ອົງການອາຫານໂລກເພີ້ມ ຊ່ອຍເຫຼືອລາວ
2013.09.10

ອົງການອາຫານໂລກ WFP ຢູ່ລາວ ຮ່າງແຜນເພື່ອຕໍ່ສູ້ກັບ ການຂາດສານອາຫານ ຢູ່ລາວຈາກປີ 2012-2015 ແລະຮັບປະກັນໃຫ້ ມີ ອາຫານສໍາລັບຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ ໃນທົ່ວປະເທດ ຢ່າງນ້ອຍ 750,000 ຄົນຊຶ່ງຕ້ອງໃຊ້ເງິນເຖິງ US$ 69 ລ້ານສໍາລັບ ຈັດຕັ້ງ ປະຕິບັດໂຄງການຕ່າງໆ. ຕາມການເປີດເຜີຽຂອງ WFP ທີ່ນະຄອນຫລວງວຽງຈັນ. ທ່ານ Eri kudo ຜູ້ຕາງໜ້າຂອງ WFP ປະຈໍາລາວ ກ່າວວ່າ ໂຄງການຕ່າງໆທີ່ວາງອອກ ແມ່ນເພື່ອແກ້ໄຂ ບັນຫາການອຶດຫີວ ທີ່ລາວກໍາລັງປະເຊີນຢູ່ ແລະເຊື່ອວ່າແຕ່ລະ ໂຄງການນັ້ນຈະມີ ປະສິດທິພາບທີ່ສຸດ ໃນການແກ້ໄຂບັນຫາ.
WFP ເຮັດວຽກຮ່ວມກັບພາກສ່ວນ ສາທາຣະນະສຸຂ ການສຶກສາ ແລະກະສິກັມ ເພື່ອຫລຸດຜ່ອນ ໂຣຄຊໍາເຮື້ອຂາດອາຫານຊຶ່ງມີຜົນກະທົບ ຕໍ່ການເຕີບໃຫ່ຽຂອງຮ່າງກາຍ ແລະຄວາມສາມາດດ້ານມັນສະໝອງຂອງເດັກນ້ອຍ. ຖ້າຜູ້ເປັນແມ່ຂາດສານອາຫານ ລູກທີ່ເກີດມາກໍຈະເປັນ ທາຣົກ ທີ່ຂາດສານອາຫານ. ເພື່ອປ້ອງກັນບໍ່ໃຫ້ເດັກນ້ອຍ ເປັນຄົນຂາດສານອາຫານ ຜູ້ເປັນແມ່ກໍຕ້ອງ ມີອາຫານກິນຢ່າງພຽງພໍ. ໂຄງການ ທີ່ວາງອອກນັ້ນ ແມ່ນສຸມໃສ່ແມ່ຍິງຖືພາ. ຈະມີການຈັດອາຫານ ໃຫ້ເດັກນ້ອຍ ໃນໂຮງຮຽນ ໃນລະຍະ 1,000 ມື້ ທໍາອິດຂອງຊີວິດ.