ປະຊາຊົນ ຜູ້ປະສົພພັຍ ຈາກເຂື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເປັນພຍາດໄຂ້ຍຸງລາຍ ເກືອບເຖິງ 80 ຄົນ ແລະ ກຳລັງ ປິ່ນປົວຢູ່ໂຮງໝໍ ເມືອງແລະແຂວງ, ເຊິ່ງທີມແພດແລະໝໍຂອງແຂວງ ກໍເຝົ້າຣະວັງຢ່າງໃກ້ຊິດ ເພື່ອບໍ່ໃຫ້ພຍາດໄຂ້ຍຸງລາຍຣະບາດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຜແນກສາທາຣະນາສຸຂ ແຂວງອັດຕະປື ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 08 ພຶສພາ ນີ້ວ່າ:
“ມີການເຈັບເປັນກໍຫຼາຍ ສ່ວນຫຼາຍກໍແມ່ນປະເພດເປັນໄຂ້ຍຸງ ດຽວນີ້ແຮງຄັກ ເລີ້ມຝົນຕົກໄດ້ 3-4 ມື້ນີ້ ກໍຄົນເຈັບໃນໂຮງໝໍເຮົາກໍຫຼາຍ ເດັກນ້ອຍກໍເປັນ ຜູ້ໃຫຍ່ກໍເປັນ. ລັກສນະວ່າ ຄົບຜູ້ນຶ່ງຕໍ່ຜູ້ນຶ່ງຕາມໆເລີຍ, ແຕ່ສ່ວນໃຫຍ່ເປັນໄຂ້ຍຸງ.”
ທ່ານກ່າວຕື່ມວ່າ ຜູ້ຕິດພຍາດໄຂ້ຍຸງລາຍ ຫຼືເປັນໄຂ້ເລືອດອອກ ສ່ວນຫຼາຍເປັນເດັກນ້ອຍແລະຜູ້ເຖົ້າ ຊຶ່ງສາເຫຕການຣະບາດຂອງພຍາດ ໄຂ້ຍຸງລາຍ ໃນເມືອງສະໜາມໄຊ ແມ່ນສະພາບການເປັນຢູ່ ທີ່ແອອັດ ຢູ່ໃນປ່າດົງ ແລະ ໃກ້ກັບແຫຼ່ງນ້ຳ ອັນເປັນບ່ອນຢູ່ອາໃສຂອງຍຸງ.
ເຖິງຢ່າງໃດກໍຕາມ ມາຮອດປະຈຸບັນ, ຍັງບໍ່ມີຜູ້ເສັຽຊີວິຕຍ້ອນເປັນໄຂ້ຍຸງລາຍເທື່ອ ແລະ ຜແນກສາທາຣະນະສຸຂ ກໍເພີ້ມມາຕການໃນການ ຄວບຄຸມ ການຣະບາດຂອງເຊື້ອໄຂ້ຍຸງລາຍ, ໂດຍສັ່ງໃຫ້ແພດ ແລະໝໍ ອອກໄປກວດກາ ແລະ ປະຈຳຢູ່ເຮືອນພັກຊົ່ວຄາວ ທັງໝົດ 05 ຈຸດຄື ຕະມະຢອດ, ປິ່ນດົງ, ດົງບາກ, ຫາດຍາວ ແລະ ດອນບົກ ຫາກພົບວ່າປະຊາຊົນຄົນໃດ ໄຂ້ຂຶ້ນສູງ ກໍຈະໄດ້ປິ່ນປົວ ໄດ້ທັນເວລາ.
“ແພດ ແລະ ໝໍ ຈາກໂຮງໝໍເມືອງສະໜາມໄຊ ຫັ້ນລົງໄປປະຈຳເປັນຈຸດໆ ຕັ້ງສຸຂສາລານ້ອຍ ເພື່ອເບິ່ງແຍງຄົນເຈັບ ປະຊາຊົນເຮົານັ້ນ.”
ເຈົ້າໜ້າທີ່ຜແນກສາທາຣະນສຸຂ ແຂວງອັດຕະປື ຂໍຮ້ອງປະຊາຊົນໃຫ້ນອນກາງມຸ້ງທຸກຄືນ ເພື່ອປ້ອງກັນຍຸງກັດ.