ການປິ່ນປົວຜູ້ຕິດເຊື້ອ HIV/Aids

ອຸ່ນແກ້ວ ສຸກສວັນ
2014.03.13
F-hiv ເຄື່ອງການຕໍ່ຕ້ານ ໃຫ້ຣະວັງ ໂຣຄເອດສ ທີ່ດື້ຢາ
who

 

ເຈົ້າໜ້າທີ່ ສາທາຣະນະສຸຂ ລາວ ເວົ້າວ່າ ຕ້ອງໄດ້ ເຮັດວຽກ ຫລາຍຂຶ້ນ ເພື່ອ ຕ້ານ HIV/Aids ຢູ່ໃນ ປະເທດລາວ ຊຶ່ງສ່ວນໃຫຍ່ ແມ່ນ ອີງໃສ່ ການຊ່ວຍ ເຫລືອ ຂອງ ຕ່າງປະເທດ ສ່ວນການ ຊ່ວຍເຫລືອ ຂອງ ຣັຖບານ  ນັ້ນຍັງ ຈຳກັດຢູ່ ເປັນຕົ້ນວ່າ ການຈ່າຍ ຄ່າປິ່ນປົວ ແລະ ການໃຫ້ ຄວາມຮູ້ ກ່ຽວກັບ ເຊື້ອໂຣຄ. ອີງຕາມ ແຫລ່ງຂ່າວ ຈາກ ໄອຣີນ.

ເຈົ້າໜ້າທີ່ ກ່າວວ່າ: ເຖິງວ່າ ຜູ້ຕິດເຊື້ອ HIV ຢູ່ ປະເທດລາວ ຈະຍັງຢູ່ ໃນອັດຕຣາ 0.3 ສ່ວນຮ້ອຍ ກໍຕາມ, ແຕ່ພວກເຮົາ ກໍ ພຍາຍາມ ສ້າງຄວາມ ຮັບປະກັນ ການ ບໍຣິການ ໃຫ້ເຂົ້າເຖິງ ຜູ້ຕິດເຊື້ອ HIV, ແຕ່ກໍບໍ່ ແມ່ນເຣື້ອງ ງ່າຍ ສຳລັບ ຣັຖບານ ລາວ ທີ່ ຈະກຳນົດ ແນວທາງ ຍຸທສາດ ເພື່ອຕອບ ສະໜອງ ຄວາມ ຈຳເປັນ ຂອງ ຜູ້ຕິດເຊື້ອ ໄດ້ ທັງໝົດ.

ອີງຕາມ ຂໍ້ມູນ ຈາກ ອົງການ ສະຫະ ປະຊາຊາດ ແລະ ລາຍງານ ຂອງ ທາງການລາວ, ຜູ້ຕິດເຊື້ອ ຈຳນວນ 54 ສ່ວນຮ້ອຍ ສາມາດ ເຂົ້າເຖີງ ການ ປິ່ນປົວ ດ້ວຍຢາຕ້ານ ໄວຣັສ HIV ພາຍໃຕ້ ແຜນການ ດຳເນີນງານ ເປົ້າໝາຍ ສະຫັດສວັດ ເພື່ອ ການພັທນາ ແລະ ເຮັດເພີ້ມ ຈຳນວນ ຜູ້ເຂົ້າເຖິງ ການປິ່ນປົວ ໃນປີ 2015 ໃຫ້ໄດ້ 90 ສ່ວນຮ້ອຍ. ຜູ້ທີ່ຕິດ ເຊື້ອ ໄວຣັສ ແມ່ນມີ ອາຍຸແຕ່ 15-49 ປີ ໃນນັ້ນ ມີເພດຍິງ 23 ສ່ວນຮ້ອຍ ແລະ ເພດຊາຍ 30 ສ່ວນຮ້ອຍ.

ຈຳນວນ ຜູ້ທີ່ເລີ້ມ ຕິດເຊື້ອ ໃນລາວ ນັ້ນ ເພີ່ມຂຶ້ນເຖິງ 1,000 ກໍຣະນີ ຕໍ່ປີ ແລະ ມາເຖິງປີ 2013 ຈຳນວນ ຜູ້ຕິດເຊື້ອ ມີ 12,000 ຄົນ. ປັດຈຸບັນ ປະເທດ ລາວ ອາສັຍ ການ ຊ່ວຍເຫລືອ ຈາກ ຕ່າງປະເທດ ເປັນໃຫຍ່ ຊຶ່ງຜູ້ ສະໜັບ ສະໜູນ ທຶນຈາກ ຕ່າງປະເທດ ແມ່ນກວມ ເອົາ ຫລາຍກວ່າ 90 ສ່ວນຮ້ອຍ ຂອງ ງົບປະມານ ຕ້ານ ໂລກ ເອດສ໌ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.