ບ້ານຊຽງແລທ່າຂໍໃຫ້ ກວດກາ ເຄມີ ໃນສວນກ້ວຍ
2019.06.28

ຊາວບ້ານ ຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຮັບຜົລກະທົບ ຈາກສານເຄມີ ທີ່ມາຈາກ ສວນກ້ວຍຂອງຈີນ.ໂດຍສະເພາະ ແມ່ນກິ່ນຂິວ ຈາກສານເຄມີ ທີ່ປະຊາຊົນ ຕ້ອງອົດທົນ ຮັບຜົລກະທົບ ມາເປັນເວລາ ສອງສາມປີແລ້ວ. ນອກຈາກນີ້ ປະຊາຊົນ ໃນເຂດ ບ້ານດັ່ງກ່າວ ຍັງເຈັບເປັນ ລົ້ມປ່ວຍ ບັນຫາເລົ່ານີ້ ຍັງບໍ່ທັນໄດ້ຮັບ ການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງ, ດັ່ງປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອກາງເດືອນ ມິຖຸນາ ຜ່ານມາວ່າ ເຣີ້ມທຳອິດ ກ່າວເຖີງຄວາມເປັນມາ ຂອງສວນກ້ວຍ ທີ່ມາລົງທຶນ ໃນເຂດບ້ານຊຽງແລທ່າ:
“ສວນກ້ວຍ ຂອງພວກເຮົາ ແມ່ນຕັ້ງຢູ່ ບ້ານຊຽງແລທ່າ ເມືອງປາກງື່ມ ທີ່ຂຶ້ນກັບ ນະຄອນຫຼວງວຽງຈັນ ເຊີ່ງສວນກ້ວຍ ເຣີ້ມປູກມາແຕ່ປີ 2015-2016 ນີ້ແຫຼະ ເນື້ອທີ່ລະແມ່່ນ ຕອນແລກໆ ລະແມ່ນ 40 ເຮັກຕ້າເຈົ້າ ໄດ້ປີ 1 ປິ 2 ເນາະ ດຽວນີ້ມາລະແມ່ນ ຂະບວນການ ດຽວກັນລະ ຈຸເກົ່າ ມາລົງທຶນ ປູກສວນ ໝາກມັງກອນ ສະຖານທີ່ ມັນຕິດກັບບ້ານ ກັບເຂດຊຸມຊົນເລີຍ ມັນບໍ່ໄດ້ຫ່າງພໍ10ແມັດ 20ແມັດ ແມ່ນຕິດກັບຊາຍແດນ ຂອງຊາວບ້ານ ຕິດກັບເຮືອນຂອງປະຊາຊົນ ບາງມື້ ໂຮງຮຽນ ກະໄດ້ປິດຮຽນ ບາງມື້ເຮົາກາຈົນຢູ່ບໍ່ໄດ້ ເຮົາກາດາຍ ກາງຄືນມາກາເໝັນ ຄັນຝົນຕົກລົງມາກິ່ນມັນຈະຟຸ້ງກະຈາຍ ເໝັນອ້ອມບ້ານເລີຍ.”
ທ່ານໄດ້ກ່າວ ຕື່ມວ່າ ຜົລກະທົບ ຈາກສານເຄມີ ຂອງສວນກ້ວຍຈີນ ນັ້ນ ຍັງເຮັດໃຫ້ສັດລ້ຽງ ພາຍໃນບ້ານຕາຍ ຍ້ອນ ໄປດື່ມນໍ້າ ແລະ ກິນຫຍ້າໄກ້ ເຂດນັ້ນ:
"ດຽວນີ້ລະແມ່ນ ສັດສາວາສິ່ງເຮົາເຂົ້າໄປໄກ້ບໍ່ໄດ້ເລີຍ ເປັນງົວເປັນຄວາຍກິນຫຍ້າ ຈະໄປໄກ້ບໍ່ໄດ້ ເພາະວ່າເຂົາເຈົ້າສີດຢາຝຸ່ນສາເຄມີ ສັດຈະເຂົ້າໄປໝໍ່ບໍ່ໄດ້ ສັດເລັກໆນ້ອຍໆ ບໍ່ມີຢູ່ໃນສວນເລີຍ ມັນອອກມາຕາຍຢູ່ນອກເບີດ ອີກຢ່າງມັນກາຢູ່ທິດ ເໜືອຂອງບ້ານເຮົາ ມັນກາເປັນໂນນພູ ມັນຈະເປັນລົ່ມຮ່ອງຫ້ວຍ ຍອດນໍ້າມັນຈະໄຫຼລົງມາດຽວນີ ນໍ້າໃຊ້ນໍ້າສ້າງ ເຂົາເຈົ້າບໍ່ກ້າໃຊ້ລະດຽວນີ້. ແຕ່ກ່ອນ ບໍ່ມີສວນກ້ວຍ ນໍ້າສ້າງ ເຮົາຈະໃຊ້ໄດ້ອາບໄດ້ ກິນໄດ້ ແຕ່ດຽວນີ້ ມັນເປັນຝອດຫັ້ນນ່າ.”
