ແມ່ຍິງຍັງເສັຽຊີວິດ ຍ້ອນອອກລູກ
2013.07.30
ໃນແຂວງ ອຸດົມໄຊ ຍັງມີ ແມ່ຍິງ ຈໍານວນ ຫລວງຫລາຍ ເສັຽຊີວິດ ຍ້ອນການ ອອກລູກ ຢູ່ຕລອດມາ ເພາະວ່າ 50 ສ່ວນຮ້ອຍ ຂອງ ແມ່ຍິງ ທີ່ອອກລູກນັ້ນ ແມ່ນອອກຢູ່ເຮືອນ ຂາດຜູ້ຊ່ວຍ ເອົາລູກອອກ ເສັຽເລືອດຫລາຍ, ນອກນັ້ນ ກໍໄປເສັຽ ຊີວິດ ທີ່ໂຮງໝໍ ຍ້ອນການ ເດີນທາງໄກ. ເຈົ້າໜ້າທີ່ ສາທາຣະນະສຸຂ ປະຈໍາແຂວງ ເວົ້າວ່າ:
"ເສັຽຢູ່ບ້ານກໍມີ ເສັຽຢູ່ໂຮງໝໍ ແຂວງນີ້ 1 ມີກໍຣະນີ ເພາະວ່າ ຄວາມຈິງແລ້ວ ຊັກກະຕຸກ ມາແຕ່ບ້ານ ພໍແຮງ ມາແຕ່ບ່ອນພຸ້ນ ແກ້ໄຂຫຍັງ ບໍ່ໄດ້ ມາຮອດເຮົາແລ້ວ ພໍດິ ເສັຽຊີວິດ ບໍ່ທັນໄດ້ ຊ່ວຍຫຍັງເທື່ອ ຫັ້ນນະ ລະກະໄປຕາຍຢູ່ ຫລວງພະບາງ ຄົນນຶ່ງ ອັນນັັັັັັັັັັັັັັັັັັັັັັັັັັັັັັັ້ນ ກໍພໍດີ ໄປຮອດ ສະຖານທີ່ ບໍຣິການ ລະກະຕາຍ ຍ້ອນວ່າມັນ ໄກກາຍນະ".
ນາງເວົ້າອີກວ່າ ນັບແຕ່ຕົ້ນປີ 2013 ມາຮອດ ທ້າຍເດືອນ ກໍຣະກະດາ ນີ້ ລາຍງານແບບ ບໍ່ເປັນ ທາງການວ່າ ມີແມ່ຍິງ ເສັຽຊີວິດ ຫລັງ ອອກລູກ ຈໍານວນ 5 ຄົນ ຢູ່ແຂວງ ອຸດົມໄຊ ໃນນັ້ນ ຕາຍຢູ່ເຮືອນ 1 ຄົນ ຢູ່ໂຮງໝໍ 2 ຄົນ ແລະ ຕາຍລະຫ່ວາງ ທາງ 2 ຄົນ. ແຕ່ ເຈົ້າໜ້າທີ່ ເຊື່ອວ່າ ຈະມີຫລາຍ ກວ່ານັ້ນ ເພາະວ່າບໍ່ທັນ ໄດ້ຮັບລາຍງານ ຈາກທຸກໆ ເມືອງ. ແຂວງອຸດົມໄຊ ເປັນແຂວງ ທີ່ມີຊົນເຜົ່າ ສ່ວນນ້ອຍ ຫລາຍທີ່ສຸດ.
ກວ່າ 80 ສ່ວນຮ້ອຍ ຂອງ ພູມີປະເທດ ເປັນພູຜາປ່າດົງ, ບ້ານເຮືອນ ຢູ່ກະຈັກກະຈາຍ ຕາມເທິງພູ ຮ່ອມພູ ຖນົນຫົນທາງ ບໍ່ໄປຮອດ ໄປເຖິງກັນ, ປະຊາຊົນ ສ່ວນຫລາຍ ຢູ່ຫ່າງໄກ ຈາກສຸຂສາລາ. ທັງໝົດນີ້ ເປັນສາເຫດນຶ່ງ ທີ່ແມ່ຍິງຖືພາ ບໍ່ສາມາດ ໄປ ຝາກທ້ອງ ກັບ ໝໍໄດ້ ຈື່ງເປັນຕົ້ນເຫດ ເຮັດໃຫ້ການຕາຍ ຂອງແມ່ຍິງ ຫລັງອອກລູກ ເພີ້ມຂຶ້ນ.
ຍານາງວ່າ ການຊ່ວຍເຫລືອ ຂອງສູນກາງ ມີຈໍາກັດ, ການລົງໄປ ຢ້ຽມຢາມ ແລະ ກວດສຸຂພາບ ແມ່ຍິງ ປີນຶ່ງກໍມີ ແຕ່ປະມານ 3 ເທື່ອ ເທົ່ານັ້ນ ຕາມງົບປະມານ ທີ່ມີຢູ່.