ແມ່ຍິງລາວຖືກຊື້ໄປ ແຕ່ງດອງ ກັບ ຄົນຈີນ

ມະນີຈັນ
2017.05.21
F-Borikhamxay ຊີວິດ ຂອງຊາວບ້ານ ໃນແຂວງ ບໍຣິຄໍາໄຊ
Wikipedia

ແມ່ຍິງລາວອາຍຸ 16 ຫາ 19 ປີ 3 ຄົນ ຢູ່ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຖືກນາຍໜ້າ ຊາວລາວ ຊື້ຕົວ ບອກວ່າ ເອົາໄປແຕ່ງດອງ ກັບ ຄົນຈີນ ຢູ່ປະເທດຈີນ, ເມື່ອຕົ້່ນເດືອນ ພຶສພາ 2017 ນີ້.

ຊາວບ້ານຫລາຍຄົນສົງໃສວ່າ ແມ່ຍິງທັງ 3 ຄົງຈະຕົກເປັນ ຜູ້ເຄາະຮ້າຍ ຍ້ອນພວກ ຄ້າມະນຸດ ຍ້ອນບໍ່ໄດ້ ປະຕິບັດ ຕາມປະເພນີ ແລະ ຝ່າຍເຈົ້າບ່າວ ກໍບໍ່ໄດ້ ມາຂໍນໍາ ໃຫ້ແຕ່ນາຍໜ້າ ຄົນລາວ ຈາກຕ່າງແຂວງ ມາສູ່ຂໍເອົາໄປ. ຕາມການເປີດເຜີຍ ຂອງຊາວລາວ ທີ່ບໍ່ປະສົງ ອອກຊື່ ຕໍ່ RFA ໃນມື້ວັນທີ 19 ພຶສພາ ນີ້:

"ກະເປັນຂ່າວທີ່ຮືຮາກັນຫລາຍເລີຍ ຢູ່ແຖວເມືອງນີ້ນະ ຄົນຈີນຫັ້ນນະ ມາຕົວະຍົວະ ຫລືວ່າຈັ່ງໃດ ນີ້ແຫລະ ກໍບໍ່ທັນຮູ້ ວ່າເຂົາຈະເອົາໄປ ຮ້າຍໄປດີ ຫຍັງຫັ້ນນະເຂົາກໍພາ ເມືອແລ້ວດຽວນີ້ຫັ້ນນະ ເມືອຕັ້ງແຕ່ ຣະຫວ່າງວັນທີ 10 ລົງໄປນີ້ແຫລະ ມາຈ່າຍເງິນ ເອົາຫັ້ນນະ ຜູ້ລະ 20 ປາຍລ້ານ ບໍ່ມີໃຜ ຮູ້ເລີຍວ່າ ເພິ່ນເຮັດວຽກຫຍັງ ຢູ່ໃສຫັ້ນນະ ມີແຕ່ວ່າສິໄປ ເປັນເມັຽ ຄົນຈີນວ່າຊັ້ນ ຂະເຈົ້າມາຕົວະ ຫັ້ນນະ ແລ້ວກໍ ບໍ່ມີໃຜ ເຫັນໜ້າຂະເຈົ້າ ມີແຕ່ມາທາງນາຍໜ້າ ຫັ້ນແຫລະ ມາແຕ່ທາງ ຊຽງຂວາງ ພຸ້ນແຫລະ ມາເອົາ ກາງຄືນ".

ທ່ານເວົ້າວ່າແມ່ຍິງລາວ ທັງ 3 ຄົນ ຊຶ່ງຕອນນີ້ບໍ່ຮູ້ຊະຕາກັມ ເປັນແນວໃດນັ້ນ 2 ຄົນ ເປັນຄົນບ້ານ ສີສວາດ ແລະ ອີກຜູ້ນຶ່ງ ເປັນຄົນບ້ານ ໂພນທອງ. ທັງ 3 ຍັງຮຽນຢູ່ຊັ້ນ ມັທຍົມປີທີ 4 ແລະ 5.

ການແຕ່ງດອງຄັ້ງນີ້ ນາຍໜ້າຄົນລາວ ຊຶ່ງອ້າງວ່າເດີນທາງ ມາຈາກແຂວງ ຊຽງຂວາງ ເວົ້ານໍາຄອບຄົວ ຝ່າຍຍິງ ວ່າມີຄົນຈີນ ໃຫ້ມາສູ່ຂໍ ແຕ່ງດອງ ເພື່ອພາໄປ ເປັນເມັຽ ຄົນຈີນ ຢູ່ຈີນ ໂດຍໃຫ້ຄ່າດອງ ຄົນລະ 20 ປາຍລ້ານກີບ.

ເມື່ອທາງຄອບຄົວ ເຫັນດີນໍາ ນາຍໜ້າກໍມາຮັບ ຕົວແມ່ຍິງ ທັງ 3 ຄົນໄປໃນຕອນຄໍ່າ ຊຶ່ງເຮັດໃຫ້ ຊາວບ້ານ ຕ່າງກໍສົງໃສ ວ່າໜ້າຈະເປັນ ການຕົວະຍົວະ

"ຄືສິມີຄວາມສ່ຽງຫລາຍ ແລະເປັນໄປໄດ້ ຫລາຍທີ່ສຸດແຫລະ ສັງເກດເບິ່ງຫລາຍໆ ຂໍ້ສັງເກດ ນີ້ເປັນຫຍັງ ຕ້ອງວ່າຈັ່ງຊັ້ນ ຄັນວ່າມາເອົາ ແບບຖືກ ກົດໝາຍ ກໍຕ້ອງມາຂໍ ຢູ່ບ້ານ ຢູ່ເຮືອນ ຕາມປະເພນີ ກົດໝາຍ ຂອງລາວ ຫັ້ນເນາະ ອັນນີ້ແບບເລັ່ງລັດ ຕັດຕອນ ແບບມາ ແບບຟ້າວໆ ຈັ່ງຊີ້ນະ ແລ້ວມາເອົາ ກໍມາເອົາ ແບບຟ້າວໆ ກໍບໍ່ເຄີຍເຫັນ ຈັກເທື່ອ ທີ່ວ່າເປັນ ແບບນີ້ ຫັ້ນນະ".

ກ່ຽວກັບເຣື່ອງນີ້ RFA ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ພາກສ່ວນ ປ້ອງກັນ ການຄ້າມະນຸດ ໄດ້ຮັບຄໍາຕອບວ່າ ໄດ້ຊາບເຣື່ອງແລ້ວ ສ່ວນວ່າຈະ ດໍາເນີນການ ແນວໃດນັ້ນ ກໍຕ້ອງຄອຍຖ້າ ຕໍ່ໄປ.

ໃນຣະຍະຜ່ານມາ ຢູ່ສປປລາວ ເກືອບທຸກແຂວງ ມັກມີຄົນຈີນ ເຂົ້າມາຕົວະຍົວະ ແມ່ຍິງລາວ ຊຶ່ງສ່ວນໃຫຍ່ ແມ່ນຈາກຄອບຄົວ ທຸກຍາກ ໄປປະເທດຈີນ ນໍາ. ເມື່ອໄປແລ້ວ ກໍບັງຄັບ ໃຫ້ຂາຍ ບໍຣິການ ຕາມຊ່ອງ ຫລືບັງຄັບໃຊ້ ແຮງງານ ໜັກໜ່ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.