ລ້ານ ບາດ. ຜູ້ຕ້ອງຫາ ທັງສອງ ຄົນໄທ ຖືກຈັບ ຖານ ມີສ່ວນ ພົວພັນ ກັບການ ຄ້າ ຢາເສບຕິດ ໃນໄທ.