ການອົບຮົມປ້ອງກັນ ໂຣຄເອສ


2013.05.21
F-hiv ຄນະເຈົ້າໜ້າທີ່ລາວ ທີ່ເຂົ້າຮ່ວມສັມມະນາ ຝຶກອົບຮົມ ການປ້ອງກັນເຊື້ອໂຣຄ ເອສ ທີ່ແຂວງໄຊຍະບູຣີ
US Embassy in Laos

 

ສະຖານທູດ ສະຫະຣັຖ ອະເມຣິກາ ໂດຍ ການຮ່ວມມື ກັບສູນ HIV/AIDS/STI ຫລື  CHAS ກະຊວງ ສາທາຣະນະສຸຂ ແລະ ກົມການແພດ ຂອງ ກອງທັບ ປະຊາຊົນ ລາວ ຈັດອົບຮົມ 5 ວັນ. ເພື່ອຝຶກອົບຮົມ ແກ່ ຄຣູຝຶກ ດ້ວຍກັນ ຈາກສູນປ້ອງກັນ ເຊື້ອ HIV/AIDS ກອງທັບ ປະຊາຊົນ ລາວ ແຕ່ວັນທີ 29 ເມສາ ຫາທີ່ 3 ພຶສພາ 2013 ນີ້ ທີ່ແຂວງ ໄຊຍະບູຣີ. ຕາມຖແລງ ຂ່າວ ສະຖານທູດ ສະຫະຣັດ ໃນ ນະຄອນຫລວງ ວຽງຈັນ.

ເປົ້າໝາຍ ຂອງການຈັດ ການຝຶກ ອົບຮົມ ຄັ້ງນີ້ ຄື ຮຽນຮູ້ ເຣື່ອງ ການຄວບຄຸມ ແລະສະກັດກັ້ນ ເຊື້ອໂຣກ ທີ່ຕິດຜ່ານ ເພດສັມພັນ STIs ແລະ HIV-AIDS ແລະ ເພື່ອປະຕິບັດ ໂຄງການ ສຶກສາ ແກ່ເພື່ອນ ຂອງກອງທັບ ປະຊາຊົນ ລາວ ກ່ຽວກັບ ເຊື້ອ HIV-AIDS/STIs ສໍາລັບ ໜ່ວຍງານ ຂອງ ກອງທັບລາວ ທີ່ແຂວງ ໄຊຍະບູຣີ. ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ ເຖິງວິທີ ການໃຊ້ຂໍ້ມູລ ຕົວເລກ ແລະ ອຸປກອນ ການສອນ ເພື່ອໃຫ້ຂໍ້ມູລ ຂ່າວ ກ່ຽວກັບ ເຊື້ອໂຣກ ດັ່ງກ່າວ ແກ່ ໝູ່ເພື່ອນ ໃນໜ່ວຍງານ ຂອງຕົນເອງ.

ພັນເອກ ບຸນເຕີນ ບັນດາວົງ ກ່າວໃນ ພິທີເປີດ ຊຸດຮຽນ ນັ້ນວ່າ ປັຈຈຸບັນ ມີຫລາຍໂຣກ ທີ່ເກີດຂຶ້ນ ໃນສັງຄົມ, ການຄວບຄຸມ ແລະ ສະກັດກັ້ນ ເຊື້ອໂຣຄ ນັ້ນ ເປັນເຣື່ອງ ທີ່ສໍາຄັນ. ພ້ອມດຽວກັນ ທ່ານ ກໍຮຽກຮ້ອງໃຫ້ ຜູ້ເຂົ້າຮ່ວມ ທຸກຄົນ ແລກປ່ຽນ ຄວາມຮູ້ ແລະ ປະສົພການ ຂອງຕົນ ໃນຊຸດອົບຮົມ ເທື່ອນີ້.

ໂຄງການນີ້ ເປັນສ່ວນນຶ່ງ ຂອງການ ເປັນຄູ່ຮ່ວມ ຣະຫວ່າງ ສະຖານທູດ ສະຫະຣັຖ ກອງ ບັນຊາການ ສະຫະຣັຖ ເຂດ ປາຊີຟິກ ກະຊວງ ສາທາຣະນະສຸຂ ແລະ ກົມການແພດ ທະຫານ ຂອງລາວ ເພື່ອຊ່ວຍ ໃຫ້ລາວ ບັນລຸ ເປົ້າໝາຍ ສະຫັດສວັດ ສະຫະປະຊາຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.