ທາງການກວດສອບ ຄລິນິຄຂອງຈີນ
2013.07.24

ກະຊວງ ສາທາຣະນະສຸຂ ຕັກເຕືອນ ຄລີນິກ ຂອງຈີນ ຢູ່ ແຂວງຊຽງຂວາງ ຫ້າມເຮັດ ແທ້ງລູກ ຫຼື ເອົາລູກອອກ.
ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງຊຽງຂວາງ ກ່າວ ໃນວັນທີ່ 24 ກໍຣະກະດາ ນີ້ວ່າ ເມື່ອອາທິດ ທີ່ແລ້ວ ເຈົ້າໜ້າທີ່ ຈາກ ກະຊວງ ສາທາຣະນະສຸຂ ໄດ້ໄປ ຕັກເຕືອນ ຄລີນິກຈີນ 2 ແຫ່ງ ຢູ່ເມືອງແປກ ແຂວງຊຽງຂວາງ ພ້ອມທັງ ອະທິບາຍ ຣະບຽບ ກົດໝາຍ ຕ່າງໆ ຢ່າງລະອຽດ ຫລັງຈາກ ມີ ບາງພາກສ່ວນ ຮ້ອງຮຽນ ໄປວ່າ ຄລີນິກ ທີ່ວ່ານີ້ ລັກ ເອົາລູກອອກ ໃຫ້ແມ່ຍິງ ທີ່ ບໍ່ຢາກມີລູກ. ແຕ່ວ່າ ເມື່ອລົງມາ ກວດເບິ່ງແລ້ວ ບໍ່ພົບ ຫລັກຖານ ຫຍັງ ຈຶ່ງບໍ່ສາມາດ ເອົາຜິດ ໄດ້, ດັ່ງເຈົ້າໜ້າທີ່ ໄດ້ກ່າວ:
"ເພິ່ນມາກວດກາ ເພິ່ນກໍມາ ໃຫ້ຄໍາແນະນໍາ ເຣື້ອງ ຣະບຽບ ກົດໝາຍ ຕ່າງໆ ໃຫ້ບັນດາ ຜູ້ປະກອບ ວິຊາຊີບ ຮູ້ແລ້ວເນາະ ຄັນຮູ້ແລ້ວ ກໍໃຫ້ໄປ ປະຕິບັດ ຕາມຣະບຽບ ກົດໝາຍ ເນາະ ເບິ່ງເຣື້ອງ ການເຄື່ອນໄຫວ ຄລີນິກ ຕ່າງໆ ຢູ່ໃນ ແຂວງ ຊຽງຂວາງ ພວກເຮົ າກ່າຕິດຕາມ ເປັນປະຈໍາ".
ກ່ຽວກັບ ເຣື້ອງ ທີ່ກ່າວອ້າງ ມານັ້ນ ເຈົ້າຂອງ ຄລີນິກ ບອກເຈົ້າໜ້າທີ່ ວ່າ ບໍ່ແມ່ນຄວາມຈິງ, ມັນເປັນເຣື້ອງ ທີ່ ຄົນບາງຄົນ ແຕ່ງຂຶ້ນມາ ໃສ່ຮ້າຍ ປ້າຍສີ ຄລີນິກ ເພື່ອຢາກໃຫ້ ກິຈການ ປິດລົງ. ເຈົ້າໜ້າທີ່ ວ່າ ພວກຕົນ ໄດ້ຕິດຕາມ ການ ເຄື່ອນໄຫວ ຂອງຄລີນິກ ຢູ່ເປັນປະຈໍາ. ເຈົ້າໜ້າທີ່ ອະທິບາຍ ກ່ຽວກັບ ຄວາມຜິດ ຂອງການ ເອົາລູກອອກ ໃຫ້ແມ່ຍິງ ນັ້ນວ່າ- ຫາກພົບ ຫລັກຖານ ຂອງກາງ ກໍຈະສັ່ງໃຫ້ ປິດກິຈການ ຄລີນິກ ທັນທີ ແລະ ຈະນໍາໂຕ ຜູ້ກະທໍາຜິດ ໄປດໍາເນີນ ຄະດີ ຕາມກົດໝາຍ.
ສໍາລັບ ແມ່ຍິງ ທີ່ ເອົາລູກອອກ ນັ້ນ ກໍຈະຖືວ່າ ມີຄວາມຜິດ ເຊັ່ນກັນ. ນອກຈາກນີ້ ແລ້ວ ຍັງມີຂ່າວ ວ່າ ຜ່ານມາ ປະຊາຊົນ ໃນແຂວງ ຊຽງຂວາງ ທີ່ໄປປິ່ນປົວ ຢູ່ໃນຄລີນິກ ຈີນນີ້ ຈົ່ມວ່າ ພະນັກງານ ປິ່ນປົວ ຂອງຄລີນິກ ບໍ່ເອົາໃຈໄສ່ ຄົນເຈັບ ປານໃດ.