ຄົນຕິດຢາບ້າຢູ່ຫຼວງນໍ້າທາ

ອະວາຣີ
2016.04.08
F-narcotic ຫ້ອງການ ປາບປາມ ຢາເສພຕິດ ທີ່ແຂວງ ຫຼວງນໍ້າທາ
RFA

ຊາວໜຸ່ມ ວັຍລຸ້ນ ແຂວງ ຫຼວງນ້ຳທາ ຕິດ ຢາເສບຕິດ ຫຼາຍຂຶ້ນ ສ່ວນຫຼາຍ ຕິດຢາບ້າ; ຫຼາຍຄົນ ທັງຕິດ ທັງຂາຍ. ເຈົ້າໜ້າທີ່ ແລະ ຜູ້ເປັນພໍ່ແມ່ ວິຕົກ ກັງວົນ ເພາະ ພວກຄ້າ ແລະ ຕິດຢາບ້າ ຫຼາຍຄົນ ຍັງເປັນນັກຮຽນ. ດັ່ງ ເຈົ້າໜ້າທີ່ ຕຳຣວດ ເມືອງ ຫຼວງນ້ຳທາ ທ່ານນຶ່ງ ກ່າວກັບ ວິທຍຸ ເອເຊັຽເສຣີ ມື້ວານນີ້ ວ່າ:

“ຣະບາດແຮງ ຫັ່ນແຫຼະ ມີເກືອບ ທຸກບ້ານ ຄັນວ່າເກືອບ ທຸກບ້ານ ກະ 70 ເປີເຊັນ ຄັນສິວ່າເນາະ ມີ ການຂາຍຍ່ອຍ ມີການເສພ ຢູ່ແຕ່ລະບ້ານ ຊາວໜຸ່ມ ເກືອບວ່າ ທຸກບ້ານ ສ່ວນຫຼາຍ ມັນນັກຮຽນ ນີ້ແລ້ວ.”

ສອງມື້ກ່ອນ ມີຊາຍໜຸ່ມ ອາຍຸ 26 ປີຢູ່ ບ້ານນາເຕີຍ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ເສພຢາບ້າ ຈົນມຶນເມົາ ປ່ວງບ້າ ຈູດເຮືອນ ແລ້ວ ຜູກຄໍຕາຍ. ເຈົ້າໜ້າທີ່ ຕຳຣວດ ກ່າວອີກຕື່ມວ່າ:

“ມັນມີ ທ້າວອັນນຶ່ງຫັ້ນ ແບບຄົນ ວ່າງງານນະ ຈູດເຮືອນ ແລ້ວກໍຜູກຄໍ ໂຕເອງຕາຍ ຫັ່ນນະ ເສພຢາເນາະ ເສບຢາແລ້ວ ກໍໄປຈູດເຮືອນ ໄຟໄໝ້ ແຕ່ເຮືອນອື່ນໆ ບໍ່ເສັຽຫາຍ.”

ເຈົ້າໜ້າທີ່ ຕຳຣວດ ເວົ້າວ່າ ຊາຍໜຸ່ມ ຜູ້ນີ້ ຕິດຢາບ້າ ມາດົນແລ້ວ, ຜູ້ກ່ຽວ ເຄີຍຖືກ ສົ່ງໄປ ບຳບັດ ຢູ່ສູນດັດສ້າງ ທີ່ ຄ້າຍທະຫານ ຫຼາຍເທື່ອ, ແຕ່ເວລາ ອອກມາກໍ ຕິດຢາບ້າ ຄືເກົ່າ.

ທາງການ ແຂວງ ຫຼວງນ້ຳທາ ກໍກັງວົນ ໃນບັນຫາ ຢາເສພຕິດ ຈຶ່ງ ມີແຜນ ຈະສ້າງສູນ ດັດສ້າງ ຕື່ມອີກ ແຫ່ງນຶ່ງ ຢູ່ ເມືອງລອງ ຊຶ່ງ ເປັນເມືອງ ທີ່ຕິດກັບ ພະມ້າ ເຂດທີ່ ເປັນທາງຜ່ານ ຄ້າຂາຍ ຢາເສບຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.