ອັນຕະລາຍທີ່ອອກລູກ ຢູ່ເຮືອນ
2014.04.21

ນັບແຕ່ເດືອນ ຕຸລາ ປີກາຍ ຮອດເດືອນ ເມສາ ປີນີ້ ຢູ່ແຂວງ ອຸດົມໄຊ ແມ່ຍິງ ທີ່ອອກລູກ ໃນ ບ້ານເຮືອນ ຂອງຕົນ ເສັຍຊີວິດ ໄປແລ້ວ 3 ຄົນ ຍ້ອນເສັຍ ເລືອດ ຫລາຍ ໃນ ເວລາ ຄອດລູກ ແລະ ເກີດພຍາດ ແຊກຊ້ອນ ຕາມມາ. ສາເຫດ ສໍາຄັນ ຂອງ ການບໍ່ມາ ອອກລູກ ຢູ່ ໂຮງໝໍ ແມ່ນຍ້ອນ ການ ເດີນທາງ ລໍາບາກ. ດັ່ງ ເຈົ້າໜ້າທີ່ ຜແນກ ສາທາ ຣະນະສຸກ ແຂວງ ອຸດົມໄຊ ເວົ້າວ່າ:
6 ເດືອນ ຕົ້ນປີນີ້ ມີ 3 ຄົນແລ້ວ ບ້ານທີ່ ເສັຍຊີວິດ ຫັ້ນ ເປັນບ້ານ ທີ່ ສອກຫລີກ ມັນທາງ ໄປຍາກ ມາຫາ ໂຮງໝໍ ຫັ້ນນະ ມັນຍາກ ເນາະ ໄດ້ຫາມ ກັນມາ ບໍ່ມີ ທາງລົດ ຊິນະ ມັນກະ ຫຍູ້ງຍາກ ເນາະ".
ທ່ານກ່າວ ຕໍ່ໄປວ່າ ໃນ ຈໍານວນ 3 ກໍຣະນີ ນັ້ນ ມີ ກໍຣະນີ ນຶ່ງ ທີ່ເສັຍ ຊີວິດ ທັງແມ່ ແລະລູກ ຕັ້ງແຕ່ ລູກ ຢູ່ໃນທ້ອງ. ສ່ວນອີກ 2 ກໍຣະນີ ມີແຕ່ຜູ້ ເປັນແມ່ ເສັຍຊີວິດ ລູກ ປອດພັຍ. ຜ່ານມາ ມີຣາຍງານ ວ່າ ແຕ່ເດືອນ ຕຸລາ 2012 ຮອດເດືອນ ກັນຍາ 2013 ທົ່ວ ແຂວງ ອຸດົມໄຊ ມີແມ່ຍິງ ເສັຍຊີວິດ ຍ້ອນສາເຫດ ດັ່ງກ່າວ 11 ກໍຣະນີ.
ເຈົ້າໜ້າທີ່ ເວົ້າອີກວ່າ ບັນຫາ ທີ່ວ່ານັ້ນ ທາງແຂວງ ກໍ ພຍາຍາມ ຫາທາງ ແກ້ໄຂ ມາໂດຽ ຕລອດ ແຕ່ກໍຍັງ ແກ້ໄຂ ບໍ່ຕົກ ເປັນຕົ້ນ ການເດີນທາງ ມາຫາ ສຸຂສາລາ ຫລື ໂຮງໝໍ ຍັງ ລໍາບາກ, ສຸຂສາລາ ກໍມີໜ້ອຍ ຄື ປະຊາຊົນ 2-3 ບ້ານ ໃຊ້ ສຸຂສາລາ ອັນນຶ່ງ ຮ່ວມກັນ ແລະ ແມ່ຍິງ ຖືພາ ຫລາຍຄົນ ໃນເຂດ ຊົນນະບົດ, ໃນເຂດ ຊົນເຜົ່າ ບໍ່ມັກ ຈະມາຝາກ ທ້ອງ ຫລື ອອກລູກ ກັບ ແພດໝໍ, ເຮັດໄປ ຕາມ ປະເພນີ ດັ້ງເດີມ ທີ່ ພວກ ເຂົາເຈົ້າ ເຄີຍ ປະຕິບັດ ກັນມາ.
ອຸດົມໄຊ ເປັນແຂວງ ທີ່ຢູ່ໃນ ອັນດັບ ຕົ້ນໆ ຂອງລາວ ທີ່ ປະສົບກັບ ບັນຫາ ການເສັຍ ຊີວິດ ຂອງແມ່ ແລະ ເດັກນ້ອຍ ຫລາຍ.