ແມ່ຍິງລາວ, ເຫຍື່ອຄ້າມະນຸດ 80 ຄົນ ຖືກຊ່ອຍເຫຼືອ
2021.12.07
ປີ 2021 ນີ້, ຄະນະກັມມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກ, ກະຊວງປ້ອງກັນຄວາມສງົບ ໄດ້ໃຫ້ການຊ່ອຍເຫຼືອແມ່ຍິງລາວ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ລວມທັງໝົດ 80 ຄົນ. ໃນນີ້, ຜູ້ຖືກເຄາະຮ້າຍ ທີ່ອາຍຸຕ່ຳກວ່າ 18 ປີ ມີ 59 ຄົນ, ເຊິ່ງສ່ວນໃຫຍ່ ເປັນແມ່ຍິງລາວ ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຢູ່ຕ່າງປະເທດ ເປັນຕົ້ນ ປະເທດຈີນ, ໄທຍ ແລະ ມາເລເຊັຽ. ເຈົ້າໜ້າທີ່ ຄະນະກັມມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກ, ກົມໃຫຍ່ຕຳຣວດ, ກະຊວງປ້ອງກັນຄວາມສງົບ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 7 ທັນວາ ນີ້ວ່າ:
“ເທົ່າທີ່ຮູ້ມານີ້, ກະຊິມີແຕ່ລາວນີ້. ແມ່ນການຄ້າມະນຸດຫັ້ນແຫຼະ ເພາະວ່າ ເຈົ້າໜ້າທີ່ລົງ, ຫັ້ນນ່າ. ມັນກໍມີ ທີ່ສາມາດເອົາຄົນລາວ ມາແຕ່ລະປີຫັ້ນເດ.”
ລັກສະນະ ການຕົກເປັນເຫຍື່ອ ຂອງຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດ ຂອງແມ່ຍິງລາວ ແມ່ນຈະເປັນລັກສະນະການແຕ່ງດອງ ແບບແອບແຝງ ແລ້ວເປັນຜົລກະທົບຕໍ່ເນື່ອງ ໄປເປັນການໃຊ້ຄວາມຮຸນແຮງ ທັງທາງດ້ານຮ່າງກາຍ, ເພດ, ຈິຕໃຈ ແລະ ເສຖກິຈ ພາຍຫຼັງພວກເຂົາເຈົ້າ ຢູ່ຕ່າງປະເທດແລ້ວ ເປັນຕົ້ນ ມີຄົນຈີນ ຕວົະແຕ່ງດອງ ກັບແມ່ຍິງລາວ ເພື່ອໃຫ້ເປັນເມັຽ ສ້າງຄອບຄົວ ມີລູກນຳກັນ, ແຕ່ພໍໄປຮອດປະເທດຈີນ ແມ່ຍິງລາວ ພັດຖືກຜົວຈີນ ບັງຄັບໃຫ້ອອກແຮງງານ ຫຼືຄ້າປະເວນີ ໂດຍບໍ່ໄດ້ຄ່າແຮງງານຈັກຢວນ. ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ກ່າວວ່າ:
“ຕາມທີ່ເຂົາເຈົ້າມາເຮັດເອກະສານ ແຕ່ງງານຢູ່ລາວເຮົາຫັ້ນວ່າ ໄປແຕ່ງງານ ໄປແບບສ້າງຄອບຄົວ ເອົາໄປພຸ້ນ ແບບບັງຄັບໃຫ້ໃຊ້ແຮງງານ ຫຼືວ່າຂາຍປະເວນີ ກະມີ. ມັນກໍເປັນຜົລກະທົບ ເກາະເນື່ອງກັນໄປຫັ້ນແຫຼະເນາະ ເພາະວ່າ ຫຼັງຈາກແຕ່ງງານ ເຮົາກໍຄິດວ່າ ຜູ້ຍິງເຮົາ ຕ້ອງແມ່ນໄປໃຊ້ຊີວິດ ແບບເປັນຜົວເມັຽເນາະ, ແຕ່ວ່າ ໄປຮອດພຸ້ນແລ້ວ ບາງຮູບແບບ ກໍແມ່ນແບບວ່າ ເອົາໄປໃນລັກສະນະ ແບບໃຊ້ໜີ້ແທນ ໄປເຮັດວຽກໃຫ້ຜູ້ອື່ນ ຊີ້ເນາະ. ເຂົາເຈົ້າຈະເອົາຄ່າແຮງງານ ມາໃຫ້ຜູ້ທີ່ເປັນຜົວເນາະ.”