ສ່ວນຄອບຄົວທີ່ໄດ້ຮັບຜົລກະທົບ ໃນເຂດດັ່ງກ່າວນັ້ນ ມີປະມານ 50-60 ຄອບຄົວ ແຕ່ກໍຕ້ອງທົນ ກັບຜົລກະທົບທີ່ເກີດຂຶ້ນ ຢ່າງຕໍ່ເນື່ອງ ນອກຈາກນໍ້າສ້າງແລ້ວ ຍັງມີຍຸງຫຼາຍຂຶ້ນ ຄົນເຈັບເປັນກໍຫຼາຍຂຶ້ນ:
"ຄົນເຈັບເປັນເອັນອຸ່ນກາຫຼາຍ ແມງສັດເຂົ້າມາຢູ່ໃນບ້ານກາຫຼາຍ ເປັນຍຸງກາເພີ່ມຂຶ້ນ ແມງວັນກາເພີ່ມຂຶ້ ຄົນເຈັບເປັນກາຫຼາຍຂຶ້ນ ເຮົາກາ ແຈ້ງເຂົ້າຫາ ສາຍດ່ວນຣັຖບານ ເຂົາກາວ່າຊິມາແກ້ໄຂໃຫ້ຢູ່. ຊ່ວງນີ້ ກິ່ນເໝັນເກືອບທຸກມື້ເລີຍເຈົ້າ ຕໍ່ໄປເຮົາກໍບໍ່ແນ່ໃຈ ວ່າມັນ ຈະປ່ອຍນໍ້າ ລົງຫ້ວຍຮ່ອງຄອງບືງບໍ່ ເຮົາກາຊິກ້າລົງບໍ່ ມັນອ້ອມລົງເຂດນັ້ນ ແມ່ນຍອດຫ້ວຍ ຍອດນໍ້າລົງມາຫາໄຮ່ຫານາເຮົາໝົດ. ປີກາຍນີ້ ກາມີງົວ ແທ້ງລູກແດ່ ລະກາງົວຕາຍແດ່ ກິນໍ້າລະມັນຕາຍແດ່ ກິນນໍ້າທີ່ມັນໄຫຼລົງມາ ຈາກສວນ ເຂົາເຈົ້າຫັ້ນນ່າ ງົວເຂົາເຈົ້າໄປກິນຫຍ້າ ໄກ້ສວນ ເຂົາເຈົ້າ ຢູ່ໆ ກາຫາກແທ້ງລູກ ດຽວນີ້ ປະຊາຊົນ ກັງວົນຫຼາຍ.”
ຕໍ່ຜົລກະທົບ ທີ່ຊາວບ້ານໄດ້ຮັບ ເປັນເວລາຫຼາຍປີ ການຈັດຕັ້ງພະຍາຍາມ ປະສານໃຫ້ພາກສ່ວນກ່ຽວຂ້ອງ ຂັ້ນເມືອງ ຂັ້ນນະຄອນຫຼວງ ລົງມາແກ້ໄຂ ແຕ່ກໍບໍ່ມີຫຍັງເກີດຂຶ້ນ ໃນທ້າຍທີ່ສຸດ ກໍໄດ້ຍື່ນເອກສານເຖິງສະພາແຫ່ງຊາດ ແຕ່ຍັງລໍຖ້າຄຳຕອບຢູ່. ຄວາມເປັນຈິງ ປະຊາຊົນ ຕ້ອງການ ໃຫ້ຍົກເລີກສວນກ້ວຍ ແລະ ສວນໝາກມັງກອນ ເພາະສານເຄມີ ທີ່ໃຊ້ນັ້ນ ມັນຮຸນແຮງຫຼາຍ ແລະ ຢ້ານຖືກ ປ່ອຍລົງ ໃນແຫຼ່ງນໍ້າງື່ມ ທີ່ເປັນບ່ອນທັມມາຫາກິນ ຂອງຊາວງື່ມ:
“ກາໃຫ້ຍົກເລີກໝົດເລີຍ ເນື່ອງຈາກວ່າ ສວນກ້ວຍຕິດກັບແຄມນໍ້າງື່ມ ເຊີ່ງເປັນແມ່ນໍ້າສາຍຫຼັກ ຂອງຄົນເຂດນີ້ ບາດນີ້ ນໍ້າເຂົາເຈົ້າ ກໍເອົາຂຶ້ນມາ ຈາກນໍ້າງື່ມ ບາງເທື່ອ ເຂົາເຈົ້າ ປ່ອຍນໍ້າເສັຽລົງຫັ້ນເດ ໃຜຊິຮູ້. ຢາກໃຫ້ປິດເລີຍ ວ່າຊັ້ນສະ.”
