ການຄ້າຢາເສພຕິດ ຢູ່ລາວ ເພິ່ມຂຶ້ນ
2020.11.06

ໃນວັນທີ 2 ພຶສຈິກາ ຕໍາຣວດແຂວງອຸດົມໄຊ ສະກັດຈັບພວກຄ້າຢາເສບຕິດໄດ້ 3 ຄົນ ທີ່ໃຊ້ຣົດກະບະ 3 ຄັນ ແລ່ນຈາກແຂວງບໍ່ແກ້ວ ໄປທາງເມືອງແບງ ແຂວງອຸດົມໄຊ ພ້ອມຂອງກາງ ເຮໂຣອິນ 400 ແທ່ງ ໜັກ 152 ກິໂລ ແລະ ຢາໄອສ໌ 1,604 ກິໂລ, ປືນສັ້ນ 1 ກະບອກ ແລະລູກປືນ 27 ລູກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຣວດ ປກສ ແຂວງອຸດົມໄຊ. ຈໍານວນຂອງກາງທີ່ຕໍາຣວດຍຶດໄດ້ ນອກຈາກສິ່ງ ທີ່ວ່ານັ້ນແລ້ວ ກໍຍັງມີຣົດຈັກ 1 ຄັນ, ໂທຣະສັບ 3 ເຄື່ອງ. ສ່ວນວ່າຜູ້ຕ້ອງຫາອີກຈໍານວນນຶ່ງ ເອົາໂຕຫລົບໜີໄປໄດ້.
ບໍ່ພຽງເທົ່ານັ້ນ ເຈົ້າໜ້າທີ່ຕໍາຣວດ ກໍຈັບຜູ້ຜລິດ ແລະຈໍາໜ່າຍຢາເສບຕິດ ໄດ້ 1 ຄົນ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ແລະ ຍຶດຂອງກາງເປັນເຮໂຣອິນ, ຢາບ້າ, ແປ້ງຝຸ່ນສໍາລັບປະສົມຢາເສບຕິດ, ເຄື່ອງອັດເມັດຢາບ້າ ແລະ ຫົວຕອກຢາບ້າ 87 ຫົວ.
ປັດຈຸບັນ ທາງການໄດ້ກວດກາຢ່າງຕໍ່ເນື່ອງ ຍ້ອນຢູ່ໃນແຂວງນີ້ ມີຢາເສບຕິດແພ່ຣະບາດຫລາຍ ດັ່ງເຈົ້າໜ້າທີ່ຕໍາຣວດ ຜູ້ຂໍສງວນຊື່ ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ພຶສຈິກາ ນີ້ວ່າ:
“ຕິດຕາມເປົ້າໝາຍ ຕັ້ງແຕ່ເດິກພຸ້ນແຫລະ ເຈົ້າຂອງຫລົບໜີທັນກ່ອນ ຈັບໄດ້ຜູ້ເຮັດວຽກທັງຄ້າ ທັງຜລິດ ເຮໂຣອີນ ຢາບ້າຢູ່ບໍຣິເວນ ບ້ານຕ້ອງໄດ້ສືບສວນສອບສວນຕໍ່ໄປ. ຢູ່ແຂວງເຮົານີ໋ກໍນ່າເປັນຫ່ວງ ຍັງແຜ່ຣະບາດ ຢາບ້ານີ໋ ຣາຄາມັນຖືກ 3,000 - 5,000 ຕໍ່ເມັດ ກວດກາຄົນເຂົ້າເຂົ້າອອກເມືອງ ຢ່າງເຂັ້ມງວດແຫລະ ຕອນນີ໋.”
ທ່ານກ່າວຕື່ມວ່າ ຢາເສບຕິດ ໂດຍສະເພາະ ຢາບ້າ ຈໍານວນນຶ່ງຖືກລັກລອບເຂົ້າມາ ຈາກປະເທດເພື່ອນບ້ານ ແລະ ອີກສ່ວນນຶ່ງ ຈະຜລິດ ເອງຢູ່ພາຍໃນປະເທດ ໂດຍຈະນໍາສານຕັ້ງຕົ້ນ ມາປະສົມກັບຜົງ ແປ້ງຝຸ່ນ ຊຶ່ງສ່ວນຫລາຍຈະຜລິດ ຢູ່ແຂວງພາກເໜືອ ເຊັ່ນແຂວງບໍ່ແກ້ວ, ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ.
ກ່ຽວກັບບັນຫາຢາເສບຕິດ ຢູ່ລາວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວຕໍ່ກອງປະຊຸມ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 8 ນີ້ວ່າ ປັດຈຸບັນ ການຜລິດ ແລະ ການຄ້າຢາເສບຕິດ ເປັນບັນຫາ ຂອງ ຣັຖບານ ແລະ ປະຊາຊົນທົ່ວໂລກ ພ້ອມກັນຕໍ່ຕ້ານ ແຕ່ບັນຫາ ດັ່ງກ່າວ ກໍຍັງບໍ່ລົດລົງ ຮວມເຖິງໃນລາວ ເຊັ່ນກັນ.
ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ປະເທດລາວ ບໍ່ພຽງແຕ່ເປັນປະເທດທາງຜ່ານ ໃນການຂົນຢາເສບຕິດ ແຕ່ອາດເປັນປະເທດ ທີ່ຜລິດ ຢາເສບຕິດ ຢູ່ກໍເປັນໄດ້. ສະນັ້ນຈຶ່ງຂໍໃຫ້ກະຊວງ ປ້ອງກັນຄວາມສງົບ ເອົາໃຈໃສ່ໃນການກວດກາ ຢາເສບຕິດ ພາຍໃນປະເທດຢ່າງ ເຂັ້ມງວດ.
ໃນຣາຍງານຂອງຫ້ອງການ ຕ້ານຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາດ ຫລື UNODC ຣະບຸວ່າ ໄທຍ ແລະ ລາວ ມີການຜລິດ ຢາເສບຕິດ ແລະຄ້າມະນຸດ ທີ່ຂຍາຍໂຕຢ່າງຕໍ່ເນື່ອງ ເມື່ອປີ 2019 ທີ່ຜ່ານມາ ມີການຍຶດສານເສບຕິດ ປະເພດ mຳthamphetamine ສະເພາະຢູ່ໃນຂົງເຂດ ເອເຊັຍຕາ ເວັນອອກ ແລະເອເຊັຍຕາເວັນອອກສ່ຽງໃຕ້ ໄດ້ຫລາຍເຖິງ 140 ຕັນ ຊຶ່ງສ່ວນໃຫຍ່ຜລິດ ໃນຣັຖຊານ ປະເທດພະມ້າ ທີ່ຢູ່ກົງກັນຂ້າມ ກັບຊາຍແດນ ໄທຍ ແລະລາວ ແລະດ້ວຍການຜລິດ ເພິ່ມຂຶ້ນ ເຮັດໃຫ້ ໄທຍແລະລາວ ກາຍເປັນຈຸດ ຄ້າຂາຍ ຢາເສບຕິດ ທີ່ສໍາຄັນແຫ່ງນຶ່ງ ຂອງໂລກ.
ຢູ່ປະເທດໄທຍ ໃນມື້ວັນທີ 2 ພຶສຈິການີ້ ເຈົ້າໜ້າທີ່ໄທຍ ກໍໄດ້ຢຶດຢາບ້າ ຈໍານວນ 8 ລ້ານເມັດ ຢູ່ໃນກະເປົ໋າ 40 ເປົ໋າ ເປົ໋ານຶ່ງ 200,000 ເມັດ ທີ່ພວກຄ້າຢາເສບຕິດ ເຊື່ອງຊ້ອນໄວ້ຢູ່ກອງຂີ້ເຫຍື້ອ ແຄມ ແມ່ນໍ້າເຫືອງ ຢູ່ແຂວງເລີຍ ຊຶ່ງຄາດວ່າ ກຽມຈະຂົນສົ່ງເຂົ້າ ບາງກອກ ແລະ ສົ່ງໄປພາກໃຕ້ຂອງໄທຍ. ແຕ່ບໍ່ພົບຜູ້ກະທໍາຄວາມຜິດນັ້ນ.
ໃນບໍຣິເວນໃກ້ຄຽງ ກວດພົບເຊືອກ, ວິທຍຸສື່ສານ ແລະອຸປກອນຂົນຢາບ້າ ຈໍານວນນຶ່ງ ທີ່ຖືກຖິ້ມໄວ້ ຢູ່ແຄມນໍ້າ ແລະມີເຮືອພລາສຕິກ ເຮືອຢາງ ຈອດຢູ່ແຄມ ນໍ້າຝັ່ງ ສປປລາວ ຊຶ່ງເຈົ້າໜ້າທີ່ໄທຍ ຄາດວ່າ ເປັນເຮືອທີ່ໃຊ້ໃນການຂົນຢາບ້ານັ້ນ.
ຢາບ້າຈໍານວນ 8 ລ້ານເມັດ ຊຶ່ງເຈົ້າໜ້າທີ່ໄທຍ ຈັບໄດ້ນີ້ ເບື້ອງຕົ້ນຄາດວ່າເປັນຢາບ້າ ທີ່ຖືກລໍາລຽງມາຈາກປະເທດເພື່ອນບ້ານ ທີ່ເຄີຍມີ ການລັກລອບ ລໍາລຽງເຂົ້າມາບໍຣິເວນ ສາມຫລ່ຽມຄໍາ ແຂວງຊຽງຮາຍ ຂອງໄທຍ ບ່ອນທີ່ເຈົ້າໜ້າທີ່ ກົດດັນຢ່າງໜັກ ຈຶ່ງປ່ຽນເສັ້ນທາງ ມາສົ່ງຢາບ້າ ໃນພື້ນທີ່ເມືອງດ່ານຊ້າຍ ແຂວງເລີຍແທນ ເພື່ອສົ່ງຢາບ້ານັ້ນເຂົ້າບາງກອກ ແລະໄປພາກໃຕ້ຂອງໄທຍ.
ການກວດຢຶດຢາບ້າໄດ້ໃນຄັ້ງນີ້ ເປັນຄັ້ງໃຫຍ່ທີ່ສຸດ ເທົ່າທີ່ເຄີຍຢຶດໄດ້ຢູ່ແຂວງເລີຍນີ້.