ສ່ວນຂັ້ນຕອນ ການຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນຜູ້ຖືກເຄາະຮ້າຍ ດັ່ງກ່າວນັ້ນ, ຈຳນວນນຶ່ງ ກໍໄດ້ແລ່ນມາຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ຕຳຣວດ ຢູ່ຕ່າງປະເທດ ດ້ວຍໂຕເອງ ແລ້ວຖືກສົ່ງໂຕກັບມາປະເທດລາວ ເພື່ອສືບສວນ-ສອບສວນ ຫາຂະບວນການຄ້າມະນຸດ ຕໍ່ໄປ. ທັງນີ້, ແມ່ຍິງລາວ ຈະບໍ່ໄດ້ຕິດຄຸກ ຫຼືຖືກປັບໃໝ ແຕ່ຢ່າງໃດ ເນື່ອງຈາກພວກເຂົາເຈົ້າ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດ.
ສ່ວນການດຳເນີນຄະດີ ກັບຜູ້ທີ່ກະທຳຜິດ ທີ່ຕວົະຍວົະແມ່ຍິງລາວ ໄປຄ້າມະນຸດນັ້ນ, ແມ່ນໄດ້ມີການດຳເນີນຄະດີ ທັງກັບຄົນລາວ ແລະ ຄົນຕ່າງປະເທດ, ໂດຍອີງຕາມກົດໝາຍ ແລ້ວແຕ່ກໍຣະນີນັ້ນໆໄປ. ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ທຸກກໍຣະນີ ທີ່ວ່າມີການກະທຳຜິດ, ໂດຍເຮັດໃຫ້ຜູ້ອື່ນ ມີຄວາມເສັຽຫາຍ ເຮົາກໍຕ້ອງໄດ້ອີງຕາມກົດໝາຍ ໃນກໍຣະນີນັ້ນຫັ້ນແຫຼະເນາະ. ມີພາຍໃນ ແລະ ກໍພາຍນອກ, ປະເທດໃດ ກໍຄືກັນໝົດຫັ້ນແຫຼະ.”
ພາຍຫຼັງ ທີ່ເຈົ້າໜ້າທີ່ຕຳຣວດ ຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນຜູ້ຖືກເຄາະຮ້າຍດັ່ງກ່າວ ໄດ້ແລ້ວນັ້ນ, ກໍຈະສົ່ງໂຕແມ່ຍິງລາວ ຈຳນວນນັ້ນ ໄປຢູ່ສູນຮອງຮັບ ຜູ້ຖືກເຄາະຮ້າຍ ໃນແຂວງຕ່າງໆ ເພື່ອຟື້ນຟູສະພາບຈິຕໃຈ ແລະ ສືບສວນ-ສອບສວນ ເຖິງຂະບວນການຄ້າມະນຸດ ກ່ອນທີ່ຈະສົ່ງກັບທ້ອງຖິ່ນ ຂອງໃຜຂອງລາວ, ໂດຍໃຊ້ໄລຍະເວລາ ໃນການຢູ່ສູນຮອງຮັບ ຜູ້ຖືກເຄາະຮ້າຍ ສເລັ່ຽ 7-14 ມື້ ຫຼືຂຶ້ນຢູ່ກັບ ການສືບສວນ-ສອບສວນ ຂອງແຕ່ລະຄົນ.
ຫຼັງຈາກທີ່ແມ່ຍິງເຄາະຮ້າຍ ກັບມາຮອດເຮືອນໂຕເອງແລ້ວ ກໍຈະມີເຈົ້າໜ້າທີ່ ຫ້ອງການແມ່ຍິງ ຂອງແຕ່ລະເມືອງ ທີ່ແມ່ຍິງຄົນນັ້ນ ເປັນພົລເມືອງອາສັຍຢູ່ ຕິດຕາມຄວາມເປັນຢູ່ ແລະ ການໃຊ້ຊີວິດ ເພື່ອປ້ອງກັນ ການຫວນກັບຄືນ ເຂົ້າສູ່ຂະບວນການ ຄ້າມະນຸດຕື່ມ. ເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ແຂວງຫຼວງນ້ຳທາ ກ່າວວ່າ:
“ອັນລົງຕິດຕາມ ຊຸກຍູ້ ແມ່ນພວກເອື້ອຍໄປເບິ່ງຄືເກົ່າ. ເຂົາເຈົ້າກັບໄປ ກໍມີແຕ່ເຮັດໄຮ່ ເຮັດສວນ ຫັ້ນແຫຼະເນາະ. ຢູ່ຕາມທ້ອງຖິ່ນຫັ້ນແຫຼະ ແລະ ບາງນ້ອງ ກໍໄປແຕ່ງຢູ່ຄົວກິນເນາະ ໄປຮັບຈ້າງ ກັມມະກອນບໍ່, ແນວນັ້ນຫັ້ນ.”
