ຈີນ ໃຊ້ແມ່ຍິງລາວ ເປັນນາຍໜ້າ
2017.08.21
ພວກຄ້າມະນຸດຈີນ ທີ່ເຄື່ອນໄຫວ ໃນແຂວງພາກເໜືອ ຂອງລາວ ຫັນມາໃຊ້ແມ່ຍິງລາວ ເປັນນາຍໜ້າ ຕົວະຍົວະ ຍິງສາວ ໄປຂາຍ ຢູ່ຈີນ ເຮັດໃຫ້ເຈົ້າໜ້າທີ່ ເລັ່ງແຈ້ງການ ໄປຍັງເມືອງຕ່າງໆ ໃນພາກເໜືອ ເພື່ອສະກັດກັ້ນ ບໍ່ໃຫ້ມີຜູ້ໃດ ຕົກເປັນເຫຍື່ອ ຂະບວນການຄ້າມະນຸດ ນັ້ນໄດ້ອີກ, ດັ່ງຄໍາເວົ້າ ຂອງຕໍາຣວດ ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ເມື່ອວັນທີ 17 ສິງຫານີ້.
"ນາຍໜ້ານະ ພວກຜູ້ຍິງ ນາຍໜ້າ ຫັ້ນນະນໍ໊ ຈະມາວ່າຕົວະ ຕົວະໄປຂາຍເນາະ ຂະເຈົ້າ ມີນາຍໜ້າຜູ້ຍິງແລ້ວ ພວກຜູ້ຍ່າຜູ້ຍິງນະ ເປົ້າໝາຍນີ້ ມັກໄປເຄື່ອນໄຫວ ທາງນໍ້າທານີ້ນະນໍ໊ ບໍ່ແກ້ວ ແລະໄປທາງ ອຸດົມໄຊ ໄປທາງຊາຍແດນຈີນເດ໊ ເພາະວ່າ ທາງຈີນນິ ຂະເຈົ້າມີເຄືອຂ່າຍ ຂະເຈົ້າ ມີເຄືອຂ່າຍ ຂະເຈົ້າມີນາຍໜ້າ ຜູ້ຍິງນະ."
ໃນລະຍະຜ່ານມາ ພວກຄ້າມະນຸດຈີນ ຈະໃຊ້ຜູ້ຊາຍຊົນເຜົ່າ ແລະ ລາວລຸ່ມ ມາຕົວະແມ່ຍິງ ໄປຂາຍຢູ່ຈີນ. ແຕ່ຫຼັງຈາກທີ່ທາງການ ອອກແຈ້ງການ ເຕືອນປະຊາຊົນ ໃນຫຼາຍພື້ນທີ່ ກ່ຽວກັບຮູບແບບ ການຕົວະຍົວະ ພວກຄ້າມະນຸດ ຈຶ່ງຫັນປ່ຽນມາໃຊ້ແມ່ຍິງລາວ ເປັນນາຍໜ້າ ເພື່ອມາຊອກຫາ ເດັກນ້ອຍແມ່ຍິງ ໄປຈີນ ເພື່ອໃຫ້ຄົນບໍ່ສົງໃສ.
ທ່ານບອກອີກວ່າ ປັດຈຸບັນຕໍາຣວດ ໄດ້ຂ່າວຈາກ ເຈົ້າໜ້າທີ່ ທ້ອງຖິ່ນວ່າ ເລີ່ມມີແມ່ຍິງລາວລຸ່ມ ມາເຄື່ອນໄຫວໃນຫຼາຍແຂວງທາງພາກເໜືອ ເພື່ອຊອກຫາຜູ້ສາວ ໄປເຮັດວຽກ ຢູ່ຈີນ ແລະ ໄປແຕ່ງດອງ ກັບຄົນຈີນແລ້ວ ແລະທາງຕໍາຣວດ ກໍຈັບນາຍໜ້າ ທີ່ເປັນແມ່ຍິງ ເຫຼົ່ານີ້ໄດ້ ຈໍານວນນຶ່ງ.
"ຂັ້ນເທິງ ແລະ ເຈົ້າໜ້າທີ່ ກໍມີແຜນ ຢູ່ເນາະ ແລ້ວກໍແຈ້ງການນໍ໊ ໃຫ້ແຕ່ລະກຸ່ມບ້ານນໍ໊ ຕັ້ງແຕ່ເມືອງ ແຕ່ລະແຂວງ ແລ້ວກໍມີ ການກວດກາ ເວນຍາມ ຢູ່ນໍ໊ ຢູ່ໃນແຂວງແທ້ ຜ່ານມາກໍມີ ເຈົ້າໜ້າທີ່ ກໍສະກັດຢູ່ແລ້ວ ຈັບຫັ້ນມີປະມານ 2-3 ລາຍ ນີ້ລະນໍ໊ ຜູ້ພວກແມ່ຍິງ ນາຍໜ້າ ນີ້ແຫລະນໍ ພົວພັນ ກັບຄົນໄປຂາຍ ຂະເຈົ້າ ຕົວະໄປນໍ໊ ແລ້ວກໍຈະແມ່ນ ໄປຄ້າແຮງງານ ຄ້າມະນຸດ ນີ້ແຫລະ."
ທ່ານກ່າວອີກວ່າ ຢາກໃຫ້ປະຊາຊົນ ຢ່າໄດ້ໄວ້ໃຈ ຄົນແປກໜ້າ ທັງຊາຍ ແລະ ຍິງ ບໍ່ວ່າຈະເປັນ ຄົນລາວ ຫລືວ່າ ຄົນຕ່າງປະເທດ ທີ່ເຂົ້າມາ ພົວພັນ ຊອກຄົນໄປເຮັດວຽກ ຢູ່ຕ່າງແຂວງ ຫຼື ຕ່າງປະເທດ ໃນລະຍະນີ້ ຍ້ອນວ່າ ອາດເປັນກຸ່ມ ພວກຄ້າມະນຸດ. ຄັນຢາກໄປແທ້ ກໍໃຫ້ ພົວພັນ ກັບອໍານາດ ການປົກຄອງບ້ານ ຫຼືເມືອງ ເພື່ອກວດສອບ ອີກເທື່ອນຶ່ງ. ສ່ວນແນວທາງ ປາບປາມ ພວກຄ້າມະນຸດ ກຸ່ມນີ້ ປັດຈຸບັນ ແຂວງທາງພາກເໜືອ ໄດ້ວາງແຜນ ດໍາເນີນການແລ້ວ.