ແນວໃດກໍຕາມ ສວນກ້ວຍ ຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຂອງຂັ້ນເມືອງ ບໍ່ໄດ້ ອະນຸມັດ ໃຫ້ໂຄງການດັ່ງກ່າວ ມາລົງທຶນໃສ່ເຂດນີ້ ໂຄງການນີ້ ແມ່ນກະສິກັມ ນະຄອນຫຼວງວຽງຈັນ ເປັນຜູ້ອະນຸມັດ ທັງສວນກ້ວຍ ແລະ ສວນໝາກມັງກອນ ປະມານ 55 ເຮັກຕ້າ. ນອກຈາກສວນກ້ວຍແລ້ວ ບ້ານຊຽງແລທ່າ ຍັງມີບັນຫາ ເຣື່ອງແຮງງານ ທີ່ເຮັດວຽກ ຢູ່ໃນສວນ ປູກໝາກມັງກອນ ຢູ່ໃນເຂດດຽວກັນ ບໍ່ໄດ້ຮັບ ຄ່າແຮງງານ ມາຕັ້ງແຕ່ປີກາຍ ດັ່ງປະຊາຊົນ ກ່າວຕໍ່ຜູ້ຊື່ຂ່າວ RFA ເມື່ອ 24 ມິຖຸນາວ່າ:
"ສວນໝາກມັງກອນຫ້ັນ ມັນເປັນບໍຣິສັດ ຂອງຄົນຈີນ ມັນໂກງເງິນຄ່າແຮງງານ ຂອງພວກອ້າຍນ້ອງ ແຮງງານຄົນລາວ ຂອງເຮົາ ທີ່ວ່າ ເອົາຣົດມາໄຖເດ້ ມັນວ່າແຮງງານ ໄຖບໍ່ໄດ້ຣະດັບ ແນວນັ້ນແນວນີ້ ຕົວະໂກງໄປໂກງມາ ເງິນນັ້ນກໍບໍ່ໄດ້ ມັນກໍຄືກິນເງິນກັນ.”
ທ່ານໄດ້ກ່າວຕື່ມວ່າ ບໍຣິສັດ ໄດ້ໃຫ້ນາຍໜ້າຄົນລາວ ໄປຫາຄົນງານກັມມະກອນ ເພື່ອມາບຸກເບີກ ເນື້ອທີ່ເພາະປູກໃຫ້ ໂດຍຈະຂໍເໝົາ ຈ່າຍຄ່າແຮງງານເທື່ອດຽວ ຫຼັງຈາກບຸກເບີກແລ້ວ ເປັນເງິນເກືອບ 30 ລ້ານກີບ ເຊີ່ງກໍມີປະຊາຊົນ ບ້ານຊຽງແລທ່າ ແລະ ບ້ານໄກ້ຄຽງ ມາຮັບຈ້າງອອກແຮງງານ 10 ປາຍຄົນ.
ຫຼັງຈາກບຸກເບີກແລ້ວ ຕາມສັນຍາ 15 ເຮັກຕ້າ ເມື່ອປາຍປີ 2018 ກັບບໍ່ຍອມຈ່າຍເງິນໃຫ້ ໂດຍບອກວ່າ ຜູ້ອອກແຮງງານ ເຮັດໄດ້ລ່າຊ້າ ແລະ ຍັງເຮັດໄດ້ບໍ່ຕາມທີ່ຕ້ອງການ ຄືດິນບຸກເບີກບໍ່ງາມ. ຕໍ່ບັນຫານີ້ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ເວົ້າກັບຜູ້ສື່ຂ່າວ RFA ວ່າ ໄດ້ເຈຣະຈາ ກັບ ໂຮງງານແລ້ວ ແລະ ຕອນນີ້ ກຳລັງຕິດຕາມເຣື່ອງນີ້ຢູ່:
"ເຣື່ອງໂຕນີ້ຄືເວົ້າແຫຼະ ກໍບໍ່ທັນໄດ້ມີຣາຍງານມາ ເຮົາກໍບໍ່ຮູ້ ແລະຈະພົວພັນກັບເພິ່ນຕື່ມໃຫ້.”
ມາເຖິງປັດຈຸບັນ ທັງສວນກ້ວຍ ແລະ ສວນໝາກມັງກອນ ໃນເຂດບ້ານ ຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແມ່ນຍັງມີ ການປູກຢູ່ ເຖີງແມ່ນວ່າ ກ່ອນໜ້ານີ້ ກະສິກັມ ນະຄອນຫຼວງວຽງຈັນ ປະກາດວ່າ ຫ້າມບໍ່ໃຫ້ປູກກ້ວຍ ໃນເຂດ ນະຄອນຫຼວງວຽງຈັນ ຖ້າໃຊ້ ສານເຄມີຕ້ອງຫ້າມ ແລະ ສ້າງຜົລກະທົບ ໃຫ້ກັບປະຊາຊົນ. ແຕ່ສວນກ້ວຍໃນ ເຂດບ້ານ ຊຽງແລທ່າ ນັບມື້ນັບຂຍາຍທັງທີ່ ເຈົ້າໜ້າທີ່ ຂັ້ນເມືອງປາກງື່ມ ບໍ່ຮູ້ໂຄງການນີ້ ແມ່ນນະຄອນຫຼວງວຽງຈັນ ເປັນຜູ້ອະນຸມັດເອງ.