ແມ່ຍິງລາວຫາທາງໜີຜົວ ກັບມາ ລາວ

ໄມຊູລີ
2018.01.31
f-vt ຄຸ້ມຕລາດຈີນເກົ່າ ໃນນະຄອນຫລວງວຽງຈັນ ທີ່ເຕັມໄປດ້ວຍຊາວຈີນ ທີ່ເຂົ້າມາແບບຖືກຕ້ອງ ແລະບໍ່ຖືກຕ້ອງ ຕາມກົດໝາຍ
RFA

ມີຂ່າວແຈ້ງມາວ່າ ປັຈຈຸບັນ, ມີເອື້ອຍກັບນ້ອງ ແມ່ຍິງລາວອາຍຸປະມານ 20 ປີ ຢູ່ແຂວງວຽງຈັນ ກໍາລັງຫາທາງກັບຄືນບ້ານ ຫລັງຈາກ ຜູ້ນຶ່ງຖືກຜົວຈີນ ທີ່ຫາກໍແຕ່ງດອງ ແລ້ວຍ້າຍໄປຢູ່ຈີນ ແລະ ທໍາຮ້າຍຮ່າງກາຍ ຈົນບາດເຈັບຢ່າງສາຫັດ, ດັ່ງເຈົ້າໜ້າທີ່ ນະຄອນຫລວງ ວຽງຈັນ ທ່ານນຶ່ງກ່າວໃນວັນທີ 31 ມົກຣາ ນີ້ວ່າ:

“ສອງນ້ອງເອື້ອຍໄປ ຜູ້ເອື້ອຍຫັ້ນບໍ່ຖືກທໍຣະມານປານໃດ ຜູ້ນ້ອງຫັ້ນຖືກຕີ ຖືພາ ສອງເດືອນ ຖືກຕີຈົນສລົບ ຈົນວ່າປາກແຕກຫມົດ ດຽວນີ້ນະ ເຂົາເຈົ້າລັກໜີ ມື້ວັນສຸກກ່ອນເນາະ ໄປຮອດສະຖານທຸດ ແຕ່ວ່າສະຖານທຸດ ຫັ້ນປິດດຽວນີ້ແມ່ຫັ້ນ ກໍມາແຈ້ງຢູ່ຕໍາຣວດ.”

ອິງຕາມຄໍາເວົ້າຂອງເຈົ້າໜ້າທີ່ ເອື້ອຍນ້ອງແມ່ຍິງສອງຄົນນີ້ ໄດ້ແຕ່ງດອງກັບຜູ້ຊາຍຄົນຈີນ 2 ຄົນ ຢ່າງຖຶກຕ້ອງໂດຍຄອບຄົວ ຝ່າຍຍິງ ຮັບຮູ້ ເມື່ອຫລາຍເດືອນຜ່ານມາ ໂດຍມີນາຍໜ້າຄົນລາວ ແລະ ນາຍໜ້າຄົນຈີນ ເປັນຜູ້ດໍາເນີນເຣື້ອງນີ້. ຫຼັງຈາກແຕ່ງດອງ, ຜູ້ຊາຍຈີນ ທັງສອງຮວມທັງ ຜູ້ເປັນນາຍໜ້າຄົນຈີນ ໄດ້ພາຄອບຄົວຝ່າຍຍິງ ແລະ ສອງເອື້ອຍນ້ອງທີ່ແຕ່ງດອງນັ້ນ ໄປປະເທດຈີນໄປເບິ່ງສະພາບ ເຮືອນຊານບ້ານຊ່ອງ ແລະຊີວິດການເປັນຢູ່ ຂອງເຂົາເຈົ້າຢູ່ຈີນ.

ແຕ່ມາຮອດ ກາງເດືອນມົກຣາ ຜ່ານມາ ນຶ່ງໃນແມ່ຍິງ ທີ່ແຕ່ງດອງໄດ້ ລັກໜີ ເຂົ້າຫາສະຖານທຸດລາວ ປະຈໍາປະເທດຈີນ ຫຼັງຈາກຖືກຜົວ ຄົນຈີນກັກຂັງ ແລະທຸບຕີຫລາຍເທື່ອ ແຕ່ປະກົດວ່າ ມື້ນັ້ນເປັນມື້ ສະຖານທຸດປິດຫ້ອງການ ນາງກໍເລີຍຖືກ ຜູ້ເປັນນາຍໜ້າຈີນ ແລະຜົວຈີນ ຫຸ້ມຕີຈົນສລົບ ຍ້ອນຈັບໄດ້ວ່າ ນາງພຍາຍາມຈະຫລົບຫນີ.

ກ່ຽວກັບເຣື້ອງນີ້ ຝ່າຍຄອບຄົວ ຂອງຜູ້ຍິງ ໄດ້ເຂົ້າແຈ້ງ ຄວາມ ຕໍ່ເຈົ້າໜ້າທີ່ຕໍາຣວດແລ້ວ ເມື່ອວັນສຸກຜ່ານມາ ແລະປັຈຈຸັນ ເຈົ້າໜ້າທີ່ ກໍາລັງຫາທາງຊ່ວຍ ໃຫ້ແມ່ຍິງສອງຄົນ ນັ້ນກັບປະເທດລາວ ຢ່າງປອດພັຍ ຈະດ້ວຍວິທີໃດນັ້ນ ເຈົ້າໜ້າທີ່ ຍັງບໍ່ສາມາດ ເປິດເຜີຍໄດ້.

ໃນຂນະດຽວກັນ ທາງການລາວ ພາກສ່ວນສະກັດກັ້ນ ການຄ້າມະນຸດ ໄດ້ອອກຄໍາສັ່ງ ໃຫ້ກວດກາ ບໍຣິເວນ ຊາຍແດນລາວ ແລະຕ່າງ ປະເທດຢ່າງເຂັ້ມງວດ ໂດຍສະເພາະ ການເຂົ້າອອກ ຂອງຄົນຕ່າງຊາດວ່າມີ ແມ່ຍິງລາວ ໄປນໍາບໍ ນອກນັ້ນຍັງໄດ້ ເຜີຍແຜ່ໂຄສະນາ ເຖິງພັຍຮ້າຍ ຂອງການຄ້າມະນຸດ ຜ່ານທາງວິທຍຸ, ຂ່າວສານ, ແລະເຮັດປ້າຍເຕືອນພັຍ ໃນທຸກເຂດຕົວເມືອງ ຮວມທັງ ເຂດຫ່າງໄກ ສອກຫລີກນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.