ຂ.ໄຊຍະບູຣີກໍາລັງ ຕ້ານເຊື້ອໄຂ້ເລືອດອອກ

ທາງການລາວ ຂໍຄວາມຮ່ວມມື ຈາກປະຊາຊົນ ໃຫ້ພາກັນ ທໍາລາຍບ່ອນ ທີ່ຍຸງລາຍ ຈະອອກໄຂ່ໄດ້
ທາງການລາວ ຂໍຄວາມຮ່ວມມື ຈາກປະຊາຊົນ ໃຫ້ພາກັນ ທໍາລາຍບ່ອນ ທີ່ຍຸງລາຍ ຈະອອກໄຂ່ໄດ້ (RFA)

0:00 / 0:00

ແຂວງ ໄຊຍະບູຣີ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ ເກືອບ 1 ພັນ ຄົນ ແຕ່ຂາດເຂີນ ຢາ ແລະ ອຸປກອນ ຊ່ອຍເຫຼືອ ຄົນປ່ວຍ.

ເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ແຂວງ ໄຊຍະບູຣີ ເປີດເຜີຍວ່າ ມີຜູ້ຕິດ ເຊື້ອ ໄຂ້ເລືອດອອກ ຈໍານວນຫລາຍ ຈົນ ເຈົ້າໜ້າທີ່ ແພດ-ໝໍ ທີ່ ຈະຊ່ວຍ ປີ່ນປົວ ຊຶ່ງ ປົກກະຕິ ກໍຂາດເຂີນ ຢູ່ແລ້ວນັ້ນ ຍິ່ງບໍ່ພຽງພໍ ເພີ້ມຂຶ້ນ. ສ່ວນອຸປກອນ ເພື່ອປີ່ນປົວ ແລະ ປ້ອງກັນນັ້ນ ກໍບໍ່ພຽງພໍ ຂະນະທີ່ ມີຜູ້ປ່ວຍ ແລ້ວ 967 ຄົນ ແລະ ເສັຽຊີວິດ 1 ຄົນ. ທ່ານກ່າວ ຕອນນຶ່ງວ່າ:

"ຄວາມຈິງແລ້ວ ຖ້າຢາກໃຫ້ມັນ 100 ເປີເຊັນ ແລ້ວ ຜ່ານມາ ເຣື່ອງ ເຄື່ອງຈັກ ຂອງມັນ ແພງຢູ່ແລ້ວ ຜ່ານມາ ເຣື່ອງເຄື່ອງຈັກ ຂອງມັນ ເພຢູ່ແລ້ວ ມັນມີແຕ່ 3 ໜ່ວຍ ເອງເນີ ແລ້ວກໍເພອີກ ມັນຕ້ອງໄດ້ ເມືອງລະເຄື່ອງ ຢ່າງຂີ້ຮ້າຍ ຫັ້ນນະ ຕົວທີ່ ບໍ່ພຽງພໍ ເຂົາເອີ້ນວ່າ ຊາຍອະເບດ ເອົາໄປຂ້າ ຕົວ ອ່ອນ ມີ 2 ຖັງ ຊື່ໆ 50 ກິໂລ ຄັນພຽງພໍ ມັນກໍຕ້ອງ ຢ່າງຂີ້ຮ້າຍ ມັນກໍຕ້ອງ 50 ຖັງ ພຸ້ນລະ".

ບ້ານທີ່ມີ ຜູ້ເປັນ ໄຂ້ເລືອດອອກ ມີ136 ບ້ານ ໃນ 9 ເມືອງ, ເມືອງ ທີ່ຣະບາດ ໜັກກວ່າໝູ່ ກໍແມ່ນເມືອງ ແກ່ນທ້າວ ແລະ ເມືອງບໍ່ແຕນ. ປັຈຈຸບັນ ມີຈັກພົ່ນ ຢາຂ້າຍຸງ ພຽງ 3 ໜ່ວຍ ແຕ່ກໍຢູ່ໃນ ສະພາບ ເປ່ເພ ບໍ່ສາມາດ ໃຊ້ງານໄດ້ ປົກກະຕິ ດັ່ງນັ້ນ ຈຶ່ງວ່າ ວຽກປ້ອງກັນ ແກ້ໄຂ ບັນຫາ ໄຂ້ເລືອດອອກ ຂອງແຂວງ ໄຊຍະບູຣີ ມີອຸປສັກ ຫລາຍ.

ທ່ານກ່າວ ຕື່ມວ່າ ທາງແຂວງ ໄຊຍະບູຣີ ແມ່ນ ພຍາຍາມ ແກ້ໄຂບັນຫາ ນີ້ ດ້ວຍຕົນເອງ ໂດຍອາສັຍ ການ ປະຊາສັມພັນ ເຣື່ອງວິທີ ປ້ອງກັນ ພຍາດ ໄຂ້ເລືອດອອກ ໄຊ້ຣົດ ເຄື່ອນທີ່ ຕິດເຄື່ອງ ຂຍາຍສຽງ ໄປຕາມບ້ານ ເພື່ອໃຫ້ ຊາວບ້ານ ຮູ້ຈັກ ປ້ອງກັນຕົວ. ພ້ອມດຽວກັນ ກໍຮຽກຮ້ອງ ໃຫ້ຮ່ວມກັນ ທໍາລາຍ ແຫລ່ງເພາະພັນ ຍຸງລາຍ ບໍ່ໃຫ້ມີ ບ່ອນຂັງນໍ້າ ເປັນກະໂປ້ະ ກະປອງ ຖ້ວຍແຕກ ໝໍ້ແຕກ ກົງຣົດເກົ່າ ກໍບໍ່ໃຫ້ມີ ນໍ້າຂັງຢູ່.