ຂຸດຮາກຖອນໂຄນ ຢາເສພຕິດ ບໍ່ງ່າຍ

ສິດນີ
2017.06.28
f-yaba ຢາບ້າ ທີ່ ທາງການ ຂອງ ທຸກປະເທດໃນໂລກ ຕິດຕາມ ຍຶດ ປາບປາມ ທໍາລາຍ
Public Domain/dailysun

ນັກວິຊາການລາວ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນຶ່ງເວົ້າວ່າ ສປປລາວ ເປັນປະເທດທີ່ສງົບ ຊຶ່ງບັນຫາ ຢາເສບຕິດ ແມ່ນມາຈາກພາຍນອກ ທີ່ໃຊ້ລາວເປັນທາງຜ່ານ ດ້ວຍການ ສໍ້ຣາສບັງຫລວງ ຂອງເຈົ້າຫນ້າທີ່ຣັດ ບາງກຸ່ມ ຢາເສບຕິດ ຈຶ່ງສາມາດຜ່ານລາວ ໄປປະເທດອື່ນໆໄດ້.

ທ່ານວ່າຫຼັງຈາກນະໂຍບາຍ ປາບປາມການຄ້າຢາເສບຕິດ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ຖືກປະກາດໃຊ້ ຢ່າງເປັນ ທາງການ ຫຼັງຈາກທີ່ ທ່ານຂຶ້ນເປັນ ນາຍົກຣັຖມົນຕຣີ, ທາງການລາວ ສາມາດຈັບກຸ່ມຄ້າ ຢາເສບຕິດ ໄດ້ຫຼາຍຄົນ ແຕ່ຍາກ ທີ່ຈະຖອນ ຮາກເຫງົ້າ ຂອງການຄ້າ ຢາເສບຕິດ ໃນລາວ ໃຫ້ຫມົດໄດ້ ຍ້ອນການ ສໍ້ຣາສບັງຫລວງ ແລະການຊື້ຈ້າງ ຈອບອອຍ ຂອງເຈົ້າຫນ້າທີ່.

ຜູ້ຕ້ອງຫາລາຍໃຫຍ່ ທີ່ຖືກຈັບ 5 ກຸ່ມໃນການ ຄ້າຢາເສບຕິດ ໃນລາວເລີ້ມແຕ່ ທ່ານທອງລຸນ ນາຍົກຣັຖມົນຕຣີລາວ ໄດ້ປະກາດໃຊ້ນະໂຍ ບາຍປາບປາມກຸ່ມ ຄ້າຢາເສບຕິດ ໃນລາວ ໃນເດືອນກັນຍາ 2016 ຜ່ານມານັ້ນ ເປັນພາກສ່ວນນະໂຍບາຍ ຂອງຣັຖບານຄອມມິວນິສ ລາວ ໃນການປາບປາມ ການສໍ້ຣາສ ບັງຫລວງ ແລະການຊື້ຈ້າງ ຈອບອອຍ ຂອງເຈົ້າຫນ້າທີ່ຣັດ ບາງຄົນ ຈາກການ ຄ້າເສບຕິດ ຮ່ວມທັງ ການປາບປາມ ກຸ່ມອາຊຍາກັມ ແລະ ການຍົກຣະດັບ ພາບພົດ ຂອງ ສປປລາວ ໃຫ້ ຫລຸດພົ້ນອອກຈາກ ການເປັນທາງຜ່ານ ຂອງກຸ່ມຄ້າ ຢາເສບຕິດ ໃນຂົງເຂດ.

ທ່ານ ທອງລຸນ ສີສຸລິດ ຜູ້ທີ່ຫຼາຍຄົນເວົ້າວ່າເປັນ ນັກປະຕິຮູບ ໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດ ວ່າການຄ້າ ຢາເສບຕິດ ເປັນອຸປສັກ ຕໍ່ການພັທນາ ເສຖກິດ ແລະສັງຄົມ ຂອງຊາດ ແລະເປັນທີ່ມາຂອງລາຍໄດ້ ຂອງກຸ່ມ ອາຊຍາກອນ ແລະ ການ ສໍ້ຣາສບັງຫລວງ ແຕ່ທ່ານ ບໍ່ໄດ້ກ່າວເຖິງ ຄວາມເສັຽຫາຍ ຂອງຜູ້ເສບ ແລະຄອບຄົວ ຂອງຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກການຄ້າ ຢາເສບຕິດ ໃນລາວ ໃນແຕ່ລະປີ.

