ໄຂ້ມາລາເຣັຽຢູ່ແຂວງຊຽງຂວາງ
2013.08.09

ເຈົ້າໜ້າທີ່ສາທາຣະນະສຸຂແຂວງຊຽງຂວາງ ເປີດເຜີຽວ່າໄດ້ກວດເຫັນວ່າມີຄົນເປັນໄຂ້ມາລາເຣັຽເຖິງ 30 ກ່ວາຄົນແລ້ວ ຢູ່ເມືອງທ່າໂທມ ຫລັງຈາກລົງໄປ ກວດຫາຄົນເປັນ ໄຂ້ເລືອດອອກ ໃນ 2 ບ້ານ, ແຕ່ວ່າຜູ້ເປັນ ໄຂ້ເລືອດອອກ ນີ້ ມີນ້ອຍກວ່າ ແຂວງອື່ນໆ ດັ່ງທ່ານໄດ້ກ່າວ:
"ກອງລະບາດ ຂອງ ສາທາແຂວງ ເຂົາເກັບກໍາຫັ້ນ ຜູ້ປ່ວຍ ໄຂ້ເລືອກອອກ ມີ 34 ກໍຣະນີ ແລ້ວກໍຕາຍ 1 ຄົນ ແຕ່ເປັນຄົນເຈັບ ນໍາເຂົ້າ ບໍ່ແມ່ນຄົນເຈັບ ຢູ່ ແຂວງພວກເຮົາ. ໂຕໄຂ້ຍຸງ ມາລາເຣັຽ ນີ້ 30 ປາຍຫົວ ເມືອງທ່າໂທມຫັ້ນ ເພາະວ່າ
ພວກເຮົາໄດ້ລົງ 2 ບ້ານ".
ຍານາງກ່າວວ່າ ການລົງໄປກວດ ເລືອດ ຂອງປະຊາຊົນ ເພື່ອຊອກຫາເຊື້ອ ໄຂ້ເລືອດອອກ ໃນລະຍະຜ່ານມາ ຢູ່ແຂວງຊຽງຂວາງ ຖືວ່າມີ ຫນ້ອຍຫລາຍ ເມື່ອທຽບກັບ ແຂວງອື່ນໆ, ແຕ່ວ່າ ໃນເວລາໄປກວດເລືອດ ປະຊາຊົນ 1500 ຄົນ ໃນເມືອງທ່າໂທມ ພັດພົບເຫັນຄົນ ເປັນໄຂ້ມາລາເຣັຽ 30 ກ່ວາຄົນ.
ທາງການແພດວ່າ ອາການເປັນໄຂ້ມາລາເຣັຽ ທໍາອິດຄ້າຍຄືກັບເປັນຫວັດ ຖືຄີງໄຂ້ປວດຫົວປວດຕາມຕົນໂຕ ປຸ້ນທ້ອງ ແລະ ຢາກຮາກ ໄຂ້ສູງໜາວສັ້ນ. ຖ້າຫາກວ່າ ປິ່ນປົວບໍ່ທັນ ກໍເຖິງແກ່ ຄວາມຕາຍໄດ້.