ທາງການປິດພື້ນທີ່ ສີແດງ ຂ້າເຊື້ອ ໂຄວິດ-19
2021.05.17
ຄະນະສະເພາະກິຈ ປ້ອງກັນແລະຄວບຄຸມໂຄວິດ-19 ໄດ້ປະກາດໃນວັນທີ່ 16 ພຶສພາ 2021, ໃຫ້ 5 ບ້ານ ໃນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນພື້ນທີ່ສີແດງ ແລະ ລ໊ອກດາວ ເປັນວັນເລວາ 14 ມື້ຄື: ບ້ານຝາຍ, ບ້ານໂພນໄຊ, ບ້ານດົງປ່າລານ, ບ້ານໜອງຈັນ ແລະ ບ້ານໂພນສີນວນ ເພື່ອປ້ອງກັນບໍ່ໃຫ້ເຊື້ອ ໂຄວິດ-19 ຣະບາດຈາກຄົນນຶ່ງໄປຫາ ອີກຄົນນຶ່ງ ເຊິ່ງວິທີດັ່ງກ່າວນີ້ ແມ່ນເຮັດໃຫ້ຄົນທີ່ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການ ສາມາດແຜ່ເຊື້ອໃນວົງແຄບ ຄືໃນຄອບຄົວເທົ່ານັ້ນ.
ສະເພາະຢູ່ເຂດບ້ານຝາຍ ຊຶ່ງເປັນເຂດທີ່ມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກວ່າ 4 ບ້ານ ດັ່ງກ່າວ ເຈົ້າໜ້າທີ່ກໍໄດ້ລົງກວດຫາເຊື້ອກັບ ຜູ້ທີ່ສັມຜິດໃກ້ຊິດແລ້ວ ແລະ ບາງຄົນ ກໍຍັງລໍຖ້າ ຟັງຜົນກວດຢູ່ ຫາກພົບເຊື້ອກະຈະນໍາໂຕ ໄປປິ່ນປົວທັນທີ, ດັ່ງເຈົ້າໜ້າທີ່ ສະເພາະກິຈ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພາ ນີ້ວ່າ:
“ຢູ່ບ້ານຝາຍຫັ້ນ ມັນເກີດວັນທີ່ 12 ຫັ້ນ ມັນມີ 13 ກໍຣະນີ ເກີດບາດດຽວຫັ້ນນ່່າ ດຽວນີ້ບ້ານຝາຍນິ່ ໄທເຮົາປິດທັງຮ່ອມທັງຊອຍ ແລ້ວ ຜູ້ໃດທີ່ຢູ່ໃກ້ ສັມຜັດກຸ່ມສ່ຽງຫັ້ນນ່າ ເພິ່ນກະລົງ ກວດຢູ່ບ້ານຝາຍຫັ້ນ ກໍຍັງລໍຖ້າຜົລກວດ ຂອງຜູ້ທີ່ຢູ່ໃນກຸ່ມສ່ຽງຫັ້ນຢູ່.”
ຂນະທີ່ຊາວບ້ານ ຢູ່ບ້ານດົງປ່າລານ ນາງນຶ່ງກ່າວວ່າ ບ້ານດົງປ່າລານ ເປັນບ້ານທີ່ຕິດກັບບ້ານຝາຍ ເຈົ້າໜ້າທີ່ໄດ້ເອົາຫຼັກມາກັ້ນເຂດ ທາງເຂົ້າອອກ ທີ່ຕິດກັບເຂດບ້ານດັ່ງກ່າວ ນັ້ນແລ້ວ ໂດຍຫ້າມຄົນຢູ່ບ້ານດົງປ່າລານ ແລະບ້ານຝາຍ ເດີນທາງເຂົ້າອອກເປັນເວລາ 14 ມື້ສ່ວນພາຍໃນບ້ານດົງປ່າລານ ຊາວບ້ານກໍໃຊ້ຊີວິດຕາມປົກກະຕິ ແລະຕລາດກໍຍັງ ເປີດປົກກະຕິຢູ່ ແຕ່ກໍມີມາຕການປ້ອງກັນ ໂຄວິດ-19 ໂດຍມີການກວດອຸນຫະພູມ ກ່ອນເຂົ້າຕລາດ ແລະຊາວບ້ານທີ່ໄປຕລາດ ກໍຕ້ອງປ້ອງກັນໂຕເອງ ໂດຍການໃສ່ຜ້າ ອັດປາກອັດດັງເປັນຢ່າງດີ:
“ເຂົາລັດທາງຢູ່ບ້ານຝາຍ ເພາະວ່າມັນກໍໃກ້ກັບດົງປ່າລານ ມັນມີກຸ່ມສ່ຽງເຂົາເຈົ້າປິດບ້ານຢູ່ຫັ້ນ ຢູ່ດົງປ່າລານ ຮ້ານນິ່ກະຍັງເປີດ ປົກກະຕິ ຕລາດໄປໄດ້ປົກກະຕິ ຂຶ້ນກັບບາງຮ້ານ ຂະເຈົ້າເຈົ້າປິດ ໄປຕລາດຕະລີ ເພິ່ນກະມີໂຕກວດ ຢູ່ຕລາດຕ່າງຫາກ ຖ້າເຮົາ ເດີນທາງເຮົາກະຕ້ອງ ປ້ອງກັນໂຕເອງ.”
