ຄົນຕິດຢາເສບຕິດ ໃນລາວ ເພີ່ມຂຶ້ນ
2021.08.17

ຄົນຕິດຢາເສບຕິດ ຢູ່ ສປປລາວ ສ່ວນຫຼາຍຕິດຢາບ້າ ຍ້ອນມັນມີຣາຄາຖືກກວ່າ ຢາເສບຕິດຊນິດອື່ນໆ ແລະ ຫາຊື້ໄດ້ງ່າຍ ເພາະມີ ຄົນຂາຍຣາຍຍ່ອຍຫຼາຍ ຢູ່ຕາມທ້ອງຖິ່ນຕ່າງໆ ໃນທົ່ວປະເທດ. ຄົນຕິດຢາບ້າສ່ວນໃຫຍ່ ແມ່ນຊາວໜຸ່ມ ທີ່ບໍ່ມີວຽກເຮັດງານທໍາ ແລະ ກັມມະກອນທີ່ເຮັດວຽກກໍ່ສ້າງທົ່ວໄປ, ດັ່ງປະຊາຊົນລາວຜູ້ນຶ່ງ ທີ່ເຫັນຄົນຕິດຢາເສບຕິດຢູ່ເລື້ອຍໆ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ສິງຫານີ້ວ່າ:
“ຕິດຢາມ້ານ່າ ມີຫຼາຍໂອ໋ ຣາຄາມັນຖືກ ພາກັນກິນເອົາແທ້ເອົາວ່າ ດູດເອົາແທ້ເອົາວ່າດຽວນີ້ ສ່ວນຫຼາຍກະແມ່ນ ມັນກັມມະກອນ ຜູ້ ທຸກຜູ້ຍາກຫັ້ນແຫຼະ ແລ້ວກະພວກຊາວໜຸ່ມ ເວົ້າເຣື່ອງເຫີ່ກັນກິນ ເສບແນວນັ້ນແນວນີ້ ຈັບເອົາຄົນກິນແທ້ ເສບແນວນັ້ນແນວນີ້ ບໍ່ຈັບ ແລ້ວດຽວນີ້ ຈັບຄົນຂາຍ.”
ທ່ານເວົ້າຕື່ມວ່າ ຕົນກໍບໍ່ຮູ້ຄັກແນ່ວ່າ ຣາຄາຢາບ້າໃນປັດຈຸບັນ ເມັດລະຈັກກີບ, ແຕ່ກໍເຫັນພວກຊາວໜຸ່ມ ທີ່ບໍ່ມີວຽກເຮັດງານທໍາ ຂໍ ເງິນພໍ່ແມ່ໄປຊື້ຢູ່ເລື້ອຍ, ແລ້ວກໍໄປຕັ້ງກຸ່ມມົ້ວສຸມເສບ. ສ່ວນຢາເສບຕິດປະເພດອື່ນໆ ເປັນຕົ້ນຢາໄອສ, ເຮໂຣອີນ, ກັນຊາ ບໍ່ຄ່ອຍ ເຫັນມີຜູ້ເສບຫຼາຍ ຫຼືເປັນຍ້ອນວ່າ ມັນມີຣາຄາແພງ ແລະ ຫາຊື້ໄດ້ຍາກ.
ອີງຕາມຄໍາເວົ້າ ຂອງຜູ້ເສບຢາເສບຕິດໃນລາວຄົນນຶ່ງ ທີ່ຂໍສງວນຊື່ ແລະສຽງ, ປັດຈຸບັນ ຢາບ້າ ມີລົ້ນຕລາດ, ຣາຄາກໍຖືກຫຼາຍ ຄື 3 ເມັດຕໍ່ 10 ພັນກີບ ຈາກທີ່ເຄີຍຊື້ ເມັດລະ 27 ພັນກີບ ຫຼື 100 ບາດ ເມື່ອປີ 2015-2016 ແລະຫາຊື້ໄດ້ງ່າຍ.
ຫາກເວົ້າເຖິງການບໍາບັດ ປິ່ນປົວໂດຍລວມໃນແຕ່ລະແຂວງ ໂດຍສະເພາະຜູ້ຕິດຢາບ້າ ຊາວລາວຜູ້ນຶ່ງ ທີ່ເຄີຍເຫັນສະພາບ ເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຍັງບໍ່ໄດ້ຄຸນນະພາບເທົ່າທີ່ຄວນ, ຜູ້ຕິດຢາເສບຕິດ ທີ່ອອກຈາກສູນບໍາບັດໄປແລ້ວ ຫຼາຍຄົນ ຍັງ ກັບມາເສບຢາບ້າຢູ່ຄືເກົ່າ:
“ຢູ່ບ້ານເຮົານີ້ກະມີ ສົ່ງອອກມາແລ້ວຍັງກິນຄືເກົ່າຫັ້ນ ຢູ່ເຂດໃດກະມີໝົດແຫຼະເນາະ ປັດຈຸບັນນີ້ ຈຸກິນຢາຫັ້ນນ່າ ຄັນໄປປິ່ນປົວ ຢາກ ໃຫ້ຢາກຕັດໂຕນີ້ ປະໄດ້ແທ້ຫັ້ນນ່າ ບໍ່ໃຫ້ມັນມາກິນ..ຫັ້ນນ່າ ພໍ່ແມ່ກະຄືດີອົກດີໃຈ.”
ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນຶ່ງ ທີ່ເຄີຍເຮັດວຽກໃກ້ຊິດ ກັບການບໍາບັດ ແລະ ປິ່ນປົວຜູ້ຕິດຢາເສບຕິດ ເວົ້າວ່າ ຜູ້ຕິດຢາເສບຕິດ ສ່ວນໃຫຍ່ແມ່ນຕິດຢາບ້າ, ຢູ່ໃນສູນບໍາບັດ ແລະ ປິ່ນປົວແຕ່ລະແຫ່ງ ກໍມີການບໍາບັດ ແລະ ປິ່ນປົວຕາມມາຕຖານ ທີ່ທາງກະຊວງ ສາທາຣະນະສຸຂກໍານົດໃຫ້ ແລະເຮັດໃຫ້ຜູ້ເຂົ້າຮັບການບໍາບັດ ເຊົາຈາກອາການຢາກເສບຢາເສບຕິດແທ້.
ແຕ່ສາເຫດ ທີ່ພາໃຫ້ຜູ້ໄດ້ຜ່ານການບໍາບັດ ຫຼາຍຄົນກັບໄປເສບຢາ ເສບຕິດຄືນນັ້ນ ຄືພວກເຂົາເຈົ້າກັບໄປຢູ່ໃນສັງຄົມບໍ່ດີ ຖືກໝູ່ຄູ່ ຊັກຈູງໄປເສບຢາເສບຕິດຄືເກົ່າ ດັ່ງທີ່ທ່ານ ກ່າວວ່າ:
“ເຣື່ອງຣະບົບການປິ່ນປົວຢູ່ສູນນີ້ ເພິ່ນປິ່ນປົວຖືກຣະບົບເນາະ ຢູ່ 45 ວັນເນ໋ ຫຼືວ່າ 6 ເດືອນບໍ່ຫັ້ນນ່າ ມັນຄາບ່ອນວ່າອອກມາແລ້ວ ມາເສບຕື່ມຫັ້ນນ່າ ອອກມາແລ້ວມາພົບໝູ່ພົບຄູ່ ແລ້ວກັບຄືນຫັ້ນນ່າ ຢູ່ໃນຫັ້ນແທ້ຖືວ່າຕັດໄດ້ຫັ້ນນ່າ ກັບມາແລ້ວມາເຈີໝູ່ເຈີຄູ່ເກົ່າ ແລ້ວກະກິນເຫຼົ້າກິນຫຍັງ ແລ້ວກະກັບຄືນມາເສບຄືນ ໂຕນີ້ແຫຼະຢາກວ່າ 80% ພຸ້ນນະ.”
ທ່ານເວົ້າຕືມວ່າ ອີກສາເຫດນຶ່ງ ທີ່ເຮັດໃຫ້ຜູ້ທີ່ໄດ້ຜ່ານ ການບໍາບັດແລ້ວ ກັບໄປເສບຢາເສບຕິດຄືເກົ່ານັ້ນ ກໍຍ້ອນວ່າ ຫຼາຍຄົນບໍ່ມີ ວຽກເຮັດງານທໍາ ຍ້ອນນາຍຈ້າງຫຼາຍຄົນ ບໍ່ຢາກຮັບເອົາ ຜູ້ມີປວັດຕິດຢາເສບຕິດ ເຂົ້າເຮັດວຽກນໍາ. ດັ່ງນັ້ນຈຶ່ງຄິດວ່າ ພາກສ່ວນ ທີ່ກ່ຽວຂ້ອງ ຄວນສົ່ງເສີມວຽກເຮັດງານທໍາ ໃຫ້ພວກເຂົາເຈົ້າເປັນຣະບົບຫຼາຍຂຶ້ນ ເພື່ອບໍ່ໃຫ້ພວກເຂົາເຈົ້າ ກັບໄປເສບຢາເສບຕິດ ຄືນອີກ.
