ອິງຕາມການຄົ້ນຄວ້າພົບວ່າ ປະຊາຊົນລາວໃນເຂດພູດອຍຍັງຂາດສານອາຫານຫລາຍຢູ່ທັ້ງໆທີ່ສປປລາວສາມາດຜລິດອາຫານໃຫ້ກຸ້ມຢູ່ ກຸ້ມກີນໄດ້ແຕ່ປີ 2000 ກໍຕາມ.
ການຂາດສາຣອາຫານຈະສົ່ງຜົລກະທົບຕໍ໋ການຈະເຣີນເຕີບໂຕ ຄວາມນຶກຄິດແລະການຕ້ານພຍາດ ທີ່ເຮັດໃຫ້ມີການເສັຽຊີວີດສູງຂອງກຸ່ມ ເດັກນ້ອຍໃນເຂດພູດອຍໃນລາວ. ອີງຕາມບົດຣາຍງານທີ່ພິມເຜີຍແພ່ໃນກອງປະຊຸມຫນ່ວຍງານກ່ຽວກັບເຣື້ອງນີ້ ໃນອາທິດທີ່ຜ່ານມາ.ການ ສຳຣວດດັ່ງກ່າວ ໄດ້ເຮັດຂື້ນໃນສາມແຂວງ ພາກເຫນືອຂອງລາວ ເຊັ່ນແຂວງຫລວງພຣະບາງ ຫົວພັນ ແລະຜົ້ງສາລີ ຈາກສະຖາບັນຄົ້ນ ຄວ້າທາງດ້ານກະສີກັມ ແລະປ່າໄມ້ແຫ່ງຊາດ ຮ່ວມກັບອົງການພັທນາເຂດພູດອຍໃນລາວ.
ການສຳຣວດໄດ້ເຈາະຈົງໃສ່ພື້ນທີ່ໃຫ້ສຳປະທານ ຂອງຣັຖບານກ່ຽວກັບຄວາມປອດພັຍທາງດ້ານອາຫານແລະໂພຊນາການ ປຽບທຽບກັບ ພື້ນທີ່ການຜລິດກະສິກັມ ເປັນສີນຄ້າແລະພື້ນທີ່ທີ່ມີເຄື່ອງປ່າຂອງດົງ ທີ່ປະກອບດ້ວຍໄມ້ ພົບວ່າຣາຍໄດ້ຂອງປະຊາຊົນສ່ວນໃຫຍ່ມາຈາກ ຜົລຜລິດທາງດ້ານການກະເສດ ແລະເຄື່ອງປ່າຂອງດົງ ເປັນແຫລ່ງອາຫານແລະຣາຍໄດ້ຣາຍໃຫຍ່ຂອງພວກຂະເຈົ້າ. ປະຊາຊົນຢູ່ໃນເຂດ ສຳປະທານຂອງຣັຖບານ ຂາດຫລາຍໄດ້ຫລາຍກວ່າຫມູ່.