ຊາວຊົນນະບົດມີນໍ້າສະອາດດື່ມ
2013.10.02

ອົງການຊ່ອຍເຫລືອມະນຸດຊົນ ທີ່ມີສູນກາງຢູ່ນະຄອນແຄນເບີຣາປະເທດອອສເຕຣເລັຽ ໄດ້ບໍຣິຈາກເຄື່ອງຕອງນໍ້າໃຫ້ປະຊາຊົນ ໃນເຂດພາກ ເຫນືອຂອງລາວ ເພື່ອໃຊ້ຕອງນໍ້າດື່ມ ໃຫ້ປາສຈາກເຊື້ອໂຣຄ ແລະປ້ອງກັນຂະເຈົ້າ ບໍ່ໃຫ້ເຈັບໄຂ້ ຍ້ອນການດື່ມນໍ້າ ທີ່ເປິເປື້ອນ.
ທ່ານ ຊັນນີ ຟໍໄຊ ຫົວຫນ້າຜູ້ຈັດການບໍຣິສັດອາບັນເດັນ water ຜູ້ທີ່ບໍຣິຈາກເຄື່ອງຕອງນໍ້າ ໃຫ້ປະຊາຊົນລາວ ໃນເຂດພາກເຫນືອ ເວົ້າວ່າ ຄວາມຄິດໃນການຜລິດເຄື່ອງຕອງນໍ້າຂອງທ່ານມີຂື້ນ ໃນຊ່ວງທີ່ທ່ານຮຽນຢູ່ມະຫາວິທຍາລັຍ ແຫ່ງຊາດທີ່ປະເທດອອສເຕຣເລັຽ. ໃນລະຍະທີ່ ທ່ານ ມາເຮັດວຽກຢູ່ສປປລາວ ໃນປີ 2007 ທ່ານໄດ້ພົບເຫັນ ປະຊາຊົນ ພື້ນເມືອງລາວ ໃນເຂດຊົນນະບົດ ສ່ວນໃຫຍ່ດື່ມນໍ້າຈາກໄຫ ແລະ ກໍມີບັນຫາເຣື້ອງສຸຂພາບ ເພາະມີໄຂ່ຍຸງ ແລ້ວ ສີ່ງເປິເປື້ອນປົນຢູ່ ຈື່ງໄດ້ແນະນໍາ ໃຫ້ປະຊາຊົນ ໃຊ້ເຄື່ອງຕອງນໍ້າ.
ນອກນັ້ນທ່ານກໍໄດ້ຮ່ວມມືກັບຊາວບ້ານ ໃນການຜລິດໄຫນໍ້າ ທີ່ມີເຄື່ອງຕອງ ທີ່ສາມາດຕອງນໍ້າໄດ້ ຫລາຍຮ້ອຍລິດສຳລັບດື່ມ ໃນຄົວເຮືອນ ແຕ່ລະວັນ ຜົລການຜລິດຂອງທ່ານ ຄັ້ງທຳອິດໄດ້ໄປແຈກຍາຍ ໃຫ້ຊາວບ້ານທີ່ບ້ານນາເດື່ອ ແຂວງ ອຸດົມໄຊ ປາກົດວ່າໄດ້ຜົລດີ ຕໍ່ສຸຂພາບ ຂອງປະຊາຊົນ.
ສປປລາວ ເປັນປະເທດທີ່ຍັງຂາດສຸຂນາມັຍ ຂັ້ນພື້ນຖານ ໃນເຂດຊົນນະບົດ ໃນແຕ່ລະປີມີເດັກນ້ອຍ ເສັຽຊິວິດຍ້ອນຂາດສານອາຫານແລະ ຂາດນໍ້າສະອາດດື່ມ.