ທ່ານວ່າ ຫຼັງຈາກ ການຈັບກຸມ ທ້າວ ໄຊຊະນະ ແກ້ວພີມພາ ຢູ່ປະເທດໄທ ບັນຫາ ຢາເສບຕິດ ໃນລາວ ຈື່ງນອງນັ້ນຂຶ້ນມາ ແຕ່ບັນຫາ ດັ່ງກ່າວ ທາງການລາວ ຮູ້ມາແຕ່ດົນແລ້ວ ແຕ່ມິດງຽບໄປ ຍ້ອນຜູ້ມີ ອິດທິພົນ ບາງຄົນຢູ່ເບື້ຶ້ອງຫລັງ ດັ່ງທ່ານໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນມື້ວັນທີ 24 ເມສາ ປີ 2017 ນີ້ວ່າ: ສຽງ--

ນີ້, ແມ່ນຄຳເຫັນ ຂອງນັກວິຊາການລາວ ທ່ານນຶ່ງ ບໍ່ມີສ່ວນພົວພັນ ກັບ ວິທຍຸເອເຊັຽເສຣີ ແຕ່ຢ່າງໃດ. ໃນສມັຍຣັຖບານ ຂອງ ນາຍົກ ຣັຖມົນຕຣີ ທອງສິງ ທັມມະວົງ ໃນປີ 2010 ມາຕການປາບປາມ ການຄ້າຢາເສບຕິດ ກໍຖືກປະກາດໃຊ້ ໃນເດືອນ ທຳອິດທີ່ທ່ານ ຂຶ້ນເປັນ ນາຍົກຣັຖມົນຕຣີ ແຕ່ໃນຣະຍະ 6 ປີ ທີ່ທ່ານເປັນຜູ້ນຳ ບໍ່ສາມາດ ແກ້ໄຂບັນຫາ ດັ່ງກ່າວໄດ້ ຍ້ອນ ການສໍ້ຣາສບັງຫລວງ ແລະ ການຊື້ ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ຣັດ ບາງກຸ່ມ.

ແຕ່ໃນສມັຍ ທ່ານ ທອງລຸນ ສີສຸລິດ ເປັນນາຍົກຣັຖມົນຕຣີ ຫຼັງຈາກ ຖືກປະກາດໃຊ້ ມາຕການປາບປາມ ການຄ້າຢາເສບຕິດ ໃນເດືອນ ກັນຍາ ປີ 2016 ຫນ່ວຍງານປາບປາມ ຢາເສບຕິດ ສາມາດຈັບກຸມ ກຸ່ມອາຊຍາກັມ ທີ່ມີການເຊື່ອມໂຍງ ກັບການ ຄ້າຢາເສບຕິດ ໄດ້ກວ່າ 3 ພັນ ກໍຣະນີ ສາມາດຍຶດ ຂອງກາງ ທີ່ເປັນຢາບ້າໄດ້ກວ່າ1800 ກິໂລກຣາມ ເຮໂຣອີນ ປະມານ 188 ກິໂລກຣາມ ກັນຊາແຫ້ງ ປະມານ 125 ກິໂລກຣາມ ແລະຢາໄອສ 144 ກິໂລກຣາມ.

ທາງການລາວ ຍັງໄດ້ຮ່ວມມື ກັບຂົງເຂດ ເປັນຕົ້ນຈີນ ໄທ ແລະປະເທດ ເພື່ອນບ້ານ ໃນການປາບປາມ ກຸ່ມຄ້າຢາເສບຕິດ ຂ້າມຊາດ. ບັນຫາຢາເສບຕິດ ເປັນບັນຫາ ຂອງຂົງເຂດ ແຕ່ເຟືອດ ເຂົ້າມາລາວ ຍ້ອນ ການສໍ້ຣາດບັງຫລວງ ຊື່ງ ກຸ່ມດັ່ງກ່າວ ບໍ່ສາມາດ ໃຊ້ເສັ້ນທາງ ເສັ້ນເກົ່າ ໃນການຂົນສົ່ງ ຢາເສບຕິດ ເພາະມີການລາດຕະເວນ ຢ່າງເຄັ່ງຄັດ ຕາມລຳແມ່ນ້ຳຂອງ ຈື່ງລົງມາທາງໃຕ້ ສົ່ງຜ່ານລາວ ແລະ ກຳພູຊາ ໄປປະເທດທີສາມ ເປັນການຍາກ ທີ່ຈະທັບມ້າງ ໃຫ້ຫມົດໄປໄດ້ ຍ້ອນ ມັນລຶກລັບ ແລະສລັບສັບຊ້ອນ ຂອງ ການປະຕິບັດງານ ຂອງເຄືອຄ່າຍດັ່ງກ່າວ ແລະການສໍ້ຣາສບັງຫຼວງ ໃນປະເທດເຫລົ່ານັ້ນ ຊື່ງບັນຫາຢາເສບຕິດໃນລາວ ເປັນໂຣຄຊ້ຳເຮື້ອມາດົນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.