ຊາວບ້ານບ້ານຝາຍ ທ່ານນຶ່ງກ່າວວ່າຕາມຖນົນຫົນທາງ ຢູ່ໃນເຂດບ້ານຝາຍ ຊາວບ້ານ ກໍໃຊ້ຊີວິດ ຕາມປົກກະຕິ ສ່ວນຊາວບ້ານ ທີ່ຈະເດີນທາງໄປບ້ານອື່ນນັ້ນ ເຈົ້າໜ້າທີ່ກໍປິດ ບໍ່ໃຫ້ເຂົ້າ-ອອກ ແລະ ບັນດາພໍ່ຄ້າ-ແມ່ຄ້າ ຮວມທັງຮ້ານຕ່າງໆພາຍໃນບ້ານກໍຍັງ ຂາຍເຄື່ອງຢູ່ປົກກະຕິຢູ່ ແຕ່ກໍຈໍາກັດເວລາ ໃນການຂາຍ:
“ຍັງຂາຍຂອງຢູ່ຂອງກິນ ຂາຍຊີ້ນຕົ້ມຊິ້ນຫຍັງນ່າ ເຂົາເຮັດ ແຕ່ໜ້າວັດເຂົາຂາຍກ້ວຍຕຽວ ເຂົາກໍຍັງເຮັດແຕ່ເຊົ້າໆພຸ້ນ 5 ໂມງປາຍ ເຂົາກໍເຊົາ.”
ຊາວບ້ານ ຢູ່ບ້ານໂພນສີນວນ ທ່ານນຶ່ງກໍເວົ້າວ່າ ຢູ່ໃນເຂດບ້ານໂພນສີນວນ ເຈົ້າໜ້າທີ່ ກໍໄດ້ນໍາຫຼັກມາກັ້ນໄວ້ ຢູ່ຕາມຮ່ອມຕາມຊອຍ ສ່ວນຖນົນໃຫຍ່ແມ່ນບໍ່ໄດ້ກັ້ນ ແລະຕລາດກໍຍັງ ເປີດປົກກະຕິຢູ່ ເຊິ່ງທາງການກໍມີມາຕການປ້ອງກັນໂຄວິດ-19 ຢູ່ ຄື: ຫາກຜູ້ໃດ ບໍ່ໃສ່ຜ້າອັດປາກອັດດັງ ກໍຈະບໍ່ໃຫ້ເຂົ້າຕລາດ:
“ແຕ່ວ່າເປັນຊອຍນິ່ ເຂົາຈະມີແນວກັ້ນເນາະ ຖ້າຈະທຽວອອກທຽວເຂົ້າ ຕ້ອງໄດ້ເຮັດໜັງສືອອກຈາກບ້ານ ຖ້າເປັນເສັ້ນທາງໃຫຍ່ ຍັງທຽວໄດ້ຢູ່ ມີບາງຕລາດຍັງບໍ່ປິດ ມີຕລາດຂາຍ ຂອງກິນເປີດຢູ່ ແຕ່ວ່າ ພວກຕລາດເສື້ອຜ້າຫຍັງນີ້ ແມ່ນປິດໝົດເລີຍ ບໍ່ມີເປີດ ກ່ອນຈະເຂົ້າໄປເພິ່ນ ກໍເຊັກອຸນຫະພູມ ຕ້ອງໄດ້ໃສ່ແມັສ ຕ້ອງໄດ້ລ້າງມືດ້ວຍແອລກໍຮໍ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຂໍຮຽກຮ້ອງແລະຂໍຄວາມ ຮ່ວມມືຈາກພໍ່ແມ່ປະຊາຊົນ ຫຼືຜູ້ທີ່ິຕິດເຊື້ອ ໂຄວິດ-19 ຫຼື ຜູ້ໃກ້ຊິດກັບກຸ່ມສ່ຽງ ບໍ່ຄວນຄິດກັງວົນຫຼາຍ ແລະບໍ່ຄວນຄິດວ່າ ຈະປິ່ນປົວ ໂຕເອງ ຄວນເຂົ້າມາກວດຫາເຊື້ອ ແລະປິ່ນປົວຢ່າງຖືກຕ້ອງ ເຖິງແມ່ນວ່າ ໃນໄລຍະອາທິດ ນຶ່ງທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໂຄວິດ-19 ຫຼຸດລົງກໍຕາມ, ແຕ່ການຕິດເຊື້ອໃນຊຸມຊົນ ກໍຍັງບົ່ມຊ້ອນຢູ່, ດັ່ງທີ່ທ່ານກ່າວວ່າ:
“ຂໍຄວາມຮ່ວມມື ນໍາພໍ່ແມ່ປະຊາຊົນ ນຶ່ງຜູ້ທີ່ຕິດເຊື້ອ ຖ້າຮູ້ວ່າໂຕເອງ ຢູ່ໃນກຸ່ມສ່ຽງ ບໍ່ໃຫ້ຄິດກັງວົນ ບໍ່ໃຫ້ໃຫ້ວ່າ ເຮົາມານີ້ເຮົາຈະໄດ້ ຫຍັງດີຫຍັງ ເຮົາຊິປົວເອງ ບໍ່ໃຫ້ຄິດແບບນັ້ນ ເຫັນວ່າໂຕເລຂ ໃນນະຄອນຫຼວງວຽງຈັນ ຫຼຸດລົງ ແຕ່ສິ່ງທີ່ບົ່ມຊ້ອນກໍຄື ສິ່ງທີ່ເຮົາຍັງ ເບິ່ງບໍ່ເຫັນ ການຕິດເຊື້ອຢູ່ໃນຊຸມຊົນ ຍັງຄົງບົ່ມຊ້ອນຢູ່.”
ອີງຕາມຂໍ້ມູລ ຈາກຄະນະສະເພາະກິຈ ປ້ອງກັນໂຄວິດ-19 ເຫດຜົລໃນການປິດ 5 ບ້ານຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນເວລາ 14 ມື້ນັ້ນ ເພື່ອຈະເຮັດໃຫ້ ຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການ ສາມາດແຜ່ເຊື້ອໃນວົງແຄບ ຄືແຕ່ໃນຄອບຄົວ ເທົ່ານັ້ນ ແລະ ຫາກຜູ້ໃດມີອາການໄຂ້, ຈາມ, ເຈັບຄໍ ຫຼືຫາຍໃຈຝືດ ທີມຄະນະສະເພາະກິຈ ບ້ານ ກໍສາມາດຮູ້ໄດ້ໄວ ເພື່ອຈະນໍາ ເອົາຜູ້ກ່ຽວ ໄປກວດຫາເຊື້ອ ແລະຖ້າຫາກພົບເຊື້ອ ກໍຈະໄດ້ຮັບການປິ່ນປົວຕໍ່ໄປ.
ນອກຈາກນີ້ ກໍຍັງມີເຂດບ້ານໃກ້ຄຽງ ທີ່ຈັດເປັນພື້ນທີ່ສີເຫຼືອງ ນໍາດ້ວຍ ຄື: ບ້ານໂພນສະຫວັນເໜືອ, ບ້ານເກົ້າຍອດ, ບ້ານເພັຍວັດ, ບ້ານທາດຂາວ, ບ້ານສາຍລົມ, ບ້ານໂພນສະອາດ, ບ້ານໜອງບອນ, ບ້ານນາໄຊ ແລະ ບ້ານສະພັງໝໍ້.