ສາເຫດທີ່ສຳຄັນ ທີ່ເຮັດໃຫ້ແມ່ຍິງລາວ ຍັງຕົກເປັນຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດ ກໍຍ້ອນວ່າ ຄວາມທຸກຍາກ ທີ່ເຮັດໃຫ້ຄອບຄົວເຂົາເຈົ້າ ບໍ່ມີເງິນ-ຄຳ ສົ່ງເຂົາເຈົ້າຮຽນໜັງສື ໃຫ້ສູງ, ບໍ່ມີເຮືອນດີໆ ໄວ້ຢູ່ອາສັຍ ຈຶ່ງເຮັດໃຫ້ແມ່ຍິງ ແລະ ຄອບຄົວ ຖືກຕວົະຍວົະ ຈາກຂະບວນການ ຄ້າມະນຸດໄດ້ງ່າຍ. ເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ, ເມືອງແປກ ແຂວງຊຽງຂວາງ ກ່າວວ່າ:
“ບໍ່ມີເງິນມີຄຳ ເຮືອນຢູ່ກໍແບບວ່າ ບໍ່ມີເຮືອນຢູ່ ທີ່ວ່າໝັ້ນຄົງຖາວອນ ເປັນຕູບເປັນຫຍັງຢູ່, ຫາເຊົ້າກິນຄ່ຳ. ລູກບໍ່ໄດ້ຮຽນໜັງສື ຮຽນໄປໜ້ອຍນຶ່ງ ກໍໄດ້ອອກໂຮງຮຽນ ເພາະວ່າ ພໍ່ແມ່ບໍ່ມີເງິນສົ່ງເສັຽການນຮຽນ, ຫັ້ນນ່າ. ເມື່ອລູກມາຢູ່ເຮືອນນີ້ ມີຄົນມາຂໍແຕ່ງງານ ກໍວ່າ ຊິເອົາໄປເປັນເມັຽ ແນວນັ້ນແນວນີ້ ກໍບໍ່ຮູ້ເນາະ ແລ້ວເຂົາໃຫ້ຄ່າດອງ ເທົ່ານັ້ນເທົ່ານີ້ ກະດີໃຈ ວ່າໄດ້ຄ່າດອງສູງ ແບບນີ້ນ່າ.”
ຍານາງກ່າວຕື່ມວ່າ ຫາກທາງການລາວ ມີນະໂຍບາຍ ຫຼືໂຄງການເຂົ້າມາຊ່ອຍເຫຼືອ ຄອບຄົວຊົນເຜົ່າທີ່ທຸກຍາກ ໃນເຂດຫ່າງໄກ ໄດ້ເຂົ້າເຖິງຄວາມຮູ້ ກໍຈະຊ່ອຍໃຫ້ບັນຫາແມ່ຍິງລາວ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ ຫຼຸດຜ່ອນລົງ ເປັນຕົ້ນ ໂຄງການໃຫ້ເງິນຊ່ອຍເຫຼືອລ້າ, ໂຄງການທຶນກູ້ຢືມເງິນ ດອກເບັ້ຽຕ່ຳ, ໂຄງການສົ່ງເສີມ ໃຫ້ແມ່ຍິງຊົນເຜົ່າ ທີ່ທຸກຍາກ ສຳເຣັດການສຶກສາ ລະດັບຊັ້ນມັຖຍົມ ພາກບັງຄັບ, ໂຄງການໂຄສະນາ ໃຫ້ຄວາມຮູ້ ກ່ຽວກັບຮູບແບບກົດໝາຍ ແລະ ຜົລຮ້າຍ ຂອງການຄ້າມະນຸດ ແລະ ໂຄງການສ້າງວຽກເຮັດງານທຳ ໃຫ້ພວກເຂົາເຈົ້າ ກໍຈະເຮັດໃຫ້ເຂົາເຈົ້າ ມີຄວາມຮູ້, ມີທຶນ ທີ່ຈະສ້າງຄອບຄົວ ບໍ່ຍອມຍົກລູກສາວ ໃຫ້ຄົນຕ່າງປະເທດ ໄປບັງຄັບ ໃຫ້ຄ້າປະເວນີ ຢູ່ຕ່າງປະເທດ ແບບບໍ່ຖືກກົດໝາຍ.