ຊາວບ້ານເສັຽຊີວິດ ຍ້ອນຢາຂ້າຫຍ້າ
2013.05.08

ຢາຂ້າຫຍ້າ ເຮັດໃຫ້ ຊາວສວນ ໃນເຂດ ສອກຫລີກ ຫ່າງໄກ ເສັຍຊີວິດ
ຊາວສວນ ໃນເຂດ ສອກຫລີກ ຫ່າງໄກ ແລະ ພູດອຍ ຮວມທັງ ຊົນເຜົ່າ ໄດ້ຮັບ ຜົລກະທົບ ຈາກການໃຊ້ ສານເຄມີ ປະເພດ ຢາຂ້າຫຍ້າ ເພື່ອກຳຈັດ ສັດຕຣູພືດ ຢ່າງບໍ່ຖືກຕ້ອງ, ຊຶ່ງເຮັດໃຫ້ ບາງຄົນ ຕ້ອງເສັຍຊີວິດ ຈາກການ ບໍຣິໂພຄ ພືດ ຫລື ເຫັດ ທີ່ປົນເປື້ອນ ສານພິດ, ອີງຕາມ ຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ຫລວງພຣະບາງ ໃນມື້ວັນທີ 8 ພຶສພາ ນີ້.
“ບັນຫາຫລັກໆ ກະມີເລື້ອງ ສີດຢາ ຂ້າຫຍ້າ ຢູ່ ຫລວງພຣະບາງ ເນາະ, ປີລະຄົນ 2 ຄົນ. ສອງມາ ກໍຕາຍ ເບື່ອເຫັດ ເບື່ອຫຍັງ ກະມີ ສີດຢາ ຂ້າຫຍ້ານີ້ ກໍມີສ່ວນ ສ່ວນຫລາຍ ຄັນຫຍ້າອອກມາ ເຂົາ ກໍຈະເຣີ້ມສີດ ຈັກໜ່ອຍແລ້ວ ກໍມີບັນຫາ ຫັ້ນແຫລະ. ສ່ວນຫລາຍ ຂະເຈົ້າຕາຍ ໄປໂຮງໝໍ ຫຍັງ ກໍບໍ່ທັນ ລາງຄົນ ກໍແກ້ໄດ້ ລາງຄົນ ກະແກ້ ບໍ່ໄດ້.”
ໃນເຂດພູດອຍ ຍັງມີຊົນເຜົ່າ ຈຳນວນ ບໍ່ໜ້ອຍ ທີ່ໄດ້ຮັບ ຜົລກະທົບ ຈາກຢາຂ້າ ແມງໄມ້ ຈົນເປັນຕຸ່ມ ແລະ ເປື່ອຍ ຕາມຮ່າງກາຍ, ບາງຄົນ ກໍເປັນພະຍາດ ຖອກທ້ອງ ແລະ ພະຍາດ ຣະບົບ ທາງເດີນຫາຍໃຈ. ຊາວສວນ ເຫລົ່ານັ້ນ ສີດສານເຄມີ ໂດຍບໍ່ມີ ເຄື່ອງ ປ້ອງກັນ ແລະ ຂາດຄວາມຮູ້ ໃນການໃຊ້ ສານດັ່ງກ່າວ.
ເຈົ້າໜ້າທີ່ ກ່າວຕື່ມວ່າ ນອກຈາກຄົນ ແລ້ວ, ສັດລ້ຽງ ເຊັ່ນ ງົວ, ຄວາຍ ແລະ ໝູ ກໍລົ້ມຕາຍ ເຊັ່ນດຽວກັນ ຍ້ອນໄປກິນນ້ຳ ແລະ ຫຍ້າ ຢູ່ໃນບໍຣິເວນ ທີ່ສານເຄມີ ຕົກຄ້າງ. ເຖິງຢ່າງໃດ ກໍຕາມ, ກໍຍັງບໍ່ທັນມີ ການເກັບກຳ ຂໍ້ມູນ ຢ່າງລະອຽດ ວ່າ ມີສັດລ້ຽງ ຕາຍຫລາຍ ປານໃດ.
ບັນຫາ ດັ່ງກ່າວ ໄດ້ເກີດຂຶ້ນມາ ຫລາຍປີແລ້ວ ແລະ ເຖິງແມ່ນວ່າ ຈະມີການ ແຈ້ງໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍຕາມ, ແຕ່ກໍຍັງ ບໍ່ທັນມີ ພາກສ່ວນໃດ ເຂົ້າໄປ ແກ້ໄຂ ບັນຫານີ້ ເທື່ອ.