ນັກວິຊາການດ້ານການປິ່ນປົວ ຜູ້ຕິດຢາເສບຕິດ ທີ່ຂໍສງວນຊື່ແລະອົງການຂອງທ່ານ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ສິງຫາ ນີ້ວ່າ ຈາກການເຮັດວຽກຮ່ວມກັບສູນບໍາບັດ ແລະປິ່ນປົວຜູ້ຕິດຢາເສບຕິດຫຼາຍແຫ່ງ ພົບວ່າ ສູນຫຼາຍແຫ່ງໃນລາວ ຍັງມີຣະບົບ ການ ປິ່ນປົວ ແບບບໍ່ໄດ້ຄຸນນະພາບ ແລະບາງແຫ່ງ ກໍໃຊ້ຢາປິ່ນປົວບໍ່ຖືກຈຸດ ຊຶ່ງເຮັດໃຫ້ກະທົບຕໍ່ປະສາດ ຂອງຜູ້ຮັບການປິ່ນປົວນັ້ນ, ດັ່ງ ທີ່ທ່ານກ່າວວ່າ:
“ບ່ອນປິ່ນປົວຫັ້ນ ມັນມີຫຼາຍ ແຕ່ວ່າຜົນໄດ້ຮັບ ມັນບໍ່ມີ ບໍ່ດີນ່າ. ສ່ວນຫຼາຍແລ້ວ ຄັນກັບໄປບ້ານ ແລ້ວມັນຢາກເປັນ ປະສາດຫຼອນ ເພາະວ່າ ໃຊ້ແຕ່ຢາແກ້ປວດ ແລ້ວສິ່ງສໍາຄັນນັ້ນ ເຂົາໃຊ້ຢາຣະງັບໜັກແໜ້ນ ນັ້ນເຮັດໃຫ້ປະສາດຊຸດໂຊມ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບຈໍານວນຜູ້ເຂົ້າຮັບການບໍາບັດປິ່ນປົວ ແລະຂັ້ນຕອນການບໍາບັດ ແລະປິ່ນປົວນັ້ນ ວິທຍຸເອເຊັຽເສຣີ ໄດ້ ຕິດຕໍ່ໄປຍັງສູນບໍາບັດ ແລະປິ່ນປົວ ຜູ້ຕິດຢາເສບຕິດ ສົມສະງ່າ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນສູນສໍາຄັນໃນລາວ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຂໍ້ມູນທາງໂທຣະສັບໄດ້, ໃຫ້ເຮັດໜັງສືເຂົ້າໄປພົວພັນນໍາ.
ພ້ອມດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ໄປຍັງສໍານັກງານຕ້ານຢາເສບຕິດ ແລະອາສຍາກໍາ ຂອງສະຫະປະຊາຊາດ ປະຈໍານະຄອນຫຼວງວຽງຈັນ ແລະບາງກອກ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດຮັບໂທຣະສັບ.
ແລະເມື່ອຕິດຕໍ່ຫາກະຊວງສາທາຣະນະສຸຂ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍຮູ້ວ່າ ຢູ່ລາວ ມີຄົນຕິດຢາເສບຕິດຈໍານວນເທົ່າໃດ ແລະກໍາລັງບໍາບັດປິ່ນປົວ ຢູ່ສູນຕ່າງໆນັ້ນຈັກຄົນ ແຕ່ເຈົ້າໜ້າທີ່ ບໍ່ສາມາດເປີດເຜີຍຂໍ້ມູນໄດ້.
ອີງຕາມຂໍ້ມູນຈາກກອງປະຊຸມ ຄະນະມົນຕຣີ ຂອງສະມັດຊາຣັຖສະພາອາຊຽນ ວ່າດ້ວຍຢາເສບຕິດ ອັນຕຣາຍຄັ້ງທີ 2 ທີ່ໄດ້ຈັດຂຶ້ນ ຢູ່ແຂວງຊຽງໃໝ່ ປະເທດໄທຍ ປີ 2019, ທົ່ວປະເທດລາວ ມີສູນບໍາບັດ ແລະປິ່ນປົວຜູ້ຕິດຢາເສບຕິດ ທັງແບບໄດ້ມາຕຖານ ແລະ ບໍ່ໄດ້ມາຕຖານ ທັງໝົດ 20 ແຫ່ງ ໃນນັ້ນ 17 ແຫ່ງ ເປັນຂອງຣັຖ ແລະອີກ 3 ແຫ່ງ ເປັນຂອງເອກຊົນ. ສູນທີ່ສໍາຄັນ ແມ່ນສູນ ສົມສງ່າ ຢູ່ນະຄອນຫຼວງວຽງຈັນ, ສູນແຂວງອຸດົມໄຊ ແລະສູນບ້ານນໍ້າຖ້ວມ ເມືອງນໍ້າບາກ ແຂວງຫຼວງພຣະບາງ.
ແລະໃນຂນະດຽວກັນ ຢູ່ລາວ ກໍມີສູນເບິ່ງແຍງຜູ້ຕິດຢາເສບຕິດ ອີກ 28 ແຫ່ງ ທີ່ຕັ້ງຢູ່ໃນໂຮງໝໍເມືອງຕ່າງໆ ພາຍໃນປະເທດ. ແຕ່ ໃນຣາຍງານນັ້ນ ບໍ່ໄດ້ເວົ້າເຖິງ ຈໍານວນຜູ້ເຂົ້າຮັບການບໍາບັດ-ປິ່ນປົວ.