ກຸ່ມຄ້າຢາຖືກຈັບ ເປັນຜົນດີ ຕໍ່ສັງຄົມ
2017.02.09
ເຈົ້າຫນ້າທີ່ຂັ້ນສູງ ຂອງລາວ ທ່ານນຶ່ງ ເວົ້າວ່າ ການທີ່ ທ້າວໄຊຊະນະ ແກ້ວພິມພາ ນັກຄ້າ ຢາເສບຕິດ ຣາຍໃຫຍ່ ຖືກຈັບ ໃນໄທນັ້ນ ເປັນຜົລດີ ໃນການສະກັດກັ້ນ ປາບປາມ ກຸ່ມຄ້າຢາເສບຕິດ ໂດຍສະເພາະ ຢາບ້າ ໃນສປປລາວ ແລະ ໃນປະເທດ ເພື່ອນບ້ານ ໃຫ້ ໜ້ອຍລົງ. ດັ່ງ ທ່ານກ່າວ ໃນວັນທີ 8 ກຸມພາ ນີ້ວ່າ:
"ຄິດວ່າກ່າສິມີຜົລດີ ເຣື້ອງການສະກັດກັ້ນ ເຣື້ອງການຄ້າຂາຍ ຢາບ້າຫັ້ນແລ້ວ ໃນປະເທດ ຕ່າງປະເທດ ຫຍັງຕ່າງໆ ຫັ້ນແຫຼະ ກະສິມີ ຜົລດີ ທັງສອງຝ່າຍ ກໍຕ້ອງເອົາເຫດເອົາຜົລ ເອົາກົດຫມາຍ ຕົວຈິງ ມາເວົ້າຫັນແລ້ວ ມັນເປັນຈັ່ງໃດແທ້ໆ ນະ ກະບໍ່ທັນ ມີໃຜຮູ້ເຫດຜົລ".
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າການຈັບ ທ້າວໄຊຊະນະ ຈະບໍ່ເຮັດໃຫ້ບັນຫາ ຢາເສບຕິດ ຫມົດໄປບາດດຽວ ກໍຕາມ ແຕ່ເຊື່ອວ່າ ແຕ່ນີ້ໄປ ຈະຄ່ອຍໆຫລຸດລົງ ເລື້ອຍໆ ຫາກ ເຈົ້າຫນ້າທີ່ກ່ຽວຂ້ອງ ສາມາດທັບມ້າງ ເຄືອຄ່າຍ ຂອງເຂົາ ທີ່ຍັງຫລົບຫນີ ຢູ່ໃຫ້ໄດ້ ຫມົດ.
ບັນຫາຢາເສບຕິດ ໃນທຸກມື້ນີ້ ຢູ່ພາກກາງ, ພາກໃຕ້ ບໍ່ຄ່ອຍມີຫຼາຍ ຄືແຕ່ກອ່ນ ແຕ່ທາງ ແຂວງພາກເຫນືອ ນັ້ນຍັງມີຢູ່ ໂດຍສະເພາະ ເຂດຊາຍແດນ ຕິດກັບ ພະມ້າ.
ທ່ານວ່າ ສ່ວນການດຳເນີນຄະດີ ທ້າວໄຊຊະນະ ນັ້ນ ກໍຂື້ນຢູ່ກັບ ທາງການໄທ ແລະທາງການລາວ ວ່າຈະເຮັດແນວໃດ ແທ້, ຕົນເອງ ບໍ່ສາມາດ ອອກຄວາມເຫັນ ໄດ້ວ່າ ໃຫ້ຕັດສີນລົງໂທດ ຢູ່ໄທຫລືຢູ່ລາວ ແຕ່ເຊື່ອວ່າ ການຕັດສິນ ລົງໂທດນັ້ນ ຈະມີຂຶ້ນ ຢ່າງແນ່ນອນ ເພື່ອບໍ່ໃຫ້ ນັກຄ້າ ຢາເສບຕິດ ຄົນອື່ນເອົາເປັນ ແບບຢ່າງ. ໃນຂນະດຽວກັນ ປະຊາຊົນລາວ ຫຼາຍຄົນ ກໍຍັງລໍ ຟັງຂ່າວ ຄວາມຄືບຫນ້າ ຂອງຄະດີ ຂອງ ທ້າວໄຊຊະນະ ຢູ່.