ງົບປະມານສົ່ງເສີມແມ່ຍິງ ເດັກນ້ອຍ ຂ.ອັດຕະປື
2017.10.16
ແມ່ຍິງແລະເດັກນ້ອຍ ຢູ່ແຂວງອັດຕະປື ໂດຍສະເພາະ ໃນເຂດຫ່າງໄກສອກຫລີກ ຍັງບໍ່ໄດ້ຮັບຄວາມຮູ້ ແລະການອົບຮົມ ກ່ຽວກັບການປົກ ປ້ອງພຍາດຕ່າງໆ ທີ່ຈະເກີດຂຶ້ນກັບ ພວກຂະເຈົ້າ ຢ່າງທົ່ວເຖິງຍ້ອນວ່າ ສະຫະພັນແມ່ຍິງລາວ ຂາດງົບປະມານ ບໍ່ສາມາດປະກອບສ່ວນ ໄດ້. ດັ່ງເຈົ້າຫນ້າທີ່ ສະຫະພັນ ແມ່ຍິງລາວ ຈາກແຂວງອັດຕະປື ກ່າວໃນມື້ວັນທີ 13 ຕຸລາ ນີ້ວ່າ:
"ກໍຢາກໄດ້ນັ້ນແຫລະຕົວນີ້ ພວກເຮົາ ກໍຂາດເຂີນຫັ້ນແຫລະ ເພາະວຽກປັບປຸງ ສະຫະພັນແມ່ຍິງ ໃນຂັ້ນບ້ານ ຍັງຈຳກັດ ກໍຍ້ອນງົບປະມານ ໃນປັດຈຸບັນ ກໍຮູ້ດີແຫລະ ມີຫນ້ອຍ ກໍບໍ່ມີໂອກາດ ໄດ້ລົງໄປເຊຶ່ອມຊືມ ຂັ້ນບ້ານ ໂດຍສະເພາະ ເຂດບ້ານຫ່າງໄກ ສອກຫລີກ ກໍແຮ່ງຮ້າຍ ທາງສູນກາງຫັ້ນ ຫນ້າມາປຸກຣະດົມ ໂຄສະນາບໍ ເວົ້າເຣື້ອງການປົກປ້ອງແມ່ຍິງ ແລະເດັກນ້ອຍນີ້ແຫຼະ ທາງສຸຂພາບ ທາງອິຫຍັງທຸກຢ່າງ ຫັ້ນແຫລະ".
ຍານາງກ່າວຕື່ມວ່າ ຖ້າທາງເຈົ້າຫນ້າທີ່ ຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະສູນກາງຂັ້ນເທິງ ມີງົບປະມານ ກໍຢາກໃຫ້ລົງມາຊ່ອຍ ໂຄສະນາ ເປັນຕົ້ນ ວິທີປ້ອງກັນ ພຍາດການຖືພາມານ ແລະ ການປ້ອງກັນ ໂຣຄເອດ ໃຫ້ກັບຊາວຫນຸ່ມຍິງສາວ ອາຍຸ ຣະຫວ່າງ 15-19 ປີ ຫລືໃນ ວັຍຄະນອງ ເພື່ອຫລຸດຜ່ອນ ບັນຫາການຕິດໂຣຄເອດ ແລະ ການຖືພາ ໃນຍາມອາຍຸນ້ອຍ.
ໃນປັດຈຸບັນ ບັນດາຊາຍຫນຸ່ມຍິງສາວ ໃນວັຍຄະນອງ ທີ່ ແຂວງອັດຕະປື ໂດຍສະເພາະ ໃນເຂດຫ່າງໄກສອກຫລີກ ຍັງຂາດການປົກປ້ອງ ເຊື້ອໂຣຄຕິດຕໍ່ ປະເພດຕ່າງໆ ຫລາຍຢູ່ ໂດຍສະເພາະ ໂຣຄເອດ ໃນຂນະທີ່ ສູນປີ່ນປົວ ປະຈຳເມືອງແລະແຂວງ ຍັງຂາດງົປມານ.